ຄະນະວິທະຍາສາດສັງຄົມ ຮ່ວມມືກັບໂຍທາ ​ລົງນາມວິ­ຊາ​ການ ເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ການ​ຮ່ວມ​ມື​ດ້ານ​ການ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ ແລະ ການ​ບໍ­ລິ­ການ​ວິ­ຊາ​ການ ທີ່​ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຜົນ​ກະ­ທົບ​ຕໍ່​ສັງ­ຄົມ ຢູ່​ສູນ​ຄົ້ນ­ຄວ້າ ແລະ ເຝີກ​ອົມ​ຮົມ​ດ້ານ​ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສັງ­ຄົມ ແລະ ການ​ຄຸ້ມ​ຄອງ​ການ​ຈັດ​ສັນ​ຍົກ­ຍ້າຍ, ຄະ­ນະ​ວິ­ທະ­ຍາ­ສາດ​ສັງ­ຄົມ (ຄສຄ) ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ມຊ) ລະ­ຫວ່າງ​ທ່ານ ເດ​ຊາ­ນຸ​ລາດ ແສນ​ດວງ​ເດດ ວ່າ­ການ​ຄະ­ນະ­ບໍ­ດີ ຄສຄ ແລະ ທ່ານ​ນາງ ພອນ​ສະ­ຫວັນ ແພງ​ສີ­ດາ ຫົວ­ໜ້າ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 ເພື່ອ​ຮ່ວມ​ມື​ດ້ານ​ການ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ ແລະ ການ​ບໍ­ລິ­ການ​ວິ­ຊາ​ການ​ທີ່​ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຜົນ​ກະ­ທົບ​ຕໍ່​ສັງ­ຄົມ ເຊິ່ງ​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ພັດ­ທະ­ນາ​ຄວາມ​ສາ­ມາດ​ພາຍ​ໃນ​ຂອງ​ສະ​ຖາ​ບັນ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໃນ​ຂົງ­ເຂດ​ວຽກ​ງານ​ການ​ປ້ອງ​ກັນ​ຜົນ​ກະ­ທົບ​ດ້ານ​ແວດ​ລ້ອມ ແລະ ສັງ­ຄົມ ການ​ວາງ​ແຜນ​ຈັດ​ສັນ​ຍົກ­ຍ້າຍ ແລະ ການ​ຕິດ­ຕາມ​ກວດ­ກາ​ສຳ­ລັບ​ໂຄງ­ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ.

ລວມ​ທັງ​ຂະ­ແໜງ­ການ​ລົງ­ທຶນ​ຂອງ​ພາກ​ລັດ ແລະ ພາກ­ສ່ວນ​ເອ­ກະ​ຊົນ ຮ່ວມ​ກັນ​ດຳ­ເນີນ​ສຶກ​ສາ​ຄົ້ນ­ຄວ້າ​ກ່ຽວ​ກັບ​ການ​ຍົກ­ຍ້າຍ ຊົດ​ເຊີຍ ແລະ ການ​ເກັບ​ກຳ​ຂໍ້​ມູນ​ສິ່ງ​ປຸກ​ສ້າງ​ຕາມ​ເຂດ​ສະ­ຫງວນ​ແລວ​ທາງ​ຂອງ​ທາງ​ຫຼວງ​ແຂວງ ແລະ ທາງ​ຫຼວງ​ເມືອງ ທີ່​ມີ​ແຜນ​ຈະ​ສ້ອມ­ແປງ​ພາຍ​ໃຕ້​ໂຄງ­ການ​ຂະ­ແໜງ​ຂົວ​ທາງ ໄລ­ຍະ II (LRSP II) ຢູ່​ແຂວງ​ຜົ້ງ​ສາ­ລີ ອຸ­ດົມ​ໄຊ ໄຊ​ຍະ​ບູ​ລີ ຫົວ­ພັນ ຊຽງ​ຂວາງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ທາງ​ຫຼວງ​ແຫ່ງ​ຊາດ 13 ເໜືອ ແຕ່ 3 ແຍກ​ສີ​ເກີດ-3 ແຍກ​ໂພນ​ໂຮງ.

ງົບ­ປະ­ມານ​ໃຊ້​ຈ່າຍ​ໃນ​ການ​ເຝິກ­ອົບ­ຮົມ ວິ­ທະ­ຍາ­ກອນ ອຸ­ປະ­ກອນ ແລະ ສະ­ຖານ­ທີ່​ໃນ​ໄລ­ຍະ​ການ​ປະ­ຕິ­ບັດ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ແມ່ນ​ນຳ​ໃຊ້​ງົບ­ປະ­ມານ​ຂອງ​ໂຄງ­ການ LRSP II ແລກ­ປ່ຽນ-ສະ­ໜອງ​ຂໍ້​ມູນ ແລະ ເອ­ກະ­ສານ​ທີ່​ອາດ​ຈະ​ຕ້ອງ­ການ​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ສະ­ບັບ​ນີ້​ຢ່າງ​ທັນ​ເວ­ລາ ແລະ ວຽກ​ງານ​ກ່ຽວ­ຂ້ອງ​ອື່ນໆ ໄລ­ຍະ​ການ​ລົງ​ນາມ​ບົດ​ບັນ­ທຶກ​ຄັ້ງ​ນີ້ ຈະ​ໃຊ້​ເວ­ລາ 5 ປີ ເພື່ອ​ດຳ­ເນີນ​ໂຄງ­ການ​ດັ່ງ­ກ່າວ​ໃຫ້​ສຳ­ເລັດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...