ສະພາແຫ່ງຊາດ ສະເໜີໃຫ້ ກະຊວງ ຖວທ ປັບປຸງ ແລະ ແກ້ໄຂຫຼາຍບັນຫາ

ຜ່ານການ ຕິດຕາມ ກວດກາ ຂອງຄະນະ ປະຈຳສະພາ ແຫ່ງຊາດ, ບັນດາກຳມາທິການ, ສະມາຊິກສະພາແຫ່ງ ຊາດ ແລະ ການສັງລວມຈາກຫາງສຽງສັງຄົມ ກ່ຽວກັບການຈັດຕັ້ງປະຕິບັດມະຕິ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ 2018 ຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ໃນປີ 2019 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIIIໂດຍຄະນະປະຈໍາ ສະພາແຫ່ງ ຊາດ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ຊີ້ນຳຂະແໜງ ການທີ່ກ່ຽວຂ້ອງປັບປຸງ ແລະ ແກ້ໄຂຫລາຍບັນຫາ ເພື່ອຮັບປະກັນການສືບຕໍ່ພັດທະນາວຽກງານການ ທ່ອງທ່ຽວ ໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດແຜນປີທ່ອງທ່ຽວລາວ-ຈີນ 2019 ໃຫ້ບັນລຸຄາດໝາຍດັ່ງກ່າວ.

ທ່ານ ສົມພູ ດວງສະຫວັນ ກໍາມະການຄະນະປະຈໍາ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ເນັ້ນໃຫ້ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້​ເອົາໃຈໃສ່ຜັນຂະ ຫຍາຍ 7 ມາດຕະການ ທີ່ຂະແໜງການໄດ້ກໍານົດໄວ້ ແລະ 5 ມາດຕະການເພີມເຕີ່ມ ຂອງສະພາແຫ່ງຊາດ ຕາມມະຕິສະບັບເລກທີ 081/ສພຊ ທີ່ຍັງບໍ່ທັນສໍາເລັດ ໃຫ້ເປັນຮູບປະທໍາຫລາຍຂຶ້ນ ເປັນ ຕົ້ນການສ້າງລະບຽບການຄຸ້ມຄອງແຫລ່ງທ່ອງທ່ຽວ ແລະ ເມືອງທ່ອງທ່ຽວ, ສ້າງລະບຽບການຄຸ້ມຄອງການເກັບກອງທຶນທ່ອງທ່ຽວ, ປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງການເຄື່ອນໄຫວ ຂອງຕຳຫລວດທ່ອງທ່ຽວ ທີ່ບໍ່ສອດຄ່ອງກັບມາດຕາ 44 ຂອງກົດໝາຍວ່າດ້ວຍການທ່ອງ ທ່ຽວ.

ສືບຕໍ່ສໍາຫລວດ ແລະ ຈັດສັນແຫລ່ງທ່ອງທ່ຽວໃຫ້ມີຈຸດສຸມ ພ້ອມທັງສ້າງແຜນການທ່ອງທ່ຽວ ທີ່ເປັນວົງຈອນເຊື່ອມຕໍ່ລະ ຫວ່າງແຂວງ ແລະ ບັນດາແຂວງ ທີ່ມີຊາຍແດນຕິດກັບບັນດາປະເທດໃກ້ຄຽງ ໂດຍເລັ່ງໃສ່ພັດທະ ນາແຫລ່ງທ່ອງທ່ຽວ; ຮີບຮ້ອນສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະມາຄົມທຸລະກິດທ່ອງທ່ຽວ ເພື່ອເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງ ແລະ ພັດທະນາສະມາ ຄົມທຸລະກິດທ່ອງທ່ຽວ; ຮີບຮ້ອນປັບປຸງການແບ່ງຂັ້ນຄຸ້ມຄອງ ລະຫວ່າງກະຊວງ ແລະ ຂັ້ນແຂວງລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມຈະແຈ້ງ, ເປັນເອ ກະພາບໃນການຄຸ້ມຄອງວຽກ ງານທ່ອງທ່ຽວ.

