ສະພາແຫ່ງຊາດ ຕິດຕາມການປະຕິບັດວຽກງານແຜນການການເງິນລັດຖະບານ

ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ນຳ​ໂດຍ​ທ່ານ ວິ­ໄລ​ວົງ ບຸດ​ດາ​ຄຳ ປະ­ທານ​ກຳ­ມາ​ທິ​ການ​ແຜນ­ການ ການ​ເງິນ ແລະ ສິ່ງ­ແວ­ດລ້ອມ ສະ­ພາ​ແຫ່ງ​ຊາດ ໄດ້​ລົງ​ເຄື່ອນ​ໄຫວ​ຕິດ­ຕາມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ ນວ ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ທ່ານ​ນາງ ຄຳ​ຟອງ ພູມ​ວົງ​ໄຊ ຮອງ​ປະ­ທານ​ສະ­ພາ​ປະ­ຊາ­ຊົນ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ ເພື່ອ​ຮັບ​ຟັງ​ລາຍ​ງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ ແລະ ບັນ­ດາ​ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ ທີ່​ຕິດ​ພັນ​ກັບ​ການ​ຈັດ​ເກັບ​ລາຍ​ຮັບ​ຂອງ​ບັນ­ດາ​ຂະ­ແໜງ­ການ​ໃນ ນວ ແລະ ເປັນ​ການ​ເກັບ​ກຳ​ຂໍ້​ມູນ​ໃຫ້​ຄະ­ນະ​ປະ­ຈຳ ສພຊ ໃນ​ການ​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ເນື້ອ​ໃນ​ເອ­ກະ­ສານ​ສຳ­ຄັນ​ຂອງ​ລັດ­ຖະ­ບານ ທີ່​ຈະ​ນຳ​ເຂົ້າ​ພິ­ຈາ­ລະ­ນາ​ໃນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 7 ຂອງ ສພຊ ພ້ອມ​ທັງ​ເປັນ​ການ​ປະ­ຕິ­ບັດ​ຕາມ​ມາດ­ຕາ 15 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຕິດ­ຕາມ​ກວດ­ກາ​ແຕ່​ລະ​ຂະ­ແໜງ­ການ​ຂອງ ສພຊ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້ ຄະ­ນະ​ໄດ້​ຮັບ​ຟັງ​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ວຽກ​ງານ​ຈາກ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຕ່າງໆ​ຂອງ ນວ ເປັນ­ຕົ້ນ ຂະ­ແໜງ­ການ​ເງິນ ພະ­ລັງ­ງານ ແລະ ບໍ່​ແຮ່ ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ສະ­ເພາະ​ໃນ​ດ້ານ​ຂະ­ແໜງ​ຊັບ­ພະ­ຍາ­ກອນ​ໄລ­ຍະ​ຜ່ານ​ມາ ການ­ຈັດ­ຕັ້ງ​ປະ­ຕິ­ບັດ ການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ ໄດ້​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ທີ່​ດິນ​ມາດ­ຕາ 60 ທີ່​ໄດ້​ກຳ­ນົດ​ໃນ​ຂໍ້ 5 ວ່າ​ດ້ວຍ​ການ​ເສຍ​ຄ່າ​ທຳ­ນຽມ​ກ່ຽວ​ກັບ​ທີ່​ດິນ ແລະ ຂໍ້ 6 ວ່າ​ດ້ວຍ​ການ​ປະ­ຕິ­ບັດ​ພັນ­ທະ​ທີ່​ດິນ​ເຊັ່ນ:

ພາ­ສີ​ທີ່​ດິນ ອາ­ກອນ​ຈາກ​ການ​ມອບ​ໂອນ ອາ­ກອນ​ລາຍ​ໄດ້​ຈາກ​ການ​ໃຫ້​ເຊົ່າ ອາ­ກອນ​ສືບ​ມູນ​ມໍ­ລະ­ດົກ ຄ່າ​ທຳ ນຽມ​ໂອນ​ຊື່ ຄ່າ​ຈົດ​ທະ­ບຽນ​ນິ­ຕິ​ກຳ​ທີ່​ດິນ​ຕາມ​ກຳ­ນົດ​ເວ­ລາ​ສຳ­ລັບ​ຜູ້​ທີ່​ນຳ​ໃຊ້​ທີ່​ດິນ ແລະ ອື່ນໆ ສ່ວນ​ຂະ­ແໜງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກົນ​ໄກ​ການ​ເກັບ​ລາຍ​ຮັບ​ການ​ປະ­ຕິ­ບັດ ໄດ້​ອີງ­ໃສ່​ລັດ​ຖະ​ບັນ­ຍັດ​ວ່າ​ດ້ວຍ​ຄ່າ​ທຳ­ນຽມ ແລະ ຄ່າ​ບໍ­ລິ­ການ ເລກ​ທີ 003/ປປທ (ສະ­ບັບ​ປັບ­ປຸງ) ໝວດ​ທີ III ຂອງ​ຂະ­ແໜງ​ພະ­ລັງ­ງານ ແລະ ບໍ່​ແຮ່ ເຊິ່ງ​ຜ່ານ​ມາ​ແຕ່​ລະ​ຂັ້ນ ໄດ້​ປະ­ຕິ­ບັດ​ຕາມ​ຂໍ້​ກຳ­ນົດ​ຂອງ​ຂັ້ນ​ເທິງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ເພື່ອ​ປະ­ຕິ­ບັດ​ແຜນ­ການ​ເກັບ​ລາຍ​ຮັບ​ໃຫ້​ບັນ­ລຸ​ຕາມ​ແຜນ­ການ​ທີ່​ວາງ​ໄວ້.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: