Friday, March 21, 2025

ປະເທດໄອແລນ ມອບສາງເກັບມ້ຽນອຸປະກອນ ເພື່ອຮັບໃຊ້ຄົນພິການ

Left Behind

ພິ­ທີ​ມອບ-ຮັບ​ສາງ​ເກັບ​ມ້ຽນ​ເຄື່ອງ​ຜະ­ລິດ​ອຸ­ປະ­ກອນ​ອົງ­ຄະ​ທຽມ ແລະ ເຄື່ອງ​ຄ້ຳ​ຊູ ຈັດ​ຂຶ້ນ​ຢູ່​ສູນ​ການ​ແພດ​ຟື້ນ​ຟູ​ໜ້າ­ທີ່​ການ ໂດຍ​ໃຫ້​ກຽດ​ກ່າວ​ມອບ​ຂອງ​ທ່ານ ຣູ​ຣິ ເດິ ບູ​ກາ ຫົວ­ໜ້າ​ກົມ​ການ​ຊ່ວຍ­ເຫຼືອ ປະ­ເທດ​ໄອ​ແລນ ແລະ ກ່າວ​ຮັບ​ແມ່ນ​ທ່ານ ທອງ​ເພັດ ສິດ­ທິ​ວັນ ຫົວ­ໜ້າ​ສູນ​ການ​ແພດ​ຟື້ນ​ຟູ​ໜ້າ­ທີ່​ການ ມີ​ທ່ານ ຄອຍ​ມໍ​ລານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ­ເທດ​ໄອ​ແລນ ຜູ້​ມີ​ອຳ­ນາດ​ເຕັມ ປະ­ຈຳ ສສ ຫວຽດ­ນາມ ສປປ ລາວ ແລະ ກຳ­ປູ­ເຈຍ ມີ​ຜູ້­ຕາງ­ໜ້າ​ຈາກ​ກົມ​ພົວ­ພັນ​ຕ່າງ­ປະ­ເທດ ແລະ ການ​ຄ້າ ປະ­ເທດ​ໄອ​ແລນ ພ້ອມ​ດ້ວຍ​ພະ­ນັກ­ງານ​ວິ­ຊາ​ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ທອງ​ເພັດ ສິດ­ທິ​ວັນ ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ເປັນ​ຢ່າງ​ສູງ ມາ​ຍັງ​ທ່ານ​ທູດ ກໍ​ຄື ລັດ­ຖະ­ບານ​ປະ­ເທດ​ໄອ​ແລນ ທີ່​ໃຫ້­ການ​ສະ­ໜັບ­ສະ­ໜູນ​ໃນ​ຄັ້ງ​ນີ້ ສຳ­ລັບ​ສາງ​ດັ່ງ­ກ່າວ ແມ່ນ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ປະ­ເທດ​ໄອ​ແລນ ມີ​ມູນ​ຄ່າ 22.485 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 195 ລ້ານ​ກີບ ໃນ​ການ​ປຸກ​ສ້າງ​ສາງ​ເກັບ​ມ້ຽນ​ເຄື່ອງ​ອຸ­ປະ­ກອນ​ຜະ­ລິດ​ອົງ­ຄະ​ທຽມ ແລະ ເຄື່ອງ​ຄ້ຳ​ຊູ ເພື່ອ​ຮັບ​ໃຊ້​ຄົນ​ພິ­ການ ເສຍ​ອົງ­ຄະ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ແລະ ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ເກັບ​ຮັກ­ສາ ແລະ ນຳ​ໃຊ້​ສາງ​ດັ່ງ­ກ່າວ​ໃຫ້​ເກີດ​ປະ­ໂຫຍດ​ສູງ​ສຸດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່