Monday, May 25, 2026
Kbank Laos โอน รับ จ่าย
-->

ພາກລັດເປີດຫຼັກສູດ “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ” ທີ່ແຂວງ ຈຳປາສັກ.

ທີ່ ໂຮງແຮມ ຈໍາປາສັກແກນ, ນະຄອນປາກເຊ, ແຂວງ ຈຳປາສັກ ໄດ້ມີພິທີເປີດ ການຝຶກອົບຮົມ ໃນຫົວຂໍ້ “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ ຫລື Professional Employee Development Program

ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ໂດຍ ທ່ານ ນາງ ບຸນເຮືອງ ລິດັງ, ປະທານ ສະພາການຄ້າ ແລະ ອຸດສະຫະກຳແຂວງ ຈຳປາສັກ, ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ທ່ານ ນາງ Tomoe WATANABE (ໂທໂມະ ວາຕານາເບະ), ຜູ້ປະສານງານ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ປະຈຳພາກພື້ນ,ທ່ານ Mochizuki ( ໂມຊິຊູກິ) ອໍານວຍການໃຫຍ່ ບໍລິສັດ ປາກເຊ-ຢີ່ປຸ່ນ SME ພັດທະນາ ຈຳກັດ (PJSEZ) ແລະ ທ່ານ ພູລິນ ຄູວິທະຍາກອນ ແລະ ຄູຝຶກ ຈາກສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ.

ການຝຶກອົບຮົມໃນຫົວຂໍ້ “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ ຫລື Professional Employee Development Program” ເກີດຂື້ນໂດຍການຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ສຄອ ແຂວງ ຈປາສັກ, ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງແຫ່ງປະເທດຍີ່ປຸ່ນ (AOTS), ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (Pakse – Japan SEM SEZ) ແລະ ສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກລັດຖະບານຍີ່ປຸ່ນ,ໂດຍສະເພາະແມ່ນ ກະຊວງ ອຸດສະຫະກຳ ແລະ ການຄ້າແຫ່ງປະເທດຍີ່ປຸ່ນ (AEM-METI).

ຈຸດປະສົງຂອງການຈັດຝຶກອົບຮົມ ກໍ່ເພື່ອເປັນການພັດທະນາ ບຸກຄະລາກອນຂອງລາວ ກໍ່ຄື ບັນດາຫົວໜ່ວຍທຸລະກິດ ຂອງປະເທດຍີ່ປຸ່ນ ທີ່ໄດ້ລົງທຶນໃນ ສປປລາວ ແລະ ທຸລະກິດ ຂອງລາວໃຫ້ມີຄວາມເຂັ້ມແຂງ ແລະ ສາມາດບັນລຸຕາມເປົ້າໝາຍ ຂອງການດຳເນີນທຸລະກິດ ເຊີ່ງໃນປີນີ້ ແມ່ນເປັນປີທີ 3 ແລ້ວ ທີ່ ສຄອ ແຫ່ງຊາດລາວ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ໃນການຈັດຝຶກອົບຮົມ ຈາກສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງປະເທດຍີ່ປຸ່ນ (AOTS) ແລະ ເປັນຄັ້ງທີ 3 ທີ່ພວກເຮົາໄດ້ຈັດການຝຶກອົບຮົມໃນຫົວຂໍ້ນີ້ໃຫ້ແກ່ພາກທຸລະກິດຢູ່ ແຂວງ ຈຳປາສັັກ.

ຈຸດປະສົງຂອງການຈັດຝຶກອົບຮົມ ກໍ່ເພື່ອເປັນການພັດທະນາຂີດຄວາມສາມາດ ໃຫ້ແກ່ພາກທຸລະກິດຄ່ຽງຄູກັບການພັດທະນາບຸກຄະລາກອນຂອງບໍລິສັດ ເພື່ອເພີ່ມປະສິດທິພາບຂອງການເຮັດວຽກໃນອົງກອນໃຫ້ເປັນລະ ບົບ ເພື່ອໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນດ້ານພັດທະນາຢ່າງບໍ່ຢຸດຢັ້ງ.

ນອກຈາກນີ້, ຍັງຈະຊ່ວຍເພີ່ມພະລິດຕະພາບຂອງ ການຜະລິດ ແລະ ເພີ່ມຂີດຄວາມສາມາດໃຫ້ກັບບຸກຄະລາກອນໃຫ້ເຮັດວຽກຢ່າງມືອາຊີບເຊັ່ນ:

ບັນດາພະນັກງານໃນບໍລິສັດ, ຜູ້ຈັດການ ແລະ ຜູ້ບໍລິຫານໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການຈັດລະບົບຂອງການເຮັດວຽກ (5S organization), ການກວດກາຄຸນນະພາບຂອງການເຮັດວຽກ ແລະ ການຜະລິດ (Kaizen productivity) ເຊີ່ງບົດຮຽນດັ່ງກ່າວແມ່ນ ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບທຸລະກິດ ຂອງ ສປປ ລາວ ເພື່ອເຮັດແນວໃດໃຫ້ ທຸລະກິດຂອງລາວ ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.

ແຫຼ່ງຂໍ້ມູນ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