ພາກລັດ ລາວ-ໄທ ຫາລືການເຊື່ອມໂຍງດ້ານຄົມມານາຄົມ

ກອງປະຊຸມສອງຝ່າຍປະຈໍາປີລະຫວ່າງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົົ່ງແຫ່ງ ສປປ ລາວ ແລະ ທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການກະຊວງຄົມມະນາຄົມແຫ່ງຣາ ຊະອານາຈັກໄທ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ຈັງຫວັດໜອງຄາຍຣາຊະອານາຈັກໄທ.

ເພື່ອທົບທວນຄືນການປະຕິບັດວຽກງານການເຊື່ອມໂຍງດ້ານຄົມມະນາຄົມຂົນສົົ່ງ ທີ່ເປັນພື້ນຖານສໍາຄັນຂອງການພັດທະນາເສດຖະກິດ-ການຄ້າຂອງສອງປະເທດ, ໂດຍສະເພາະດ້ານພື້ນຖານໂຄງລ່າງຄົມມານາຄົມໃຫ້ກວ້າງຂວາງກວ່າເກົ່າຄື:

ການເຊື່ອມໂຍງຜ່ານຂົວມິດຕະພາບລາວ-ໄທ ໂດຍສອງຝ່າຍໄດ້ສໍາເລັດຮ່າງຂໍ້ຕົກລົງຈະສ້າງຂົວມິດຕະພາບແຫ່ງທີ 5 ຈຸດແຂວງບໍລິຄຳໄຊ-ຈັງຫວັດບຶງການ.

ເຊິ່ງຄາດວ່າຈະໄດ້ເຊັນສັນຍາຂໍ້ຕົກລົງດັ່ງກ່າວໃນເດືອນມິຖຸນາ 2019 ນີ້, ພ້ອມທັງຊຸກຍູ້ໃຫ້ມີການກໍ່ສ້າງຂົວມິດຕະພາບແຫ່ງທີ 6 ຈຸດແຂວງສາລະວັນ-ຈັງຫວັດອຸບົນຣາຊະທານີ, ເຊິ່ງໄດ້ສໍາເລັດການສຶກສາທາງດ້ານເສດ ຖະກິດ-ສັງຄົມ ແລະ ການສໍາຫລວດ-ອອກແບບລະອຽດແລ້ວ.

ນອກນັ້ນ, ສອງຝ່າຍໄດ້ເປັນເອກະພາບກັນໃນການສ້ອມແປງບໍາລຸງຮັກສາຂົວມິດຕະພາບແຫ່ງທີ 3 ແຂວງຄໍາມ່ວນ-ຈັງຫວັດນະຄອນພະນົມ ແລະ ຂົວມິດຕະພາບແຫ່ງທີ 4 ແຂວງບໍ່ແກ້ວ-ຈັງຫວັດຊຽງລາຍ, ພ້ອມທັງເພີ່ມມາດຕະການຄວບຄຸມນໍ້າໜັກຂອງລົດບັນທຸກຜ່ານຂົວຕາມຈຸດຕ່າງໆໃຫ້ລະອຽດຕື່ມອີກ.

ສໍາລັບການເຊື່ອມໂຍງທາງລົດໄຟລາວ-ໄທ ສອງຝ່າຍຈະຮ່ວມມືກັນສ້າງຂົວຂ້າມນໍ້າຂອງສະເພາະທາງລົດໄຟຈຸດນະຄອນຫລວງວຽງຈັນ-ຈັງຫວັດໜອງຄາຍ ແລະ ຈະກໍ່ສ້າງເສັ້ນທາງລົດໄຟນະຄອນຫລວງວຽງຈັນ-ຈັງຫວັດໜອງຄາຍໄລຍະສອງ ທີ່ມີຄວາມຍາວ 7,5 ກິໂລແມັດ ເຊິ່ງຄາດວ່າຈະໄດ້ລົງມືກໍ່ສ້າງໃນທ້າຍປີ 2019.

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ການສ້າງທາງລົດໄຟເຊື່ອມຕໍ່ລະຫວ່າງແຂວງຈໍາປາສັກ-ຈັງຫວັດອຸບົນຣາດຊະທານີ ແລະ ລະຫວ່າງແຂວງຄໍາມ່ວນ-ຈັງຫວັດນະຄອນພະນົມ. ສໍາລັບການຮ່ວມມືດ້ານການຂົນສົົ່ງທາງລົດສອງຝ່າຍເຫັນດີປະຕິບັດການກວດກາຜ່ານແດນຮ່ວມກັນຢູ່ດ່ານສາກົນແຂວງສະຫວັນນະເຂດ-ຈັງຫວັດມຸກດາຫານ ແລະ ສົົ່ງເສີມໃຫ້ມີການບໍລິການໂດຍສານຜ່ານແດນລະຫວ່າງສາມປະເທດລາວ-ໄທ-ຫວຽດນາມ.

ນອກນີ້ຈະຊຸກຍູ້ໃຫ້ມີການກໍ່ສ້າງຍົກລະດັບທາງເລກ 11 ແຕ່ຂົວນໍ້າສັງ-ບ້ານໂນນສະຫວັນ-ບ້ານໂຄກເຂົ້າດໍ,ອີກຈຸດໜຶ່ງແມ່ນແຕ່ຊະນະຄາມ-ບ້ານໂນນສະຫວັນ ແລະ ທາງເລກ 12 ແຕ່ທ່າແຂກ-ດ່ານນາເພົ້າຊາຍແດນລາວ-ຫວຽດນາມຢູ່ແຂວງຄໍາມ່ວນ, ພ້ອມທັງປືກສາຫາລືການຮ່ວມມືພັດທະນາຊັບພະຍາກອນມະນຸດ ແລະ ວຽກງານອື່ນໆອີກ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...