ທາງການລາວ ສົ່ງຊິ້ນສ່ວນເສດເຫຼືອທະຫານອາເມລິກາກັບຄືນປະເທດ 50% ຂອງຈໍານວນທັງໝົດ

ມາຮອດປັດຈຸບັນນີ້, ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສະຫະລັດອາເມລິກາ ໄດ້ຂຸດຄົ້ນພົບສິ່ງເສດເຫລືອທະຫານອາເມລິກາ, ພ້ອມສັນລະສູດວ່າ ແມ່ນສິ່ງເສດເຫລືອຂອງທະຫານອາເມລິກາແທ້ ແລະ ໄດ້ຈັດສົ່ງກັບຄືນປະເທດແລ້ວ 286 ຄົນ, ຊຶ່ງເທົ່າກັບ 50% ຂອງຈໍານວນທັງໝົດ ແລະ ຍັງອີກ 287 ຄົນ ທີ່ຈະຕ້ອງໄດ້ສືບຕໍ່ຄົ້ນຫາ.

ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີມອບ-ຮັບ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ ສປປ ລາວ 3 ກໍລະນີ, ຊຶ່ງສິ່ງເສດເຫລືອດັ່ງກ່າວ ແມ່ນຜົນສໍາເລັດ ທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມລິກາ ໃນການສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາ ຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ລາວ ຄັ້ງທີ່ 4 ປະຈໍາປີ 2018-2019.

ການຈັດຕັ້ງ ພິທີມອບ-ຮັບ ສິ່ງເສດເຫລືອຂຶ້ນໃນຄັ້ງນີ້, ແມ່ນເພື່ອສືບຕໍ່ຕອບສະໜອງ ຄໍາຮ້ອງຂໍຂອງລັດຖະບານ ສະຫະລັດອາເມລິກາ ຕາມນະໂຍບາຍດ້ານມະນຸດສະທໍາ ຂອງລັດຖະບານແຫ່ງ ສປປ ລາວ ທີ່ມີຕໍ່ລັດຖະບານ ກໍ ຄືຄອບຄົວ ແລະ ຍາດພີ່ນ້ອງຂອງບັນດາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ລາວ, ຊຶ່ງຕາງໜ້າ ໃຫ້ລັດຖະບານລາວ ກ່າວມອບໂດຍ, ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ ສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ກ່າວຮັບໂດຍ, ທ່ານ ນາງ ຣີນາ ບິດເຕີ (Rena Bitter) ເອກອັກ ຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ໂດຍມີເຈົ້າໜ້າທີ່ຂັ້ນສູງ ຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ນະຄອນຫລວງວຽງຈັນ, ພ້ອມບັນດາພະນັກງານວິຊາການ ສອງຝ່າຍ ລາວ-ອາເມຣິກາ ເຂົ້າຮ່ວມ. 

 ການສໍາຫລວດ ແລະ ຂຸດຄົ້ນຄັ້ງນີ້, ໄດ້ຄົ້ນພົບສິ່ງເສດເຫລືອຂອງທະຫານອາເມຣິກາ ຢູ່ໃນ 3 ກໍລະນີຄື: ຢູ່ເຂດບ້ານໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ 2 ກໍລະນີ ແລະ ເຂດບ້ານກົກໝາກ ເມືອງວິລະບູລີ ແຂວງສະ ຫວັນນະເຂດ 1 ກໍລະນີ.

ຕະຫລອດໄລຍະເວລາ 30 ກວ່າປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນການດໍາເນີນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ລາວ,  ລັດຖະບານ ສປປ ລາວ ກໍຄື ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ການຮ່ວມມືທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງ ບົນພື້ນຖານນະໂຍບາຍດ້ານມະນຸດສະທໍາ ອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານ ສປປ ລາວ, ອັນໄດ້ເຮັດໃຫ້ການປະຕິບັດງານຮ່ວມສອງຝ່າຍ ໄດ້ຮັບຜົນສໍາເລັດ ທີ່ເປັນໜ້າເພີ່ງພໍໃຈຕະຫລອດມາ. 

ນັບແຕ່ມີການຮ່ວມມື ເພື່ອດໍາເນີນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫລືອຂອງທະຫານ ອາ ເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຈົນມາຮອດປັດຈຸບັນ, ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫລືອ ທະຫານອາເມລິກາ, ໄດ້ຈັດສົ່ງ ແລະ ສັນລະສູດວ່າ ແມ່ນສິ່ງເສດເຫລືອຂອງທະຫານອາເມລິກາແທ້ 286 ຄົນ ຫລື ເທົ່າກັບ 50% ຂອງຈໍານວນທັງໝົດ ແລະ ຍັງອີກ 287 ຄົນ ທີ່ຝ່າຍອາເມລິກາ ຈໍາເປັນຕ້ອງໄດ້ຮ່ວມມື ກັບຝ່າຍລາວໃນການສືບຕໍ່ຄົ້ນຫາ. 

ຕໍ່ບັນຫານີ້, ລັດຖະບານລາວ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍອາເມລິກາ ອີງຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ ກໍຄື ບັນຍາກາດແຫ່ງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາ ເມລິກາ ໃນອະນາຄົດ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...