ຫຼວງນ້ຳທາ ຜົ້ງສາລີ ອຸດົມໄຊ ຮ່ວມກັນສົ່ງເສີມວິສາຫະກິດ ຂະໜາດນ້ອຍ-ກາງ ກ່ຽວກັບການສົ່ງອອກ

ບັນດາຜູ້ຕາງໜ້າພາກລັດ ແລະ ທຸລະກິດ ຈາກສູນກາງ ແລະ 3 ແຂວງພາກເໜືອ ຄື: ຫລວງນ້ຳທາ, ຜົ້ງສາລີ ແລະ ແຂວງອຸດົມໄຊ ​​ເຂົ້າ​ຮ່ວມກອງປະຊຸມ ປຶກສາຫາລື ການສົ່ງເສີມ ວິສາຫະກິດ ຂະໜາດນ້ອຍ-ກາງ ກ່ຽວກັບການ ສົ່ງອອກສິນຄ້າ ຢູ່​ແຂວງ​ອຸດົມ​ໄຊ.

​ເຊິ່ງ​ເປັນ​ໂອກາດສຳຄັນ ໃຫ້ແກ່ພາກທຸລະກິດ ຕໍ່ກັບການສົ່ງເສີມ ການສ້າງຄວາມເຂັ້ມແຂງ ໃຫ້ຜູ້ປະກອບການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການພົບປະການສ້າງເຄື່ອຂ່າຍ ປຶກສາຫາລືແລກປ່ຽນບົດຮຽນຂ່າວສານ ທາງດ້ານການຄ້າ ການລົງທຶນ ການເງິນ ການຕະຫລາດ ການເຂົ້າເຖິງ ແຫລ່ງທຶນ ແລະ ນະວັດຕະກຳໃໝ່ ເພື່ອພັດທະນາສິນຄ້າການບໍລິການ ໃຫ້ມີຄຸນນະພາບ ເພື່ອສ້າງມູນຄ່າເພີ່ມ ສ້າງຂີດຄວາມສາມາດ ໃຫ້ສາມາດ ແຂ່ງຂັນກັບພາກພື້ນ ຕາມກົນໄກເສດຖະກິດຕະຫລາດ.

ທ່ານ ທອງອິນ ຄຳສົມປອງ ຮອງປະທານ ສະພາການຄ້າ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ:

ການ​ຈັດກອງປະຊຸມຄັ້ງນີ້ ເປັນການນຳສະເໜີ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບກົນໄກການປະສານງານ ນະໂຍບາຍ ການສົ່ງເສີມຂອງພາກລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນລະບຽບການ ຂັ້ນຕອນ ການສົ່ງເສີມ-ເອື້ອອຳນວຍ ຄວາມສະດວກທາງດ້ານການຄ້າ ການລົງທຶນ ແລະ ການສົ່ງອອກ ໃຫ້ແກ່ວິສາຫະກິດ ຂະໜາດນ້ອຍ-ກາງ.

ເພື່ອສົ່ງສິນຄ້າ ແລະ ສົ່ງເສີມວຽກງານການຄ້າຊາຍແດນ ຕິດພັນກັບການແກ້ໄຂບັນຫາຂໍ້ຫຍຸ້ງຍາກ ຂອງຜູ້ປະກອບການ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ແນໃສ່ການສົ່ງເສີມການສ້າງລາຍຮັບ ໃຫ້ແກ່ລັດ ກໍຄື ພາກທຸລະກິດ ໃນການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມ.

ກອງປະຊຸມ ໄດ້ມີການປະກອບຄຳຄິດຄຳເຫັນນຳກັນ ລະຫ່ວາງພາກລັດ ກັບ ພາກທຸລະກິດ ກ່ຽວກັບບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການສົ່ງອອກສິນຄ້າ ເປັນຕົ້ນແມ່ນ ການສົ່ງອອກສິນຄ້າກະສິກຳ ຜ່ານການຄ້າຊາຍແດນ ລາວ-ຈີນ, ການສົ່ງອອກສິນຄ້າສູ່ຕະຫລາດເອີຣົບ ແລະ ປຶກສາຫາລືຂໍ້ຫຍຸ້ງຍາກ ໃນການສົ່ງອອກ ສິນຄ້າທີ່ກ່ຽວຂ້ອງກັບ ຄຸນນະພາບ ແລະ ປະລິມານການຜະລິດ, ການດຳເນີນເອກະສານສົ່ງອອກ ແລະ ບຸກຄະລາກອນ, ການຂົນສົ່ງສິນຄ້າ ແລະ ຄ່າໃຊ້ຈ່າຍ, ບັນຫາການປະຕິ ບັດລະບຽບ-ນະໂຍບາຍການສົ່ງອອກ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...