ການຂະຫຍາຍຕົວຂອງເສດຖະກິດລາວ ມີຈັງຫວະຊ້າລົງເລັກໜ້ອຍ

World Bank, Trade Development

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານການປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການໃນ 6 ເດືອນທ້າຍປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 5 ມິຖຸນາ ນີ້ວ່າ:

ລັດຖະບານໄດ້ຕີລາຄາລວມ ສະພາບການພັດທະນາດ້ານເສດຖະກິດ ແມ່ນຍັງສືບຕໍ່ຂະຫຍາຍຕົວໃນລະດັບ 6,5% ຖືເປັນອັດຕາການເຕີບໂຕທີ່ສູງເມື່ອທຽບກັບຫລາຍປະເທດໃນພາກພື້ນ, ແຕ່ເປັນອັດຕາທີ່ມີຈັງຫວະຊ້າລົງເມື່ອທຽບຫລາຍປີຜ່ານມາ ຍ້ອນການປະກອບສ່ວນຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຫລຸດລົງ, ຂະແໜງກະສິກຳ ຖືກກະທົບຈາກໄພພິບັດທາງທໍາມະຊາດ, ສໍາລັບຂະແໜງບໍລິການແມ່ນຂະຫຍາຍຕົວໄວຂຶ້ນ.

ທ່ານນາຍົກ ກ່າວວ່າ:

ລັດຖະບານເຫັນວ່າເສດຖະກິດມະຫາພາກຂອງປະເທດເຮົາຍັງມີຄວາມບອບບາງ ແລະ ສ່ຽງຕໍ່ສະພາບກະທົບຈາກພາຍນອກ, ເນື່ອງຈາກບັນຫາທີ່ສະສົມມາຫລາຍປີຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວໄດ້ໃນເວລາອັນສັ້ນໆ ເປັນຕົ້ນແມ່ນບັນຫາການຂາດດຸນງົບປະມານຊໍ້າເຮື້ອ, ໜີ້ສິນສະສົມມາຫລາຍ, ຄັງສໍາຮອງເງິນຕາຕ່າງປະ ເທດຕໍ່າ, ການເກັບລາຍຮັບບໍ່ທັນຄົບຖ້ວນ ແລະ ຊັດເຈນ, ການສົ່ງເສີມການຜະລິດສິນຄ້າ ແລະ ການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ ຍັງບໍ່ທັນເຂັ້ມແຂງ ແລະ ເປັນຂະບວນຟົດຟື້ນ, ການປັບປຸງສົ່ງເສີມ ແລະ ນໍາໃຊ້ທ່າແຮງດ້ານທ່ອງທ່ຽວເຮັດບໍ່ທັນໄດ້ດີ, ການປັບປຸງວິສາຫະກິດລັດມີຄວາມຄືບໜ້າຊ້າ, ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ: ບັນຫາຢາເສບຕິດ, ປຸ້ນຈີ້-ຊີງຊັບ, ຂີ້ລັກ-ງັດແງະ, ອຸປະຕິເຫດ ແລະ ໄພສັງຄົມອື່ນໆມີລັກສະນະແຜ່ຫລາຍ.

ແນວໃດກໍຕາມ, ລັດຖະບານຈະພະຍາຍາມຫລຸດຜ່ອນການເອື່ອຍອີງໃສ່ການລົງທຶນໃນຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ການກູ້ຢືມຈາກພາຍນອກມາລົງທຶນໃສ່ການສ້າງພື້ນຖານໂຄງລ່າງທີ່ມີປະສິດທິຜົນທາງດ້ານເສດຖະ ກິດຕໍ່າ.

ຊຸກຍູ້ການຜະລິດເປັນສິນຄ້າ, ການສົ່ງເສີມອຸດສາຫະກຳປຸງແຕ່ງ, ການທ່ອງທ່ຽວ ແລະ ການບໍລິການຜ່ານ, ການສົ່ງເສີມການເຊື່ອມຈອດ ແລະ ການພັດທະນາທ່າແຮງທາງດ້ານເສດຖະກິດອື່ນໆຂອງປະເທດ, ກວດກາ, ເກືອດຫ້າມ ແລະ ປະຕິບັດມາດຕະການເດັດຂາດຕໍ່ການເຄື່ອນໄຫວເສດຖະກິດທີ່ຂັດກັບແນວທາງນະໂຍບາຍ, ຜິດລະບຽບກົດໝາຍ ແລະ ບໍ່ສອດຄ່ອງກັບລະບຽບການ ເປັນຕົ້ນການປາບປາມການຄ້າຂາຍຢາເສບຕິດ, ການຕັດໄມ້ຊະຊາຍ ແລະ ສົ່ງໄມ້ທ່ອນອອກປະເທດ, ການລັກລອບໜີພາສີ ແລະ ການເຄື່ອນໄຫວບໍ່ດີອື່ນໆ, ເຊິ່ງເປັນການຈຳກັດ ແລະ ອັດຊ່ອງທາງຂອງກະແສເງິນທີ່ບໍ່ຖືກຕ້ອງເຂົ້າປະເທດ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: