ຮູ້ໄວ້ໄດ້ປະໂຫຍດ! ໂອກາດ ​ແລະ ຄວາມ​ທ້າ​ທາຍ ​ເວລາ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ

  ການໄປຮຽນຢູ່ຕ່າງປະ ເທດໄດ້ກາຍເປັນຄວາມ ຮຽກ ຮ້ອງຕ້ອງການຂອງຜູ້ປົກ ຄອງ ແລະ ຂອງນ້ອງນັກ ຮຽນເອງໃນປັດຈຸບັນ. ໃນ ເງື່ອນໄຂສະພາບແວດລ້ອມ ມີການແກ້ງແຍ້ງແຂ່ງຂັນ ແລະ ເຊື່ອມໂຍງເຂົ້າຫາກັນ ຂອງໂລກໃນປັດຈຸບັນການ ໄປຮຽນຢູ່ຕ່າງປະເທດ ແມ່ນ ໂອກາດດີທີ່ໃຫ້ພວກນ້ອງ ນັກຮຽນຈະຮຽນຮູ້ ແລະ ເສີມ ຂະຫຍາຍຄວາມສາມາດ ຂອງຕົນເອງຢ່າງເຕັມທີ່. ນອກຈາກມີຄວາມຮູ້ ແລະ ມີ ທຶນຮອນທາງດ້ານພາສາອີກແລ້ວ ຍັງເປັນການປະກອບ ຄວາມຮູ້ທາງສັງຄົມຂອງ ມວນມະນຸດໃຫ້ພວກນ້ອງຕື່ມອີກເພື່ອວ່າ ໃນຕໍ່ໜ້າຈະບໍ່ໄດ້ ສະດຸດເວລາມີການພົວພັນ ກັບສາກົນ.

ໂອກາດ

ການຮຽນຢູ່ຕ່າງປະເທດ, ນັກຮຽນຈະໄດ້ຮຽນຮູ້ ໂດຍກົງຈາກວັດທະນະທຳ ສັງຄົມເມືອງເພີ່ນ. ການດຳ ລົງຊີວິດໂດຍກົງກັບຄົນປະເທດເຂົາເອງຈະຊ່ວຍໃຫ້ນັກຮຽນມີປະສົບການທາງດ້ານພາສາທີ່ຖືກຕ້ອງ ທີ່ໃນປື້ມ ສໍບໍ່ໄດ້ກ່າວເຖິງ, ຮຽນຮູ້ດ້ານວັດທະນະທຳຂອງປະເທດ ເຈົ້າພາບ.

ນອກຈາກນັ້ນ, ການເຄື່ອນໄຫວດຳລົງຊີວີດແຕ່ລະມື້ລະວັນເຊັ່ນ: ການໄປຊື້ ເຄື່ອງຂອງ, ການຂຽນໜັງສື, ການເຂົ້າຮ່ວມກິດຈະກຳຕ່າງໆ ເປັນໂອກາດໜຶ່ງຊ່ວຍ ໃຫ້ພວກນ້ອງນັກຮຽນໄດ້ ພັດທະນາພາສາປາກເວົ້າ, ຮຽນຮູ້ວັດທະນະທຳຂອງເພີ່ນ. ບັນຫາດັ່ງກ່າວຊ່ວຍ ໃຫ້ພວກນ້ອງນັກຮຽນມີ ຄວາມຮັບຮູ້ໃໝ່, ຮູ້ເບີ່ງກວ້າງມອງໄກ ມີວິໄສທັດທີ່ດີ.

ສິ່ງທ້າທາຍ

ຄຽງຄູ່ກັບໂອກາດ, ພວກນ້ອງນັກຮຽນຍັງຈະປະ ເຊີນກັບສິ່ງທ້າທາຍບໍ່ໜ້ອຍ. ຕະຫຼອດໄລຍະການຮຽນນັ້ນ ພວກນ້ອງດຳລົງຊີວິດແບບເອກະລາດ, ໄກພໍ່ແມ່, ບ້ານ ເກີດເມືອງນອນ, ບໍ່ທັນມີບົດຮຽນໃນການດຳລົງຊີວິດ ດ້ວຍຕົນເອງຊໍ້າພັດຢູ່ ເມືອງ ນອກພາສາບໍ່ທັນເກັ່ງ ຈຶ່ງເຮັດໃຫ້ມີຄວາມຫຍຸ່ງຍາກໃນເບື້ອງຕົນບໍ່ໜ້ອຍ.

ເບື້ອງຕົ້ນ, ອາດຈະພົບຄວາມຫຍຸ້ງຍາກດ້ານການ ດຳລົງຊີວິດເຊັ່ນ: ການໄປຊື້ ເຄື່ອງຂອງ, ການພົວພັນດ້ານ ພາສາມີຄວາມຫຍຸ້ງຍາກ, ການບໍລິຫານການດຳລົງຊີ ວິດຂອງຕົນເອງບໍ່ທັນມີ ຄວາມຊຳນານ…ທັງໝົດບັນຫາດັ່ງກ່າວນີ້ ມັນໄດ້ກາຍ ເປັນບົດຮຽນອັນລໍ້າຄ່າໃຫ້ແກ່ ການດຳລົງຊີວິດໃນຕໍ່ໜ້າ.

ບັນຫາທ້າທາຍອັນໜຶ່ງອີກ ແມ່ນທາງດ້ານການເງິນ. ຖ້າຫາກຄອບຄົວໃດບໍ່ມີ ຄວາມພ້ອມທາງດ້ານການ ເງິນກໍຈະມີຄວາມຫຍຸ້ງຍາກ ໃຫ້ແກ່ການຮໍ່າຮຽນຂອງ ພວກລູກຫຼານ,ຈຳເປັນຈະ ຕ້ອງໄດ້ອອກໄປຊອກວຽກ ເຮັດງານທຳເພີ່ມ ເຊີ່ງຈະນຳ ຜົນກະທົບຕໍ່ການຮໍ່າຮຽນ ຂອງພວກນ້ອງ. ຕ້ອງໄດ້ຈ່າຍ ຄ່າການຮຽນ, ຄ່າຫໍພັກ…

ການໄປຮຽນຢູ່ຕ່າງປະ ເທດ, ສະຫຼຸບລວມແລ້ວແມ່ນ ມີຜົນດີທີ່ສຸດ, ກ່ອນອື່ນໝົດ ແມ່ນພວກເຮົາສາມາດມີ ຄວາມຮູ້ໃໝ່ໆ, ທັນສະໄໝ ເພື່ອນຳມາສ້າງສາພັດທະນາປະເທດຊາດ.

ຂໍ້ມູນຈາກ https:// news.zing.vn ຮຽບຮຽງໂດຍ: ລູກ ເມືອງພວນ ໜັງ

ສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...