ໂຮງຮຽນ ມສ ສໍາພັນໄຊ ມີແຜນກຳລັງປະກາດເປັນ ໂຮງຮຽນປອດສິ່ງເສບຕິດ

ທ່ານ ນາງ ດາວອນ ມະນີວັນ ໄດ້ໃຫ້ສຳພາດຜ່ານມາໃຫ້ຮູ້ວ່າ ໂຮງຮຽນ ມສ ສໍາພັນໄຊ ຕັ້ງຢູ່ບ້ານສີບຸນເຮືອງ ເມືອງຄູນ ແຂວງຊຽງຂວາງ ມີອາຄານ4 ຫລັງ ມີຄູອາຈານ ທັງຫມົດ27 ຄົນ ຍິງ11ຄົນ ມີຈໍານວນນັກຮຽນທັງຫມົດ 402 ຄົນ.

ເປັນໂຮງຮຽນອີກແຫ່ງຫນຶ່ງທີ່ມີແຜນຈະປະກາດເປັນໂຮງຮຽນປອດສິ່ງເສບຕິດ , ໃນໂຮງຮຽນໄດ້ສຶກສາອົບຮົມ ໃຫ້ເດັກເປັນຄົນດີ ມີຄວາມຮູ້ ມີລະບຽບວິໄນ ມີຄວາມສາມັກຄີ ຮູ້ພັດທະນາ ຮັກສາສິ່ງເເວດລ້ອມທີ່ມີ ແລະ ພັດທະນາສິ່ງເເວດລ້ອມທີ່ຍັງບໍ່ທັນມີໃນໂຮງຮຽນ ເປັນຕົ້ນແມ່ນ ການປູກຕົ້ນໄມ້ໃຫ້ຮົມ ,ບົວລະບັດຮັກສາອະນາໄມໂຮງຮຽນໃຫ້ສະອາດ ແລະ ປາສະຈາກຈາກສິ່ງເສບຕິດເປັນຕົ້ນ.

ນອກຈາກນີ້ ຍັງໄດ້ປູກຈິດສໍານຶກໃຫ້ນັກຮຽນທຸກຄົນຫລິ້ນກິລາຫລັງເລີກຮຽນທຸກວັນ ເພື່ອຫລີກລ້ຽງຈາກຢາເສບຕິດ ແລະຍັງເຮັດໃຫ້ເດັກມີຄວາມເບີກບານມ່ວນຊື່ນ ມີການເຄື່ອນໄຫວ ແລະ ແຂ່ງຂັນຫ້ອງ/ຫ້ອງພາຍໃນໂຮງຮຽນ , ການເຮັດກິດຈະກຳດັ່ງກ່າວນີ້ເພື່ອໃຫ້ເດັກໄດ້ມີສຸຂະພາບເເຂງເເຮງແລ້ວ ຍັງເຮັດໃຫ້ພວກເຂົາຫ່າງ ຈາກສິ່ງເສບຕິດຕ່າງໆອີກ ເຊິ່ງທາງໂຮງຮຽນເຮົາກໍ່ກຽມປະກາດເປັນໂຮງຮຽນປອດສິ່ງເສບຕິດ.

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,