ທີມຊາດລາວ ຕົກຮອບຄັດເລືອກບານໂລກ ເສຍໃຫ້ເຈົ້າບ້ານ ບັງກະລາເທດ 0-1

ທັບ​ນັກ­ກີ­ລາ​ເຕະ­ບານ​ທີມ​ຊາດ​ລາວ ຊຸດ​ໃຫຍ່ ລົງ​ສະ­ໜາມ​ຮອບ​ຄັດ​ເລືອກ ນັດ​ທີ​ສອງ ບຸກ​ໄປ​ສະ­ເໝີ ທີມ​ຊາດ​ບັງ​ກລາ​ເທດ 0-0 ປະ­ຕູ ລວມ​ຜົນ 2 ນັດ ທີມ​ຊາດ​ລາວ ເສຍ ບັງ​ກລາ​ເທດ 0-1 ຕົກ​ຮອບ​ຄັດ​ເລືອກ​ການ​ແຂ່ງ­ຂັນ​ເຕະ­ບານ­ໂລກ 2022 ຮອບ​ຄັດ​ເລືອກ ຮອບ​ທຳ​ອິດ ວັນ​ທີ 11 ມິ­ຖຸ­ນາ ຜ່ານ​ມາ ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ​ບັນ​ກາ​ບັນ​ດູ ປະ­ເທດ​ບັງ​ກລາ​ເທດ.

ສະ­ຖິ­ຕິ​ພົບ​ກັນ​ລະ­ຫວ່າງ​ທີມ​ຊາດ​ລາວ ພົບ ທີມ​ຊາດ​ບັງ​ກລາ​ເທດ 5 ນັດ ລາວ ຊະ­ນະ 1 ນັດ ສະ­ເໝີ 2 ນັດ ເສຍ 2 ນັດ ຍິງ​ໄດ້ 4 ປະ­ຕູ ເສຍ 4 ປະ­ຕູ.

ສ່ວນ​ຜົນ​ການ​ແຂ່ງ­ຂັນ​ຄູ່​ອື່ນ​ໃນ​ຮອບ​ຄັດ​ເລືອກ ຮອບ​ທີ 1 ນັດ​ທີ 2 ທີມ​ຊາດ​ບຣູ​ໄນ ຊະ­ນະ ທີມ​ຊາດ​ມົງ​ໂກ​ລີ 2-1 (ນັດ​ທີ 1 ມົງ​ໂກ​ລີ ຊະ­ນະ ບູ​ໄນ 2-0 ລວມ​ຜົນ 2 ນັດ ມົງ​ໂກ​ລີ ຊະ­ນະ ບູ​ໄນ 3-2) ປາ​ກີ​ສະ­ຖານ ເສຍ​ໃຫ້ ກຳ­ປູ­ເຈຍ 2-1 (ນັດ​ທີ 1 ກຳ­ປູ­ເຈຍ ຊະ­ນະ ປາ​ກີ​ສະ­ຖານ 2-0 ລວມ​ຜົນ 2 ນັດ ກຳ­ປູ­ເຈຍ ຊະ­ນະ ປາ​ກີ​ສະ­ຖານ 4-1) ກວມ ຊະ­ນະ ພູ​ຖານ 5-0 (ນັດ​ທີ 1 ພູ​ຖານ ຊະ­ນະ ກວມ 1-0 ລວມ​ຜົນ 2 ນັດ ກວມ ຊະ­ນະ ພູ​ຖານ 5-1) ສີ​ລັງ­ກາ ພົບ ມາ​ເກົາ ເລື່ອນ​ການ​ແຂ່ງ­ຂັນ ເນື່ອງ​ຈາກ​ສະ­ພາບ​ອາ­ກາດ​ບໍ່​ອຳ­ນວຍ ນັດ​ທີ 1 ມາ​ເກົາ ຊະ­ນະ ສີ​ລັງ­ກາ 1-0.

ສຳ­ລັບ​ການ​ຈັບ​ສະ­ຫຼາກ​ແບ່ງ​ກຸ່ມ​ຮອບ​ຄັດ​ເລືອກ ຮອບ​ທີ 2 ຈະ​ຈັດ​ຂຶ້ນ​ວັນ​ທີ 17 ກໍ­ລະ­ກົດ 2019 ມີ 40 ທີມ ແບ່ງ​ເປັນ 8 ກຸ່ມ ແຂ່ງ 10 ນັດ ຮູບ​ແບບ​ເຈົ້າ​ບ້ານ ແລະ ໄປ​ຢາມ ເລີ່ມ​ແຂ່ງ­ຂັນ​ວັນ​ທີ 5 ກັນ­ຍາ 2019-9 ມິ­ຖຸ­ນາ 2020.

ແຫຼ່ງຂໍ້ມູນ: ນສພ ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...