Saturday, November 1, 2025
Kbank Laos โอน รับ จ่าย

ແຂວງເຊກອງ ສົ່ງອອກສິນຄ້າກະສິກຳ 100 ຕື້ກວ່າກີບ

Laos, Sekong Province

ການປູກພືດເປັນສິນຄ້າແຂວງເຊກອງ ຍັງສືບຕໍ່ຂະຫຍາຍຕົວດີພໍສົມຄວນໂດຍສະເພາະແມ່ນການປູກກາເຟ, ມັນຕົ້ນທາດແປ້ງ, ໝາກແໜ່ງ, ສາລີ, ຢາງພາລາ ແລະພືດຜັກໄດ້ກາຍເປັນທີ່ຕ້ອງການຢ່າງຍິ່ງຂອງຕະຫຼາດພາຍໃນ ແລະຕ່າງປະເທດໂດຍໃນປີ 2018 ຜ່ານມາມູນຄ່າສົ່ງອອກສິນຄ້າກະສິກໍາຂອງແຂວງບັນລຸ 100 ຕື້ກວ່າກີບ.

ພາບປະກອບ

ຕາມຂໍ້ມູນລາຍງານຈາກພະແນກກະສິກໍາ ແລະປ່າໄມ້ແຂວງເຊກອງໃຫ້ຮູ້ວ່າ:

ຂະບວນການປູກພືດເປັນສິນຄ້າຂອງປະຊາຊົນບັນດາເຜົ່າທົ່ວແຂວງເຊກອງໃນປີຜ່ານມາເຫັນວ່າມີການຂະ ຫຍາຍຕົວດີພໍສົມຄວນສ່ວນພືດທີ່ເປັນຫຼັກໃນການສົ່ງອອກແມ່ນກາເຟ,ໝາກແໜ່ງ, ຢາງພາລາ, ຜັກກະລໍ່າປີ, ກ້ວຍ, ມັນຕົ້ນທາດແປ້ງ ແລະສາລີອາຫານສັດ.

ນອກນັ້ນຍັງມີພິກໄທ, ຖົ່ວດິນໝາກເຜັດ, ທັງນີ້ກໍເນື່ອງຈາກພືດດັ່ງກ່າວແມ່ນມີທ່າແຮງດ້ານການຕະຫຼາດຮອງຮັບໃນລາຄາທີ່ຊາວກະສິກອນຍອມຮັບໄດ້ຊຶ່ງສະແດງອອກຜົນຜະລິດປີຜ່ານມາກາເຟຜະລິດໄດ້ 41,6 ພັນໂຕນ; ມັນຕົ້ນທາດແປ້ງ 34,9 ພັນໂຕນ; ຜັກກະ ລໍ່າປີ36,4 ພັນໂຕນ; ຜັກກາດຫໍ່ 10,9 ພັນໂຕນ ແລະຖົ່ວດິນ 581 ໂຕນ.

ຈາກການຂະຫຍາຍຕົວຂອງຜົນຜະລິດດັ່ງກ່າວນັ້ນໄດ້ເຮັດໃຫ້ໃນປີ 2018 ຜ່ານມາແຂວງເຊກອງສາມາດສົ່ງ ອອກສິນຄ້າກະສິກໍາໄດ້ທັງໝົດ 14,25 ລ້ານ ກວ່າໂດລາ ຫຼື ປະມານ 114 ຕື້ກວ່າກີບທຽບໃສ່ປີ 2017 ເພີ່ມ ຂຶ້ນ 12% ໃນນີ້ເດັ່ນກວ່າໝູ່ແມ່ນການສົ່ງອອກຢາງພາລາກ້ອນ 26,01 ພັນໂຕນ ມູນຄ່າ 52,17 ຕື້ກີບ; ຮອງມາແມ່ນກາເຟ 1,7 ພັນໂຕນ ມູນຄ່າ 31,6 ຕື້ກວ່າກີບ; ໝາກເຜັດ 1,4 ພັນໂຕນ ມູນຄ່າ 9,13 ຕື້ກີບ.

ພາບປະກອບ

ຂໍ້ຍັງມູນຍັງໃຫ້ຮູ້ຕື່ມອີກວ່າ: ນອກຈາກການສົ່ງອອກພືດຜັກແລ້ວການລ້ຽງສັດເປັນສິນຄ້າກໍຂະຫຍາຍຕົວເຊັ່ນກັນ, ພ້ອມມີປັດໄຈໃໝ່ເກີດຂຶ້ນກ້າວໄປສູ່ການລ້ຽງແບບເປັນຟາມໂດຍຂະນະນີ້ທົ່ວແຂວງມີຟາມລ້ຽງສັດທັງ ໝົດ 21 ຟາມ ໃນນີ້ມີຟາມລ້ຽງງົວ 4 ຟາມ ມີງົວ 1,9 ພັນໂຕ; ຟາມລ້ຽງໝູ 5 ຟາມ ມີໝູ 6,2 ພັນໂຕ; ຟາມລ້ຽງແບ້ 1 ຟາມ ມີແບ້ 306 ໂຕ; ຟາມລ້ຽງສັດປີກ 1 ຟາມ ມີສັດປີກ 23,6 ພັນໂຕ ແລະມີຟາມລ້ຽງປາ 10 ຟາມ ມີປາທັງ ໝົດ 3 ລ້ານໂຕ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.