ພາກລັດ ປະເມີນໂຄງການສ້າງຂີດຄວາມສາມາດ ດ້ານວິຊາການຂ່າວສານດ້ານຕະຫຼາດແຮງງານ

ກອງ​ປະ­ຊຸມ​ຜ່ານ​ບົດ​ປະ​ເມີນ​ໂຄງ­ການ ເສີມ​ສ້າງ​ຂີດ​ຄວາມ​ສາ­ມາດ​ທາງ​ດ້ານ​ວິ­ຊາ​ການ ເພື່ອ​ພັດ­ທະ­ນາ​ລະ­ບົບ​ການ​ຈັດ​ຫາ​ງານ​ຢູ່​ລາວ ຈັດ​ຂຶ້ນ​ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ເປັນ​ປະ­ທານ​ຂອງ​ທ່ານ ໄທ ແສງ​ອາ​ລຸນ ຮອງ​ຫົວ­ໜ້າ​ກົມ​ພັດ­ທະ­ນາ​ສື​ມີ­ແຮງ​ງານ ແລະ ຈັດ​ຫາ​ງານ ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ (ຮສສ) ແລະ ທ່ານ ຈາ​ນົວ ຮາ​ກິມ ຫົວ­ໜ້າ​ໜ່ວຍ​ງານ​ຄຸ້ມ​ຄອງ​ໂຄງ­ການ ADB ມີ​ຄະ­ນະ​ກຳ­ມະ­ການ​ຊີ້​ນຳ​ໂຄງ­ການ​ຈາກ​ກະ­ຊວງ ພະ​ແນກ ຮສສ ແລະ ພະ­ນັກ­ງານ​ຈຸດ​ບໍ­ລິ­ການ​ຈັດ​ຫາ​ງານ​ທີ່​ມາ​ຈາກ 9 ແຂວງ ແລະ ສູນ​ບໍ­ລິ­ການ​ຈັດ​ຫາ​ງານ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ.

ທ່ານ ໄທ ແສງ​ອາ​ລຸນ ກ່າວ​ວ່າ:

ໂຄງ­ການ​ນີ້​ເປັນ​ໂຄງ­ການ​ພາຍ​ໃຕ້​ການ​ຊ່ວຍ­ເຫຼືອ​ຂອງ​ປະ­ເທດ​ຍີ່​ປຸນ​ໂດຍ​ຜ່ານ ADB ເຊິ່ງ​ມີ​ຄວາມ​ສຳ­ຄັນ ແລະ ຈຳ­ເປັນ​ທີ່​ສຸດ​ສຳ­ລັບ​ລາວ ໂດຍ​ສະ­ເພາະ ໃນ​ເງື່ອນ­ໄຂ​ປັດ­ຈຸ­ບັນ ເນື່ອງ​ຈາກ​ໂຄງ­ການ​ໄດ້​ສ້າງ​ລະ­ບົບ​ການ​ຈັດ​ຫາ​ງານ​ທີ່​ທັນ​ສະ­ໄໝ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ພະ­ນັກ­ງານ​ລັດ ໃນ​ການ​ໃຫ້​ບໍ­ລິ­ການ​ທີ່​ມີ​ປະ­ສິດ­ທິ­ພາບ ເປັນ​ການ​ປັບ­ປຸງ​ລະ­ບົບ​ຂໍ້​ມູນ​ຂ່າວ­ສານ​ຕະ­ຫຼາດ​ແຮງ​ງານ ການ​ວິ­ໄຈ ແລະ ການ​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ ເພື່ອ​ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ​ຕະ­ຫຼາດ​ແຮງ​ງານ ໃຫ້​ແກ່​ຜູ້​ຊອກ​ວຽກ​ເຮັດ ນັກ​ລົງ­ທຶນຫົວ­ໜ່ວຍ​ແຮງ​ງານ ແລະ ບັນ­ດາ​ວິ​ສາ​ຫະ​ກິດ​ຕ່າງໆ ເຊິ່ງ​ໂຄງ­ການ​ນີ້​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ແຕ່​ປີ 2017-2019 ໃນ​ໄລ­ຍະ​ຜ່ານ​ມາ ການ​ດຳ­ເນີນ​ໂຄງ­ການ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຫຼາຍ​ກິດ­ຈະ­ກຳ ໂດຍ​ສະ­ເພາະ ດຳ­ເນີນ​ການ​ສຶກ​ສາ ສ້າງ​ແຜນ​ບໍ­ລິ­ການ​ຈັດ​ຫາ​ງານ ສ້າງ​ລະ­ບົບ​ການ​ບໍ­ລິ­ການ​ຈັດ​ຫາ​ງານ​ດ້ວຍ​ລະ­ບົບ​ອອນ​ລາຍ ຈັດ​ເຝີກ​ອົບ­ຮົມ​ສ້າງ​ຄວາມ​ສາ­ມາດ​ຫຼາຍ​ດ້ານ ໃຫ້​ແກ່​ສູນ​ບໍ­ລິ­ການ​ຈັດ​ຫາ​ງານ​ຢູ່ 9 ແຂວງ​ເປົ້າ​ໝາຍ​ຂອງ​ໂຄງ­ການ.

