Friday, November 7, 2025
Kbank Laos โอน รับ จ่าย

ສຸດຍອດ! ນັກຮຽນລາວ ຍາດ​ຫຼຽນ​ລາງວັນ​ໄດ້​ຈາກ​ການ​ແຂ່ງຂັນ​ດ້ານ​ວິທະຍາສາດ ທີ່​ປະ​ເທດ​ໄທ

ພາບປະກອບ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມເປັນຈຸດປະສານງານວຽກງານອາຊຽນດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະ ວັດຕະກຳ ໄດ້ນຳພາ ຄະນະຜູ້ຕິດຕາມ ແລະ ນ້ອງນັກຮຽນຈາກໂຮງຮຽນ ມສ ວຽງຈັນ ແລະ ໂຮງຮຽນ ກຽດຕິສັກ ຈຳນວນ 10 ຄົນເຂົ້າຮ່ວມກິດຈະກຳ ໂຄງການວິທະຍາສາດໜຸ່ມນ້ອຍ ອາຊຽນບວກສາມ ຫລື ASEAN Plus Three Junior Science Odyssey (APT JSO) ເຊິ່ງເປັນໂຄງການໜຶ່ງທີ່ບັນດາປະເທດສະມາຊິກອາຊຽນ ພັດປ່ຽນກັນເປັນເຈົ້າພາບໃນແຕ່ລະປີ, ໃນປີ 2019 ນີ້ເປັນ ຄັ້ງທີ 8 ໂດຍແມ່ນ ຣາຊະອານາຈັກໄທເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 9-15 ມິຖຸນານີ້ ທີ່ແຂວງປະທຸມທານີພາຍໃຕ້ຫົວຂໍ້ “ບົດບາດຂອງຊາວໜຸ່ມໃນການສື່ສານເອົາວຽກວິທະຍາສາດເຂົ້າ ໃນການຈັດຕັ້ງປະຕິບັດເປົ້າ ໝາຍໃນການພັດທະນາແບບຍືນຍົງ”.

ພາບປະກອບ

ການແຂ່ງຂັນກິດຈະກຳຄັ້ງນີ້ນ້ອງນັກຮຽນຈາກ ມສ ວຽງຈັນ ສາມາດຍາດໄດ້ 1 ຫລຽນເງິນ ຈາກການນຳສະ ເໜີ ໂພສເຕີ, ໂຮງຮຽນກຽດຕິສັກ ໄດ້ 1 ຫລຽນທອງແດງ ຈາກການເຮັດທົດລອງໃນຫ້ອງປະຕິບັດການ ແລະ ຕາງໜ້າຈາກ ມສ ວຽງຈັນ ແລະ ໂຮງຮຽນກຽດຕິສັກ ໄດ້ຮັບຫລຽນທອງແດງຄົນລະ 1 ຫລຽນ ຈາກການເຮັດວຽກເປັນກຸ່ມຮ່ວມກັບປະເທດອື່ນ ພ້ອມຕາງໜ້າຈາກ ໂຮງຮຽນກຽດຕິສັກ ໄດ້ຮັບລາງວັນ ກຽດຕິຍົດ 1 ລາງ ວັນ.

ການແຂ່ງຂັນດັ່ງກ່າວ ເພື່ອຊຸກຍູ້ສົ່ງເສີມໃຫ້ນັກຮຽນເກີດມີຄວາມສົນໃຈ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີຫລາຍຂຶ້ນດ້ວຍ ການກະຕຸ້ນໃຫ້ນັກຮຽນມີຄວາມຢາກຮູ້ ໂດຍຜ່ານການ ແລກປ່ຽນບົດຮຽນ, ປະສົບການ ແລະ ການເຮັດທົດລອງຕົວຈິງ, ພ້ອມທັງເປັນການປູກຈິດສຳນຶກໃຫ້ນ້ອງນັກຮຽນມີຄວາມມັກຮັກໃນອາຊີບຕ່າງໆຂອງຂະແໜງການກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ໃນອະນາຄົດ.

ພາບປະກອບ

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.