Monday, June 23, 2025
Kbank Laos โอน รับ จ่าย

ຄະນະ​ນຳ​ສຶກສາລາວ ​ສຳ​ເລັດ​ເຂົ້າຮ່ວມ​ປະຊຸມ (CONFRASIE) ທີ່ ສສ ຫວຽດນາມ

ຄະນະນໍາຂະແໜງການສຶກສາລາວ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງບັນດາອະທິການບໍດີຈາກສະຖາບັນທີ່ເປັນສະມາຊິກຂອງອົງການມະຫາວິທະຍາໄລ ທີ່ໃຊ້ພາສາ ຝຣັ່ງ (AUF) ໃນພາກພື້ນ ອາຊີ-ປາຊີຟິກ (CONFRASIE) ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ພາຍໃຕ້ຫົວຂໍ້

ການປຶກສາຫາລືລະ ຫວ່າງມະຫາວິທະຍາໄລ- ບໍລິສັດພາກທຸລະກິດເອກະ ຊົນຕ່າງໆ, ສິ່ງທ້າທາຍໃນປັດ ຈຸບັນຂອງນັກວິຊາການມະ ຫາວິທະຍາໄລ ແລະ ຄວາມ ຮັບຜິດຊອບທາງດ້ານສັງຄົມຂອງຂົງເຂດການສຶກສາ”.

ເຊິ່ງໄດ້ຈັດຂຶ້ນໃນຕົ້ນເດືອນພຶດສະພານີ້, ທີ່ມະຫາວິທະຍາໄລ ເສດຖະສາດ ແລະ ນິຕິສາດ ແຫ່ງຊາດ ສສ ຫວຽດ ນາມ, ໂດຍການເປັນປະທານຂອງທ່ານ ຫງຽນຫງອກດຽນ ຜູ້ຮັບຜິດຊອບວຽກງານອົງການມະຫາວິທະຍາໄລ ທີ່ໃຊ້ພາສາຝຣັ່ງໃນພາກພື້ນອາຊີ-ປາຊີຟິກ, ມີອະທິການບໍດີຂອງອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ ແລະ ຜູ້ຕາງໜ້າກະຊວງສຶກສາ, ບັນດາຜູ້ອໍານວຍການສະຖາບັນການສຶກສາຊັ້ນສູງ ແລະ ນັກຄົ້ນຄວ້າຈາກ 11 ປະ ເທດໃນພາກພື້ນ ແລະ ສາກົນ ພ້ອມຊ່ຽວຊານ ອົງການ AUF ເຂົ້າຮ່ວມ.

ກອງປະຊຸມ, ເປັນໂອກາດທີ່ດີໃນການແລກປ່ຽນຄວາມຮູ້ ແລະ ປະສົບການລະຫວ່າງບັນດາຫົວໜ້າບໍລິຫານ ມະ ຫາວິທະຍາໄລຕ່າງໆໃນຫົວຂໍ້ກ່ຽວກັບການຄົ້ນຄວ້າ ແລະ ການພັດທະນາຕໍ່ໄປໃນລະດັບພາກພື້ນ, ຄວາມຕ້ອງ ການທາງດ້ານເສດຖະກິດ – ສັງຄົມ ແລະ ການສະເໜີຫຼັກສູດການຮຽນວິຊາຊີບລວມ ໄປເຖິງການບໍລິຫານຄຸ້ມ ຄອງມະຫາວິທະຍາໄລ ແລະ ຄວາມຮັບຜິດຊອບທາງສັງຄົມຂອງມະຫາວິທະຍາໄລ.

ໃນກອງປະຊຸມຍັງໄດ້ມີຂໍ້ສະເໜີແນະຕ່າງໆ ທີ່ຫຼາກຫຼາຍເຊິ່ງຈະໄດ້ນຳມາຈັດແຈງລວບລວມໂດຍສຳນັກງານຂອງ CONFRASIE. ພ້ອມທັງໄດ້ພົບປະກັບບັນດາເພື່ອນຮ່ວມງານຈາກກະຊວງສຶກສາ ຂອງພາກພື້ນ ແລະ ປະທານອະທິການບໍດີ ຂອງ AUF ເພື່ອຄົ້ນຄິດນຳ ກັນກ່ຽວກັບກົນໄກໃນການ ຈັດຕັ້ງປະຕິບັດໃນລະດັບພາກພື້ນຮ່ວມກັບ AUF ໃຫ້ບັນດາກະຊວງຕ່າງໆ ສາມາດຈັດຕັ້ງນຳພາສະຖາບັນການສຶກສາຊັ້ນສູງ ແລະ ການຄົ້ນຄວ້າໃນການປະເຊີນກັບສິ່ງທ້າທາຍໃນປັດຈຸບັນ ແລະ ຍັງໄດ້ຄຳນຶງ ເຖິງຄວາມຮັບຜິດຊອບຂອງຕົນຕໍ່ສັງຄົມອີກດ້ວຍ.

ໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາລາວກວ່າວ່າ:

ກະຊວງສຶກສາທິການ ແລະ ກິລາຂອງລາວ ໄດ້ໃຫ້ການສະໜັບສະໜູນຢ່າງແທ້ຈິງໃນການສ້າງກົນໄກການປຶກ ສາຫາລື ແລະ ແລກປ່ຽນຄວາມຮູ້ດ້ານວິຊາການກັບບັນດາຜູ້ຊ່ຽວຊານ ໃນກອງປະຊຸມ CONFRASIE ເພື່ອຮອງຮັບໃຫ້ແກ່ວິວັດທະນາການຕ່າງໆຂອງການສຶກສາຊັ້ນສູງ ແລະ ການຄົ້ນຄວ້າຢູ່ລາວ. ພ້ອມທັງເຊື້ອເຊີນບັນ ດາສະຖາບັນສະມາຊິກຂອງກອງປະຊຸມ CONFRASIE ພວກຂ້າພະເຈົ້າ ນໍາໃຊ້ປະໂຫຍດຈາກຮູບແບບໂຄງສ້າງການຮ່ວມມືນີ້ ເພື່ອໃຫ້ຂະແໜງການສຶກສາຊັ້ນສູງ ແລະ ການຄົ້ນຄວ້າຢູ່ລາວໄດ້ຮັບຜົນປະໂຫຍດສູງສຸດ.

ກອງປະຊຸມດັ່ງກ່າວ, ນອກຈາກຈະໄດ້ມີການແລກປ່ຽນຄວາມຄິດເຫັນທີ່ຫຼາກຫຼາຍ ທີ່ໄດ້ເປີດໂອກາດໃຫ້ບັນ ດາການນຳຂອງລາວເຮົາ ໃນການຮັດແໜ້ນສາຍພົວພັນກັບບັນດາມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງໃນພາກພື້ນທີ່ເປັນສະມາຊິກຂອງ CONFRASIE ແລ້ວ ຍັງໄດ້ມີໂອກາດສະແດງສັກຂະຍະພາບ ໃນການຮ່ວມມື ແລະ ການແລກປ່ຽນດ້ານວິຊາການ ລວມທັງແນວທາງປະຕິບັດທີ່ດີບົນຫຼັກການຂອງຄວາມສາມັກຄີທີ່ຫ້າວຫັນ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.