ຍິນດີນຳ! ຜູ້ຊ່ຽວຊານຫັດຖະກຳຫຼວງພະບາງ ໄດ້ຮັບຫຼຽນກາກຽດຕິຍົດຈາກທູດປະເທດຝຣັ່ງ

ທ່ານທູດຝຣັ່ງຍັງໄດ້ຖືໂອກາດເດີນທາງມາຫຼວງພະບາງໃນຄັ້ງນີ້ ປະດັບຫຼຽນກາກຽດຕິຍົດຂອງຝຣັ່ງກໍ່ຄືຂອງກະຊວງວັດທະນະທຳຝຣັ່ງ ຂະແໜງສິນລະປະ ແລະ ອັກສອນສາດ ໃຫ້ແກ່ ດຣ. ນິດທະຄົງ ສົມສະນິດ ນັກສິນລະປະພື້ນເມືອງແຂວງຫຼວງພະບາງ.

ດຣ. ນິດທະຄົງ ສົມສະນິດ ໄດ້ຮັບການສິດສອນຖ່າຍທອດເຕັກນິກຕ່າງໆດ້ານສິນລະປະ ຈາກຄອບຄົວແຕ່ຕອນຍັງນ້ອຍ ເຊັ່ນ ການແຕ້ມຮູບ ແລະ ສິນລະປະປັກດິ້ງ.

ຕະຫຼອດຊີວິດຂອງ ດຣ. ນິດທະຄົງ ສົມສະນິດ, ທ່ານໄດ້ປົກປັກຮັກສາ ແລະ ພັດທະນາມໍລະດົກຫັດຖະກຳພື້ນເມືອງຫຼວງພະບາງດັ່ງກ່າວ ດ້ວຍການສ້າງສັນຜົນງານສິນລະປະປັກດິ້ງ ທີ່ມີການປະສົມປະສານລະຫວ່າງສິນລະປະແບບພື້ນເມືອງ ແລະ ທັນສະໄໝ.

ພາຍຫຼັງທີ່ໃຊ້ຊີວິດ ແລະ ສຶກສາຢູ່ປະເທດຝຣັ່ງ ເປັນໄລຍະເວລາ 20 ກວ່າປີ, ດຣ. ນິດທະຄົງ ສົມສະນິດ ໄດ້ຕັດສິນໃຈກັບຄືນມາປະເທດລາວໃນປີ 2002. ການສະແດງຜົນງານດ້ານສິນລະປະຊຶ່ງເປັນມໍລະດົກຂອງປະເທດລາວກໍ່ຄືຫຼວງພະບາງ ໄດ້ເຮັດໃຫ້ທ່ານກາຍເປັນນັກສິນລະປະທີ່ມີຊື່ສຽງໃນທົ່ວໂລກ ໂດຍສະເພາະໃນອາຊີ ຊຶ່ງທ່ານໄດ້ຮັບລາງວັນນັກສິນລະປະຫັດຖະກຳທີ່ດີທີ່ສຸດຂອງອາຊຽນ ຈາກ ມູນນີທິ SACSIT ໃນປີ 2016. ໃນປະຈຸບັນ, ດຣ. ນິດທະຄົງ ສົມສະນິດ ກໍ່ຍັງສືບຕໍ່ສົ່ງເສີມ ແລະ ຖ່າຍທອດສິນລະປະພື້ນເມືອງລາວ ໃຫ້ແກ່ຊາວໜຸ່ມຮຸ່ນໃໝ່.

ໃນປະຈຸບັນນີ້ ດຣ ນິທະຄົງ ສົມສະນິດ ເປັນຜູ້ຊ່ຽວຊານ ທີ່ເກັ່ງທີສຸດໃນປະເທດລາວໃນເລື່ອງການປັກດິ້ງ ກໍ່ວ່າໄດ້ ເພາະເພິ່ນສາມາດປັກແບບບໍ່ມີແຜນວາດ ປັກອອກມາຈາກໃຈເລີຍ..ສົມແລ້ວ ທີໄດ້ຫລຽນແຫ່ງກຽດຕິຍົດນີ້ .

ທີ່ມາ: ຂ່າວຫຼວງພະບາງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...