Thursday, November 13, 2025
Kbank Laos โอน รับ จ่าย

ມາຮູ້ຈັກ “ດາຣາ” ຊື່ເອີ້ນ ຫຼື ພະນາມເຈົ້າຍິງແຫ່ງຫຼວງພະບາງ

ຕະຫລາດດາຣາ ຫລືຕະຫລາດເຊົ້າຫລວງພຣະບາງ ແມ່ນໄດ້ນາມຂອງເຈົ້າຍິງດາຣາ ເຊິ່ງເພິ່ນເປັນລູກສາວຂອງເຈົ້າມະຫາຊີວິດສີຼສະຫວ່າງວັດທະນາ ກັບເຈົ້າມະເຫສີຄຳຜຸຍ.

ຕະຫລາດດາຣາ ຫລືຕະຫລາດເຊົ້າແຫ່ງນີ້ ເມື່ອກ່ອນນັ້ນ ດິນໃນບໍລິເວນແຫ່ງນີ້ ເປັນດິນຂອງສະເດັດອົງມຸງກຸດ ວົງສະຫວ່າງ ແລະດິນຂອງວັດຮ່າຢອງ ( ຂາມຢ່ອງ ) ຊື່ວັດດັ່ງກ່າວ ເປັນຊື່ວັດຂອງຄົນທີສ້າງວັດແຫ່ງນີ້ ເຊິ່ງເປັນຄົນຫໍ້ ມາສ້າງຖວາຍຂຶ້ນ ດັ່ງນັ້ນຈຶ່ງໃສ່ຊື່ວັດແຫ່ງນີ້ວ່າວັດຮ່າຢອງ ແລ້ວພ້ຽນເປັນຂາມຢ່ອງ.

ຕົກມາຮອດປະມານປີ ຄສ 1959-1960 ຈຶ່ງໄດ້ເກີດເປັນຕະຫລາດເຊົ້ານີ້ຂຶ້ນແລ້ວໃຊ້ຊື່ວ່າຕະຫລາດດາຣາ ( ເພາະເປັນກຽດໃຫ້ເຈົ້າຍິງດາຣາ ລູກສາວຜູ້ທີສອງ ຂອງເຈົ້າມະຫາຊີວິດສີສະຫວ່າງວັດທະນາ, ເຈົ້າມະຫາຊີວິດສີຼສີະຫວ່າງວັດທະນາ ມີຣາຊໂອຣົສແລະຣາຊທິດາ ທັງຫມົດກັບເຈົ້າມະເຫສີຄຳຜຸຍ ທັງຫມົດ 5 ພຣະອົງຄື :

1. ເຈົ້າຊາຍວົງສະຫວ່າງ, 2. ເຈົ້າຍິງສະຫວີວັນ, 3. ເຈົ້າຍິງດາຣາ, 4. ເຈົ້າຊາຍສີສະຫວ່າງ, 5. ເຈົ້າຊາຍສຸຣິຍະວົງ ) ຕະຫລາດດາຣາແຫ່ງນີ້ແມ່ນເປີດມີການຊື່-ຂາຍ ຈົນມາຮອດປະມານປີ ຄສ 1989-1990 ຕະຫລາດແຫ່ງນີ້ຊຸດໂຊມຫລາຍ ຈຶ່ງຈະມີໂຄງການບູຣະນະຄືນ ຈຶ່ງໄດ້ຍ້າຍຕະຫລາດດາຣາແຫ່ງນີ້ ໄປຂາຍຊົ່ວຄາວ ທີລານເດິ່ນຫນ້າວັດພຣະບາດໃຕ້ ໄດ້ປະມານ 3-4 ປີ ( 1989-1992) ແຕ່ຜູ້ຂ້າບໍ່ຈື່ປີວ່າປີໃດແນ່ນອນແທ້ , ການຊື້-ຂາຍຢູ່ຕະຫລາດລານເດິ່ນຫນ້າວັດພຣະບາດໃຕ້ ແຫ່ງນີ້ຄັບແຄບຫລາຍ ເພິ່ນຈຶ່ງຍ້າຍໄປຕັ້ງຢູ່ ຕະຫລາດນາວຽງຄຳ.

ເຊິ່ງປັດຈຸບັນນີ້ແມ່ນລານເດິ່ນຮູບປັ້ນເຈົ້າສຸພານຸວົງ ໄດ້ຫລາຍປີເຕີບ ປະມານ 3-5 ປີ ຈາກນັ້ນຕະຫລາດດັ່ງກ່າວກໍ່ຍັງຄັບແຄບ ເພິ່ນກໍ່ຫຍຸບຕະຫລາດນາງວຽງຄຳດ່ັ່ງກ່າວ ແລ້ວໃຫ້ຍ້າຍໄປ 2 ຕະຫລາດ ຄື :

ທີ່ຕະຫລາດດາຣາ ແລະຕະຫລາດໂພສີ ( ສ່ວນປີ ບໍ່ແນ່ໃຈວ່າປີໃດ ) ຈົນມາຮອດທຸກມື້ນີ້.

( ຕະຫລາດນາວຽງຄຳຍຸບແລ້ວ ກໍ່ເປັນສາເຫດຂອງການເກີດຂຶ້ນຂອງຕະຫລາດໂພສີ ແລະເປັນຍຸກໃຫມ່ຂອງຕະຫລາດດາຣາ ) ເຊິ່ງຂໍ້ມູນດັ່ງກ່າວ ປີທີກ່າວເຖິງອາດຈະຜິດພາດ ເພາະເມື່ອກ່ອນຜູູ້ຂ້າບໍ່ໄດ້ຈົດປີໄວ້ ອາໄສຈື່ຈຳຊື່ໆ ທ່ານໃດ ຜູ້ທີຮູ້ກະຣຸນາຊ່ອຍບອກກ່າວ ເພື່ອຈະເຮັດບົດຄວາມນີ້ສົມບູນຍຶ່ງໆຂຶ້ນ.

ຂອບໃຈຜູ້ຮີບໂຮມໂດຍເພຈ : ນະຄອນຫລວງພຣະບາງ Luangprabang City

Credit: BORKKHAO

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.