Monday, November 10, 2025
Kbank Laos โอน รับ จ่าย

ພິທີປະກາດແຕ່ງຕັ້ງ ຕໍາແໜ່ງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ

ພິທີປະກາດແຕ່ງຕັ້ງຕໍາແໜ່ງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຄະນະເສດຖະ ສາດ ແລະບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານຮອງອະທິການ, ຫົວໜ້າຫ້ອງການຄະນະພັກ ແລະ ຫົວໜ້າກົມຈັດຕັ້ງພະນັກງານກະຊວງສຶກສາທິການ ແລະກີລາ, ພ້ອມດ້ວຍບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງໝໍ ແລະໂຮງຮຽນພອນສະຫວັນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງພະນັກງານກະຊວງສຶກສາທິການ ແລະກີລາ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 130/ນ.ຍ ວົງວັນທີ 10/05/2019; ວ່າດ້ວຍການແຕ່ງ ຕັ້ງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໂດຍແຕ່ງຕັ້ງໃຫ້ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ເປັນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ຂະນະດຽວກັນ, ທ່ານ ຄໍາພວງ ບຸນມີໄຊ ຫົວໜ້າຫ້ອງການຄະນະພັກກະຊວງສຶກສາທິການ ແລະກີລາ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະພັກມະຫາວິທະຍາໄລແຫ່ງຊາດ, ໂດຍແຕ່ງຕັ້ງໃຫ້ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ເປັນຮອງເລຂາຄະນະພັກ ຄະນະປະຈຳພັກ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ເປັນປະທານກວດກາພັກ, ຄະນະປະຈໍາພັກ ມະຫາວິທະຍາໄລແຫ່ງຊາດ. 

ໃນພິທີ ທ່ານ ຮສ. ປອ. ກອງສີ ແສງມະນີ ກໍໄດ້ກ່າວສະແດງຄວາມຍໍຍ້ອງຊົມເຊີຍໃນການປະຕິບັດ ໜ້າທີ່ຂອງຄະນະພັກ ຄະນະນຳມະຫາວິທະຍາໄລແຫ່ງຊາດໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກກ່ຽວກັບການມີວິໄສທັດທີ່ກວ້າງໄກ, ມີການພັດທະນາຢ່າງຮອບດ້ານ ໃຫ້ເທົ່າທຽບເທົ່າກັບພາກພື້ນ ແລະສາກົນ;

ສືບຕໍ່ປັບປຸງກົງຈັດການຈັດຕັ້ງໃນແຕ່ລະຂັ້ນໃຫ້ເໝາະສົມ, ພັດທະນາດ້ານວິຊາໂດຍສະເພາະກໍແມ່ນໃຫ້ນັກສຶກສາມີຫົວຄິດປະດິດສ້າງ ພັດທະນາຜະລິດຕະພັນທີ່ເປັນເອກະລັກຂອງຕົນເອງ; ໃນໂອກາດດຽວກັນທ່ານກໍຍັງໄດ້ໃຫ້ຄໍາຊີ້ທິດເຍືອງທາງໃນການທາບທາມເອົາຄະນະນຳມະຫາວິທະຍາໄລແຫ່ງຊາດ (ຂັ້ນຮອງອະທິການບໍດີ) ເພື່ອມາບໍລິຫານໃນຕຳແໜ່ງຫວ່າງ ໃນອະນາຄົດອັນໃກ້ນີ້.

ຈາກນັ້ນ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ທີ່ຫາກໍໄດ້ຮັບການແຕ່ງຕັ້ງເປັນ ອະທິການບໍດີ ມຊ ກໍໄດ້ຂຶ້ນຮັບຄຳໂອວາດຕັກເຕືອນ ຈາກ ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ເຊິ່ງທ່ານໄດ້ໃຫ້ຄຳໝັ້ນສັນ ຍາ ຈະເຮັດໜ້າທີ່ໃນການບໍລິຫານ, ຊີ້ນຳໆພາໃຫ້ຈະເລີ່ນກ້າວໜ້າຕໍ່ໄປ.

ແຫຼ່ງຂໍ້ມູນ: National University of Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.