ຄຳມ່ວນ ກວດພົບພ້ອມຢຶດສິນຄ້າປອມແປງມູນຄ່າ 200 ລ້ານກວ່າກີບ

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນໄດ້ເປີດ ກອງປະຊຸມປຶກສາຫາລືວາງແຜນກະກຽມການລົງກວດກາ ແລະສະກັດກັ້ນການບໍລິການຈຳໜ່າຍສິນຄ້າທີ່ປອມແປງ ແລະສິນຄ້າທີ່ລະເມີດລິຂະສິດເຄື່ອງໜາຍການຄ້າປະເພດນ້ຳເຄື່ອງ ແລະອາໄຫຼ່

ລົດຍີ່ຫໍ່ຮອນດ້າ (HONDA) ແລະຄູໂບຕ້າ (KUBOTA) ໂດຍສົມທົບກັບຄະນະກຳມະການທີ່ກ່ຽວຂ້ອງ ແລະບໍລິສັດ ທິວລິກິ ແອນກິບບີ້ນການລົງເຄື່ອນ ໄຫວກວດກາໃນນັ້ນໄດ້ວາງແຜນເປົ້າໜາຍຢູ່ 3 ເມືອງຄື: ເມືອງ ທ່ານແຂກ, ໜອງບົກ ແລະເມືອງຫີນບູນ ແຂວງຄຳມ່ວນ, ໂດຍການເປັນປະທານຂອງທ່ານ ນາງ ແຕງ ອ່ອນ ລິນຊົມພູ ຮອງຫົວໜ້າພະແນກ ວິທະຍາສາດ ແລະເຕັກໂນໂລຊີ ແຂວງຄຳມ່ວນ.

ຫຼັງຈາກນັ້ນຈິ່ງໄດ້ລົງກວດກາຕົວຈິງຕາມຕະຫຼາດ ແລະຫ້າງຮ້ານຕ່າງໆ ໃນ 3 ຕົວເມືອງສາມາດກວດກາໄດ້ ທັງໝົດ 23 ຮ້ານ ມີຄົນຈີນ 18 ຮ້ານ ຮ້ານຄົນ ຫວຽດ 3 ຮ້ານ ແລະຮ້ານຄົນ ລາວ 2 ຮ້ານ, ໄດ້ພົບເຫັນສິນຄ້າບໍ່ຖືກຕ້ອງຕາມລະບຽບກົດໜາຍ ມີ 22 ຮ້ານ, ຢຶດສິນຄ້າໄດ້ 4 ລາຍການ ຄື: ນ້ຳມັນເຄື່ອງລົດຈັກຍີ່ຫໍ່ຮອນດ້າຂະ ໜາດ 0.8 ລິດ ຈຳນວນ 2.615 ຕຸກນ້ຳ ມັນເຄື່ອງລົດໄຖນາຍີ່ຫໍ່ຄູໂບຕ້າ, ຂະໜາດ 03 ລິດ ຈໍານວນ 1,029 ຕຸກ ອາໄຫຼ່ລົດ ຈັກຍີ່ຫໍ່ ດອນດ້າ ຈຳນວນ 6.691 ອັນ ອາໄຫຼ່ລົດໄຖນາ ຍີ່ຫໍ່ຄູໂບຕ້າຈຳນວນ 1.971 ອັນ ລວມມູນຄ່າສິນຄ້າທີ່ຢຶດມາໄດ້ທັງໝົດປະມານ 226 ລ້ານກີບ, ສິນຄ້າດັ່ງກ່າວໄດ້ອາຍັດໄວ້ເປັນຂອງ ກາງຢູ່ພະແນກວິທະຍາສາດ ແລະເຕັກ ໂນໂລຊີ ແຂວງຄຳມ່ວນເພື່ອລໍຖ້າດຳເນີນຕາມລະບຽບກົດໜາຍ.

ທີ່​ມາ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...