ນອກ​ນັ້ນ ໂຄງ­ການ​ຍັງ​ໄດ້​ສະ­ໜອງ​ອຸ­ປະ­ກອນ​ໄອ​ທີ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ທີ່​ກ່ຽວ­ຂ້ອງ​ໃຫ້​ກົມ​ພັດ­ທະ­ນາ​ສີ ມື​ແຮງ​ງານ ແລະ ຈັດ​ຫາ​ງານສູນ​ບໍ­ລິ­ການ ແລະ 9 ຈຸດ​ບໍ­ລິ­ການ​ຈັດ​ຫາ​ງານ​ໃນ​ທ້ອງ­ຖິ່ນ ແລະ ໄດ້​ສ້າງ​ຄູ່​ມື​ການ​ບໍລິ­ການ​ຈັດ​ຫາ​ງານ ໂດຍ​ສະ­ເພາະ ການ​ບໍ­ລິ­ການ​ຜູ້​ຊອກ​ວຽກ​ເຮັດ​ງານ​ທຳ ແລະ ຜູ້​ໃຊ້​ແຮງ​ງານສ້າງ​ນິ­ຕິ​ກຳ ເພື່ອ​ສົ່ງ ເສີມ​ວຽກ​ຈຸດ​ບໍ­ລິ­ການ ກຳ­ນົດ​ພາ­ລະ​ບົດ­ບາດ ແລະ ໜ້າ​ວຽກ​ຂອງ​ຈຸດ​ບໍ­ລິ­ການ ສ້າງ​ແຜນ​ດຳ­ເນີນ​ງານ​ການ​ໂຄ­ສະນາ​ເຜີຍ­ແຜ່​ວຽກ​ງານ ຈຸດ​ບໍ­ລິ­ການ​ຈັດ​ຫາ​ງານ​ໃນ​ແຕ່​ລະ​ເຂດ​ທົ່ວ​ປະ­ເທດ.

ເພື່ອ​ເຮັດ​ໃຫ້​ກຸ່ມ​ເປົ້າ​ໝາຍ​ໄດ້​ເຂົ້າ​ເຖິງ​ແຫຼ່ງ​ຂໍ້​ມູນ​ຫຼາຍ​ຂຶ້ນ ແລະ ມາ​ຮອດ​ປັດ­ຈຸ­ບັນ ການ​ດຳ­ເນີນ​ໂຄງ­ການ​ໃກ້​ຈະ​ສິ້ນ​ສຸດ ສະ­ນັ້ນ ທາງ​ໂຄງ­ການ​ຈຶ່ງ​ໄດ້​ມີ​ການ​ປະ​ເມີນ​ຜົນ​ກະ­ທົບ​ຂອງ​ໂຄງ­ການ ເພື່ອ​ກຳ­ນົດ​ຜົນ​ໄດ້​ຮັບ​ຈາກ​ໂຄງ­ການ​ທັງ​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ຍາວ ບັນ­ຫາ​ທີ່​ຍັງ​ຄົງ​ຄ້າງ ແລະ ຖອດ​ຖອນ​ບົດ­ຮຽນ ເພື່ອ​ກຳ­ນົດ​ຂໍ້​ແນະ­ນຳ​ໃນ​ການ​ປັບ­ປຸງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໂຄງ­ການ​ໃນ­ຕໍ່­ໜ້າ​ໃຫ້​ມີ​ຜົນ­ສຳ­ເລັດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: