ສອງປະເທດ ລາວ-ຫວຽດນາມ ສືບຕໍ່ຍົກສູງຄຸນນະພາບການສຶກສາຮ່ວມກັນ

ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ຫງວຽນ ວັນຟຸກ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ, ເພື່ອຫາລື ແຜນການຮ່ວມມືຍົກສູງຄຸນນະພາບການສຶກສາລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ດີຂຶ້ນ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຫາລືແຜນຮ່ວມມື ຈັດງານວາງສະແດງຜົນງານການສຶກສາລະຫວ່າງ 2 ປະ ເທດ, ເປັນຕົ້ນແມ່ນ ການຈັດສໍາມະນາບັນຫາຕ່າງໆ ເພື່ອແນໃສ່ປັບປຸງຄຸນນະພາບການສຶກສາ ໂດຍສະເພາະ ການສ້າງບຸກຄະລາກອນຂອງລາວ ຢູ່ຫວຽດນາມ ແລະ ການສ້າງພະນັກງານ, ນັກສຶກສາຫວຽດນາມ ຢູ່ລາວ, ເຊິ່ງງານດັ່ງກ່າວຈະໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດ.

ພ້ອມທັງ ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ແລະ ແລກປ່ຽນກ່ຽວກັບໂຄງການຍົກສູງຄຸນນະພາບການສຶກສາລະຫວ່າງລາວ-ຫວຽດນາມ ທີ່ໄດ້ມີການວາງແຜນນໍາກັນມາແລ້ວແຕ່ປີ 2011-2020 ແລະ ໃນທ້າຍປິ 2019 ນີ້ ຈະໄດ້ສະເໜີໃຫ້ແຕ່ລະມະຫາວິທະຍາໄລແຕ່ງຕັ້ງອະນຸກໍາມະການຂອງຕົນ ເພື່ອສະຫຼຸບຖອດຖອນບົດ ຮຽນສິ່ງທີ່ເຮັດໄດ້ດີ, ສິ່ງທີ່ຍັງຄົງຄ້າງ, ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ເພື່ອວາງແຜນຮ່ວມມືໃນໄລຍະ 2021-2030 ໃຫ້ມີປະສິດທິຜົນສູງຂຶ້ນ.

ໃນໂອກາດນີ້, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ກໍໄດ້ ສະແດງຄວາມຊົມເຊີຍທີ່ຄະນະດັ່ງກ່າວ ຈະຈັດງານວາງສະແດງຢູ່ ມຊ , ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອຮ່ວມ ມືທີ່ດີໃນການ ສ້າງຊັບພະຍາກອນຊ່ວຍລາວ ໃນແຕ່ລະປີ ແລະ ເຫັນພ້ອມທີ່ທັງສອງຝ່າຍຈະສືບຕໍ່ເພີ່ມທະວີການຍົກສູງ ຄຸນນະພາບການສຶກສາຂອງຕົນໃຫ້ ມີບາດກ້າວຂະຫຍາຍຕົວດີຂຶ້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...