Monday, November 10, 2025
Kbank Laos โอน รับ จ่าย

ເຊີນທ່ຽວຊົມງານຕະຫຼາດນັດເບ້ຍໄມ້ ທີ່ເດີ່ນພະທາດຫຼວງ

ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ກັບ​ກົມ​ປ່າ­ໄມ້ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ຈັດ​ງານ​ຕະ­ຫຼາດ­ນັດ​ວາງ­ສະ­ແດງ​ຕົ້ນ­ໄມ້ ແລະ ເບ້ຍ​ໄມ້ ປະ­ຈຳ​ປີ 2019 ຂຶ້ນ​ວັນ​ທີ 5-11 ມິ­ຖຸ­ນາ  2019 ທີ່​ເດີ່ນ​ພະ​ທາດ­ຫຼວງ​ວຽງ​ຈັນ ໃນ​ໂອ­ກາດ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ 1 ມິ­ຖຸ­ນາ ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ​ນະ­ຄອນ ຫຼວງ​ວຽງ​ຈັນ ທ່ານ ທອງ​ພັດ ວົງ​ມະ­ນີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ບັນ­ດາ​ຫົວ­ໜ້າ​ກົມ ຮອງ​ກົມ ພະ​ແນກ ຫ້ອງ­ການ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ຜະ­ລິດ​ເບ້ຍ​ໄມ້ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຫຼ້າ​ສາຍ ນວນ​ທາ​ສິງ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ງານ​ຕະ­ຫຼາດ­ນັດ​ຄັ້ງ​ນີ້ ໄດ້​ເຊື້ອ​ເຊີນ​ເອົາ​ບັນ­ດາ​ກຸ່ມ​ຜະ­ລິດ​ເບ້ຍ​ໄມ້ ລວມ​ທັງ​ພາກ​ລັດ ເອ­ກະ​ຊົນ ແລະ ບໍ­ລິ­ສັດ​ນຳ​ເອົາ​ເບ້ຍ​ໄມ້​ມາ​ວາງ­ສະ­ແດງ​ທັງ​ໝົດ 30 ຮ້ານ ໃນ​ນີ້ ມີ​ພາກ​ລັດ 4 ຮ້ານ ເອ­ກະ​ຊົນ 26 ຮ້ານ ເບ້ຍ​ໄມ້​ທີ່​ນຳ​ມາ​ວາງ­ສະ­ແດງ​ທັງ​ໝົດ 50.000 ເບ້ຍ ໃນ​ນີ້ ໄມ້​ອຸດ­ສາ­ຫະ­ກຳ 20.000 ເບ້ຍ ໄມ້​ໃຫ້​ໝາກ 15.000 ເບ້ຍ ແລະ ໄມ້​ປະ­ດັບ 15.000 ເບ້ຍ ເຊິ່ງ​ການ​ຈັດ​ງານ​ຄັ້ງ​ນີ້ເພື່ອ​ສົ່ງ­ເສີມ​ທຸກ​ພາກ­ສ່ວນ ຜູ້​ທີ່​ໄດ້​ຜະ­ລິດ​ເບ້ຍ​ໄມ້​ທຸກ​ປະ­ເພດ​ໃຫ້​ໄດ້​ນຳ​ມາ​ສະ­ແດງ ແລະ ແລກ­ປ່ຽນ​ຊື້-ຂາຍ ທັງ​ເປັນ​ການ​ແລກ­ປ່ຽນ​ຂໍ້​ມູນ​ທາງ​ດ້ານ​ວິ­ຊາ​ການ​ໃຫ້​ແກ່​ສັງ­ຄົມ ໂດຍ​ເຫັນ​ໄດ້​ບົດ­ບາດ​ຄວາມ​ສຳ­ຄັນ​ຂອງ​ປ່າ­ໄມ້​ທີ່​ມີ​ຕໍ່​ຊີ­ວິດ​ຂອງ​ຄົນ​ເຮົາ ຕໍ່​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ຕໍ່​ເສດ­ຖະ­ກິດ ແລະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ­ຖະ­ບານ​ວາງ​ອອກ ດັ່ງ­ນັ້ນ ຜູ້​ທີ່​ຕ້ອງ­ການ​ເບ້ຍ​ໄມ້​ທີ່​ຈະ​ນຳ­ໄປ​ປູກ​ໃສ່​ເນື້ອ­ທີ່​ດິນ​ຂອງ​ຕົນ ແລະ ສວນ​ສາ­ທາ­ລະ­ນະ​ທົ່ວ​ໄປ ກໍ​ສາ­ມາດ​ໄປ​ຊື້​ໄດ້​ຢູ່​ສະ­ຖານ­ທີ່​ດັ່ງ­ກ່າວ​ທີ່​ມີ​ເບ້ຍ​ໄມ້​ຫຼາຍ​ຊະ­ນິດ ແລະ ຫຼາຍ​ລາ­ຄາ​ໃຫ້​ເລືອກ.

ນອກ­ຈາກ​ນີ້ ພາຍ​ໃນ​ງານ ທ່ານ ທອງ​ພັດ ວົງ​ມະ­ນີ ຍັງ​ໄດ້​ມອບ​ແນວ​ພັນ​ເຂົ້າ­ທ່າ​ດອກ​ຄຳ​ລຸ້ນ 3 ຈຳ­ນວນ 47 ໂຕນ ມູນ​ຄ່າ 235 ລ້ານ​ກີບ ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ຮັບ​ໂດຍ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຈາກ​ນັ້ນ ທ່ານ​ໄດ້​ມອບ​ຕໍ່­ໃຫ້​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ 5 ເມືອງ ຄື: ປາກ​ງື່ມ ໄຊ​ທາ­ນີ ຫາດ​ຊາຍ​ຟອງ ສັງ​ທອງ ແລະ ເມືອງ​ນາ​ຊາຍ​ທອງ ເພື່ອ​ຟື້ນ​ຟູ​ຫຼັງ​ນ້ຳ​ຖ້ວມ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.