Friday, March 21, 2025

ພິທີມອບ-ຮັບ ແລະເປີດນຳໃຊ້ອາຄານສະຖາບັນຂົງຈືຢ່າງເປັນທາງການ

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກໍໄດ້ຂຶ້ນກ່າວມີຄໍາເຫັນເຊິ່ງທ່ານໄດ້ຍົກໃຫ້ເຫັນການຮ່ວມມືຂອງສອງຊາດ ລາວ-ຈີນ, ຈີນ-ລາວ ທີ່ຍາມໃດ ກໍໄດ້ໃຫ້ການຊ່ວຍເຫຼືອຕະຫຼອດມາໂດຍສະເພາະກໍແມ່ນວຽກງານຂົງເຂດການສຶກສາ, ສະຖາບັນຂົງຈືກໍຖືເປັນອີກໜຶ່ງຂີດໝາຍສຳຄັນຂອງການຮ່ວມມື ໂດຍສະເພາະແມ່ນ ຈະເປັນບ່ອນກໍ່ສ້າງພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ມີຄຸນນະພາບໃນດ້ານພາສາຈີນອອກມາຮັບໃຊ້ສັງຄົມ.

ສະນັ້ນແລ້ວ ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນໝາກຜົນອັນສຳເລັດ ຂອງການຮ່ວມມືເຊິ່ງກັນ ແລະກັນ ມັນຈະກາຍເປັນບ່ອນແລກປ່ຽນທາງດ້ານວັດທະນະທຳ, ພາສາ ແລະສິລະປະຮ່ວມກັນຂອງສອງປະເທດໃຫ້ຍືນຍົງຕາມແນວທາງ ທີ່ລັດຖະບານທັງສອງໄດ້ວາງໄວ້ ນັ້ນກໍຄືການຮ່ວມມື “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ສືບຕໍ່ໄດ້.

ໂຄງການກໍ່ສ້າງດັ່ງກ່າວ ແມ່ນດຳເນີນການກໍ່ສ້າງໂດຍບໍລິສັດວິສະວະກໍາກໍ່ສ້າງ ແຂວງຈຽງຊູ ຈໍາກັດ (ສປ ຈີນ), ນໍາໃຊ້ເນື້ອທີ່ໃນການກໍ່ສ້າງ 15,600 ຕາແມັດ, ເຊິ່ງປະກອບ ມີອາຄານຮຽນ 3 ຊັ້ນ ເປັນຮູບໂຕອີ (E), ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 76,900,000 ຢວນ (ເຈັດສິບຫົກລ້ານ ເກົ້າແສນ ຢວນ ຖ້ວນ), 97,432,300,000 ກີບ (ເກົ້າສິບເຈັດຕື້ສີຮ້ອຍສາມສິບລ້ານສາມແສນກີບຖ້ວນ) ເຊິ່ງແມ່ນການຊ່ວຍຈາກລັດຖະບານ ສປ ຈີນ, ປະກອບມີຫ້ອງການ, ຫ້ອງສະໂມສອນ ແລະຫໍພັກຄູ-ອາຈານ; ເຊິ່ງອາຄານຮຽນດັ່ງກ່າວແມ່ນສາມາດຮອງຮັບນັກສຶກສາໄດ້ເຖິງ 5.000 ກວ່າຄົນ;

ສະຖາບັນຂົງຈື ແມ່ນການຮ່ວມມື ມະຫາວິທະຍາໄລແຫ່ງຊາດລາວ ກັບ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ. ຈີນ ແລະສະຖາບັນຂົງຈື ຂອງ ສປ ຈີນ ເພື່ອພັດທະ ນາຊັບພະຍາກອນມະນຸດຢູ່ໃນ ແລະນອກມະຫາວິທະຍາໄລແຫ່ງຊາດ ດ້ວຍການຈັດຕັ້ງການຮຽນ-ການສອນ ເພື່ອກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າ ແລະນັກວິທະຍາສາດ, ໃຫ້ການບໍລິການທາງດ້ານວິຊາການໃຫ້ແກ່ສັງຄົມໃນພາສາຈີນ, ການບໍລິຫານທຸລະກິດ ແລະເຕັກໂນໂລຊີ, ຈັດຕັ້ງການຄົ້ນຄວ້າວິທະຍາສາດເຊິ່ງໄດ້ດຳເນີນການຮຽນ-ການສອນໃນ 2 ຫຼັກສູດຄື:

1.ຝຶກອົບຮົມໄລຍະສັ້ນຂັ້ນພື້ນຖານເຖິງຂັ້ນກາງ, 2. ຈັດການສອບເສັງທຽບລະດັບພາສາຈີນ (HSK) ແລະຝຶກອົບຮົ່ມກະກຽມໄລຍະສັ້ນ.

ຂະນະດຽວກັນ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການໃຫ້ການຊ່ວຍເຫຼືອຂອງລັດຖະບານ ສປ ຈີນໃນການກໍ່ສ້າງພື້ນຖານໂຄງລ່າງ ການສຶກສາ ເວົ້າລວມ ເວົ້າສະເພາະກໍແມ່ນມະຫາວິທະ ຍາໄລແຫ່ງຊາດໃຫ້ທັນສະໄໝຍິ່ງຂຶ້ນ ແລະຈະນຳໃຊ້ອາຄານຮຽນຫຼັງນີ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນການພັດ ທະນາ-ກໍ່ສ້າງ ບຸກຄະລາກອນໃຫ້ຄຸນນະພາບເທົ່າທຽມກັບພາກພື້ນ ແລະສາກົນຍິ່ງໆຂື້ນໄປ.

ນອກນັ້ນ ໃນພິທີຍັງໄດ້ຮ່ວມລົງນາມມອບ-ຮັບ ອາຄານຮຽນສະຖາບັນຂົງຈື ໂດຍການມອບຂອງທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະຮັບໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ.

ພາຍຫຼັງທີ່ໄດ້ເລີ່ມລົງມືການກໍ່ສ້າງມາແຕ່ວັນທີ 1 ກັນຍາ 2017 ເປັນຕົ້ນມາ ສະຖາບັນຂົງຈືກໍໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ສປປ ລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ນາງ ຊູຫຼິນ ທີ່ປຶກສາລັດຖະບານ ສປ ຈີນ, ອະດີີດຫົວໜ້າສະຖາບັນຂົງຈືສຳນັກງານໃຫຍ່ ແລະທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍບັນດາການນໍາ, ອະດີດການນໍາ ຂັ້ນສູງຈາກ ມະຫາວິທະຍາໄລແຫ່ງຊາດ, ຫ້ອງການ, ສູນ, ສະຖາບັນ ແລະແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: National University of Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່