ຫ້າມຍາກ! ທີ່ຈະຢຸດຄົນລາວອອກໄປຂາຍແຮງງານຢູ່ປະເທດໃກ້ຄຽງ

ປະທານຄະນະບໍລິຫານງານ ສະຫະພັນກໍາມະບານ ເມືອງ ທ່ານປາງທອງ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ມັນເປັນບັນຫາຍາກຫຼາຍທີ່ຈະຫ້າມບໍ່ໃຫ້ຊາວໜຸ່ມລາວ, ໂດຍສະເພາະຊາວເມືອງ ທ່າປາງທອງ ນີ້ເອງ, ບໍ່ໃຫ້ເດີນທາງໄປອອກແຮງງານຢູ່ປະເທດໃກ້ຄຽງເຮົາ (ເປັນຕົ້ນແມ່ນປະເທດໄທ).

ເນື່ອງຈາກວ່າສິ່ງດັ່ງກ່າວມັນເຄີຍມີມາດົນນານແລ້ວ, ບາງຄົນກໍຖືກຕ້ອງຕາມລະບຽບກົດໝາຍ ແລະ ບາງຄົນກໍບໍ່ຖືກຕ້ອງ, ລັກລອບເຂົ້າໄປນໍາໝູ່ເພື່ອນ, ຜູ້ລຶ້ງເຄີຍ ແລະ ການຊັກຊວນຂອງພວກນາຍໜ້າ ແລະ ອັນສໍາຄັນອີກອັນໜຶ່ງ ແມ່ນສອງປະເທດມີຊາຍແດນຕິດຈອດກັນ, ເຄີຍໄປມາຫາສູ່ກັນ, ມີພາສາປາກເວົ້າ ແລະ ຂະນົບທໍານຽມທີ່ຄ້າຍຄືກັນ, ເປັນປະເທດທີ່ພັດທະນາກວ່າ, ມີເງື່ອນໄຂສ້າງລາຍຮັບໄດ້ດີກວ່າ ແລະ ອື່ນໆ.

ດັ່ງທ່ານປະທານສະຫະພັນກໍາມະບານເມືອງດັ່ງກ່າວໃຫ້ຮູ້ວ່າ: ການໄປອອກແຮງງານຢູ່ຕ່າງປະເທດກໍມີດ້ານດີ ແລະ ບໍ່ດີຂອງມັນຄື:

ຈຸດດີ: ແມ່ນໄດ້ໄປເຫັນບ່ອນຈະເລີນທັນສະໄໝກວ່າ, ມີຄ່າແຮງງານສູງກວ່າ, ໄດ້ປະສົບການອັນໃໝ່ ແລະ ສີມືແຮງງານກໍອາດໄດ້ຮັບການພັດທະນາດີຂຶ້ນ, ສ່ວນອັນບໍ່ດີກໍແມ່ນ ຄວາມຫຍຸ້ງຍາກໃນການໄປດໍາລົງຊີວິດຢູ່ປະເທດອື່ນທີ່ຫ່າງໄກຈາກຄອບຄົວ, ມີຄ່າໃຊ້ຈ່າຍສູງ, ມີຄວາມສ່ຽງໃນການຖືກສໍ້ໂກງຄ່າແຮງງານ ຫຼືຖືກເຈົ້າໜ້າທີ່ປັບໃໝການເຂົ້າເມືອງຜິດກົດໝາຍ ຫຼືອາດຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໄດ້ງ່າຍ ແລະ ອື່ນໆ.

ດັ່ງນັ້ນເພື່ອແກ້ໄຂສະພາບດັ່ງກ່າວ, ສິ່ງສໍາຄັນແມ່ນອໍານາດການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນຕ້ອງເປັນເຈົ້າການຊ່ວຍເຫຼືອເຂົາເຈົ້າໃນການໄປອອກແຮງງານຢູ່ຕ່າງປະເທດ ຕ້ອງຖືກຕ້ອງຕາມລະບຽບກົດໝາຍ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...