Sunday, January 19, 2025

ມຊ ຈັດກອງປະຊຸມສັນຈອນຂອງສະຫະພັນກຳມະບານ ຄັ້ງທີ 6

ທີ່ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ (ຮພຊ) ໄດ້ຈັດກອງປະຊຸມສັນຈອນ ຄັ້ງທີ 6 ຂອງສະຫະພັນກໍາມະບານ ມຊ. ຂຶ້ນທີ່ຫ້ອງປະຊຸມຂອງຕົນ. ໂດຍການເປັນປະທານຂອງສະຫາຍ ຮສ. ແກ່ນຈັນ ສິນສຳພັນ ຄະນະພັກ ມຊ, ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ.

ມີສະຫາຍ ຮສ. ປອ. ອານຸລົມ ວິໄລພອນ ປະທານສະຫະພັນກຳມະບານ ມຊ, ຄະນະບໍດີ ຄະນະວິທະຍາສາດກາຍະກຳ-ການກິລາ, ສະຫາຍ ຮສ. ປອ. ຄຳພຸດ ພົມມະສອນ ຮອງເລຂາພັກໜ່ວຍຮາກຖານ ຮພຊ, ມີສະຫາຍ ຮອງປະທານກຳມະບານ ມຊ, ມີບັນດາສະຫາຍປະທານຮາກຖານກຳມະບານພ້ອມດ້ວຍຄະນະທັງ 16 ຮາກຖານເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ, ປະທານຮາກຖານກຳມະບານທັງ 16 ຮາກຖານໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຂອງຕົນຕໍ່ທີ່ປະຊຸມ ໃຫ້ຄະນະປະທານໄດ້ຮັບຊາບ ພ້ອມດຽວກັນໃນກອງປະຊຸມກໍໄດ້ປຶກສາຫາລືວຽກງານຫຼາຍດ້ານໂດຍສະເພາະແມ່ນວຽກງານທີ່ຍັງຄ້າງຄາມາແຕ່ກອງປະຊຸມສັນຈອນຄັ້ງທີ 5.

ເພື່ອຫາວິທີແກ້ໄຂ້ໃຫ້ວຽກງານໄດ້ຮັບຜົນເລັດ, ປຶກສາຫາລືວຽກງານການໄປທັດສະນະສຶກສາພາຍໃນ ແລະຕ່າງປະເທດ ວ່າຈະກຳນົດເອົາຊວງໃດ ເວລາໃດຈຶ່ງຈະເໝາະສົມ, ພ້ອມກັນວ່າງແຜນວຽກງານທີ່ຈະປະຕິບັດໃນຕໍ່ໜ້າ, ໃນກອງປະຊຸມຍັງໄດ້ຜ່ານລະບຽບກອງທຶນ ແລະຜ່ານຂໍ້ຕົກລົງແຕ່ງຕັ້ງກະກຽມກອງປະຊຸມຄັ້ງທີ່ V ຂອງສະຫະພັນກຳມະບານ ມຊ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ແລະໄດ້ປຶກສາຫາລືວຽກງານອື່ນໆອີກ.

ຫຼັງຈາກນັ້ນ ຄະນະສະພັນກຳມະບານ ມຊ. ກໍຄືສະຫະພັນກຳມະບານທົ່ວ ມຊ ກໍໄດ້ມອບເງິນຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ຖືກອັກຄີໄພ  ເພື່ອເປັນຊ່ວຍເຫຼືອເຊິ່ງກັນ ແລະກັນອີກດ້ວຍ.

ແຫຼ່ງຂໍ້ມູນ: National University of Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: