Friday, November 7, 2025
Kbank Laos โอน รับ จ่าย

ສອງຊາດອ້າຍນ້ອງ ລາວ-ຫວຽດນາມ ຮ່ວມແລກປ່ຽນວັດທະນະທຳບັນດາເຜົ່າ

ທີ່​ເມືອງ​ອາ​ເຫຼືອຍ ແຂວງ​ເທື່ອ​ທຽນ​ເຫວ້ ສສ ຫວຽດ­ນາມ ກະ­ຊວງ​ວັດ­ທະ­ນະ­ທຳ ກີ­ລາ ແລະ ທ່ອງ​ທ່ຽວ ຄະ­ນະ​ພັກ​ແຂວງ ຄະ­ນະ​ກຳ­ມະ­ການ​ປະ­ຊາ­ຊົນ​ແຂວງ​ເທື່ອ​ທຽນ​ເຫວ້ ໄດ້​ປະ­ສານ​ສົມ­ທົບ​ກັບ​ບັນ­ດາ​ກະ­ຊວງ ຄະ­ນະ​ກຳ­ມະ­ການ ຂະ­ແໜງ­ການ​ຂັ້ນ​ສູນ​ກາງ​ຄະ­ນະ​ກຳ­ມະ­ການ​ປະ­ຊາ­ຊົນ ບັນ­ດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຮ່ວມ​ລາວ-ຫວຽດ­ນາມ ເຂດ​ພາກ​ກາງ-ໄຕ​ຫງວຽນ ຈັດ​ງານ​ພົບ​ປະ​ແລກ­ປ່ຽນ​ວັດ­ທະ­ນະ­ທຳ ກີ­ລາ ແລະ ທ່ອງ​ທ່ຽວ ບັນ­ດາ­ເຜົ່າ​ຕາມ​ເຂດ​ຊາຍ​ແດນ​ລະ­ຫວ່າງ​ລາວ ແລະ ຫວຽດ­ນາມ.

ງານ​ພົບ​ປະ​ແລກ­ປ່ຽນ​ວັດ­ທະ­ນະ­ທຳ ກີ­ລາ ແລະ ທ່ອງ​ທ່ຽວ ຄັ້ງ​ນີ້ ມີ​ນັກ​ສິ­ລະ​ປິນ​ທີ່​ມາ​ຈາກ​ລາວ ປະ­ກອບ​ມີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແຂວງ​ສະ­ຫວັນ​ນະ​ເຂດ ສາ­ລະ​ວັນ ອັດ​ຕະ​ປື ແລະ ເຊ​ກອງ ແລະ 5 ແຂວງ​ພາກ​ກາງ​ຫວຽດ­ນາມ​ຄື:

ແຂວງ​ກວາງ​ນາມ ກວາງ​ຫງາຍ ກອນ​ຕູມ ກວາງ​ຈິ ແລະ ແຂວງ​ເທື່ອ​ທຽນ​ເຫວ້ ເຂົ້າ​ຮ່ວມ 500 ກວ່າ​ຄົນ ແລະ 32 ລາຍ​ການ­ສະ­ແດງ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ແຕ່​ລະ​ເຜົ່າ ແລະ ຄວາມ​ສາ­ມັກ­ຄີ​ລະ­ຫວ່າງ​ລາວ-ຫວຽດ­ນາມ.

ພາບປະກອບ

ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກ່າວ​ວ່າ:

ຄວາມ​ສາ­ມັກ­ຄີ​ທີ່​ເປັນ​ມູນ­ເຊື້ອ​ຄວາມ​ສຳ­ພັນ​ແບບ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ​ລາວ-ຫວຽດ­ນາມ ແມ່ນ​ຄວາມ​ສຳ­ພັນ​ໜຶ່ງ​ບໍ່​ມີ​ສອງ​ຢູ່​ໃນ​ໂລກ ເຊິ່ງ​ປະ­ທານ ໂຮ່​ຈີ​ມິງ ປະ­ທານ ໄກ­ສອນ ພົມ­ວິ­ຫານ ປະ­ທານ ສຸ​ພາ­ນຸ​ວົງ ທີ່​ເຄົາ­ລົບ​ຮັກ​ໄດ້​ສ້າງ­ຕັ້ງ ເພີ່ມ​ພູນ​ຄູນ​ສ້າງ ພ້ອມ​ກັບ​ບັນ­ດາ​ການ​ນຳ​ຮຸ່ນ​ຕໍ່​ມາ ແລະ ປະ­ຊາ­ຊົນ​ສອງ​ຊາດ​ລາວ-ຫວຽດ­ນາມ ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ​ຕໍ່­ສູ້​ຕ້ານ​ສັດ­ຕູ​ຜູ້​ຮຸກ​ຮານ ແລະ ພ້ອມ​ກັນ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ປະ­ເທດ​ຊາດ​ໃຫ້​ຈະ­ເລີນ​ສີ­ວິ­ໄລ.

ທ່ານ​ນາງ ຈິ້ງ​ຖິ​ຖຸຍ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ວັດ­ທະ­ນະ­ທຳ ກີ­ລາ ແລະ ທ່ອງ​ທ່ຽວ ຫວຽດ­ນາມ ກ່າວ​ວ່າ:

ງານ​ພົບ​ປະ​ແລກ­ປ່ຽນ​ວັດ­ທະ­ນະ­ທຳ ກີ­ລາ ແລະ ທ່ອງ​ທ່ຽວ ບັນ­ດາ­ເຜົ່າ​ຂອງ​ບັນ­ດາ​ແຂວງ​ເຂດ​ຊາຍ​ແດນ​ຫວຽດ­ນາມ-ລາວ ໃນ​ເຂດ​ພາກ​ກາງ-ໄຕ​ຫງວຽນ ແມ່ນ​ກິດ­ຈະ­ກຳ​ທາງ​ດ້ານ​ວັດ­ທະ­ນະ­ທຳ ກີ­ລາ ແລະ ທ່ອງ​ທ່ຽວ ເພື່ອ​ເປັນ​ການ​ຍົກ​ສູງ​ນຳ​ສະ­ເໜີ​ເຜີຍ­ແຜ່​ຄຸນ­ຄ່າ ມູນ­ເຊື້ອ​ວັດ­ທະ­ນະ­ທຳ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ພ້ອມ​ກັນ​ນັ້ນ ກໍ​ເປັນ​ການ​ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ ມິດ­ຕະ­ພາບ ຄວາມ​ຮ່ວມ​ມື ແລະ ແລກ­ປ່ຽນ​ວັດ­ທະ­ນະ­ທຳ​ລະ­ຫວ່າງ​ບັນ­ດາ​ແຂວງ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ­ເທດ​ຫວຽດ­ນາມ-ລາວ ໃນ​ໄລ­ຍະ​ແຫ່ງ​ການ​ຮ່ວມ​ມື ແລະ ພັດ­ທະ­ນາ ເຊິ່ງ​ງານ​ຄັ້ງ​ນີ້​ເຕັມ​ໄປ​ດ້ວຍ​ນ້ຳ­ໃຈ​ມິດ­ຕະ­ພາບ​ອັນ​ດູດ­ດື່ມ ລະ­ຫວ່າງ​ປະ­ຊາ­ຊົນ​ສອງ​ຊາດ​ລາວ-ຫວຽດ­ນາມ ເວົ້າ​ລວມ ເວົ້າ​ສະ­ເພາະ ປະ­ຊາ­ຊົນ​ຕາມ​ເຂດ​ຊາຍ​ແດນ​ພາກ​ກາງ-ໄຕ​ຫງວຽນ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.