ນອກຈາກນີ້, ຕ້ອງປັບປຸງກົນໄກປະສານງານ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃນການ ສ້າງປັບປຸງກົດ ໝາຍ ແລະ ອອກນິຕິກໍາໃຕ້ກົດໝາຍທີ່ຈຳເປັນ ໃຫ້ເປັນລະບົບຄົບຊຸດ ເພື່ອຄຸ້ມຄອງການທ່ອງທ່ຽວ; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ກຳນົດມາດຕະຖານພາຫະນະຂົນສົ່ງທ່ອງທ່ຽວ ຕາມທີ່ກຳນົດໃນມາດຕາ 23 ຂອງກົດໝາຍວ່າດ້ວຍການທ່ອງທ່ຽວ; ຮີບຮ້ອນຄົ້ນຄວ້າ ແລະ ກຳນົດລາຄາສະເລ່ຍຕ່ຳສຸດ ໃນການທ່ອງ ທ່ຽວ ຢູ່ ສປປ ລາວ ໃຫ້ຊັດເຈນ; ຮີບຮ້ອນຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທ່ອງທ່ຽວ ໃຫ້ເປັນຮູບປະທຳຂຶ້ນ.

ມີກົນໄກຄຸ້ມຄອງດັດສົມລາຄາເຂົ້າຊົມ ແລະ ຄ່າບໍລິການຢູ່ສະຖານທ່ອງທ່ຽວ ໃຫ້ເປັນເອກະພາບໃນທົ່ວປະ ເທດ; ອອກນິຕິກຳການຄຸ້ມຄອງມໍລະດົກທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ເປັນຮູບປະທຳ ແລະ ນາມມະທຳ ທີ່ຕິດພັນກັບແຫລ່ງທ່ອງທ່ຽວ; ຄົ້ນຄວ້າ, ສ້າງປຶ້ມຄູ່ມື ກ່ຽວກັບຂໍ້ມູນ, ປະຫວັດຂອງແຫລງທ່ອງທ່ຽວ ເພື່ອເປັນເຄື່ອງມືໃຫ້ແກ່ພະນັກງານນຳທ່ຽວ ຊີ້ແຈງອະທິບາຍປະຫວັດຄວາມເປັນມາຂອງແຫລ່ງທ່ອງທ່ຽວ ເພື່ອໃຫ້ສອດຄ່ອງກັບນະໂຍ ບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ; ພ້ອມສົ່ງເສີມສິລະປະວັດທະນະທໍາ ທີ່ຕິດພັນກັບທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອດຶງດູດ ສ້າງຄວາມຊົງຈຳອັນດີໃຫ້ແກ່ນັກທ່ອງທ່ຽວ.

ເພີ່ມທະວີການຕິດຕາມກວດກາ ແລະ ແກ້ໄຂ ຜູ້ດຳເນີນທຸລະກິດທ່ອງທ່ຽວ ທີ່ບໍ່ຖືກຕ້ອງຕາມກົດໝາຍ ພ້ອມທັງຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ຢ່າງເຂັ້ມງວດ; ເອົາໃຈໃສ່ສ້າງບຸກຄະລາກອນທ່ອງທ່ຽວ ໃຫ້ໄດ້ປະ ລິມານ ແລະ ຄຸນນະພາບ, ຍົກລະດັບຄວາມຮູ້ໃຫ້ຜູ້ປະກອບການ ແລະ ປະຊາຊົນ ໃຫ້ມີສ່ວນຮ່ວມໃນການພັດ ທະນາວຽກງານທ່ອງທ່ຽວ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເພື່ອສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ສະເໜີຄົ້ນຄວ້າ ແລະ ກຳນົດແຂວງພັດທະນາການທ່ອງທ່ຽວ ໂດຍສະເພາະຢູ່ນະຄອນ ຫລວງວຽງຈັນ, ນະຄອນຈຳປາສັກ ແລະ ນະຄອນຫລວງພະບາງ ດ້ວຍການລົງທຶນຂອງລັດຢ່າງມີຈຸມສຸມ; ສ້າງກົນໄກການທ່ອງທ່ຽວຜ່ານປະຕູດຽວ, ນຳໃຊ້ເຄື່ອງມື, ເຕັກນິກທີ່ທັນສະໄໝ ເຂົ້າໃນການຈັດເກັບລາຍຮັບ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້; ສະເໜີໃຫ້ມີການຄົ້ນຄວ້າ, ວິເຄາະວິໄຈ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ເພື່ອຮັບປະກັນໃຫ້ແກ່ການດຶງດູດ ຕະຫລາດທ່ອງທ່ຽວອື່ນໃຫ້ມີຄວາມຍືນຍົງ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...