ຄວາມເປັນມາຂອງມະນຸດຊາດ ແລະ ເຊື້ອຊາດລາວ

ແຫຼມສຸວັນນະພູມແຫ່ງນີ້ ເຄີຍມີມະນຸດຊາດເຂົ້າມາດໍາລົງຊີວິດຢູ່ແລ້ວ ຕັ້ງຫລາຍແສນປີ, ນັກຄົ້ນຄວ້າໄດ້ແຈ້ງໃຫ້ຮູ້ວ່າອາຊີອາຄະເນ ເຄີຍເປັນທາງຜ່ານລະຫ່ວາງມະນຸດຫລາຍຊົນເຜົ່າພັນ, ນັກຄົ້ນຄວ້າທາງດ້ານມະນຸດວິທະຍາໄດ້ລົງຄວາມເຫັນວ່າ: “ມະນຸດຊາດທີ່ມີຢູ່ໃນເຂດນີ້ ແຕ່ເດີມອາດມາຈາກ ເຊື້ອຊາດຊະວາເປັນສ່ວນໃຫຍ່ ເຊິ່ງເປັນຕົ້ນຕະກູນຂອງເຜົ່າມາເລ (ມາລະຢູ) ແລະ ອິນໂດເນເຊຍ, ສ່ວນເຊື້ອຊາດ ລາວ ຫລື “ອ້າຍລາວ” ຄິດວ່າເປັນ ຕະກູນຂອງ ໄຕລາວ ແລະ ພວກໄຕອື່ນໆ ແລະ ອີກສ່ວນຫນຶ່ງ ແມ່ນມາຈາກມະນຸດປັກກິ່ງ ເຊິ່ງກາຍເປັນຊື່ຕະກຸນຂອງມະນຸດໃນພາກພື້ນອາຊີ.

ເຊື້ອຊາດຊະວາ ໄດ້ເຄື່ອນຍ້າຍມາທາງຕອນໃຕ້ຂອງ ແຫຼມອິນດູຈີນ ຕໍ່ມາ ຈຶ່ງມີເຊື້ອຊາດຂອມ ແລະມອນເຂົ້າມາຢູ່ ຊຶ່ງເປັນເຊື້ອຊາດທີ່ສືບເຊື້ອ  ສາຍມາຈາກຊົນເຜົ່າ “ອອດສະໂຕຼເອເຊຍ” ຫລື ອາຊີໃຕ້ ທີ່ເຄື່ອນຍ້າຍມາ ຈາກເຂດພູດອຍ ທາງພາກຕາເວັນຕົກຂອງປະເທດຈີນຕິດກັບອິນເດຍລົງມາທາງທິດເຫນືອຂອງປະເທດມຽນມາ ຕາມທົ່ງພຽງ ແຄມແມ່ນ້ໍາອີຣາວະດີ ່ ແລະ ແມ່ນ້ໍາສາຣະວິນ.

ຕໍ່ມາຊົນເຜົ່າຂອມກາຍເປັນຊົນເຜົ່າກຶມມຸ, ຂະແມ ່ ແລະ ອື່ນໆ. ຫລັງຈາກນັ້ນ ຊົນເຜົ່າດັ່ງກ່າວໄດ້ແຜ່ ອໍານາດຍາດຊີງດິນແດນ ຂອງຊົນເຜົ່າຊະວາ ເຮັດໃຫ້ເຜົ່າຊະວາຖອຍລົງໄປຕັ້ງຖິ່ນຖານ ຢູ່ຫມູ່ເກາະຊະ ວາໃນອິໂດເນເຊຍ ແລະ ສ່ວນຫນຶ່ງອີກຄືຊົນເຜົ່າອ້າຍລາວ ທີ່ຢູ່ຕາມແມ່ນ້ຳຂອງ ແລະ ແມ່ນ້ໍາເຈົ້າພຣະຍາ ກໍຖືກຊົນເຜົ່າມອນ, ຂອມເຊື່ອມກືນເຊງກະ ແລະ ກັນກາຍເປັນຊົນເຜົ່າລາວເດີມ ແລະ ຊາດສະ ຫຍາມ ດໍາລົງຊີວິດແຖບທົ່ງພຽງ. ສ່ວນຊົນເຜົ່າຂອມ(ກຶມມຸ) ແມ່ນໄດ້ດໍາລົງຊີວິດຢູ່ແຖບພູເຫນືອຮອດໃຕ້ ດັ່ງປະຫວັດສາດລາວຫລາຍສະບັບໄດ້ກ່າວມາແລ້ວ.

ແຫຼ່ງຂໍ້ມູນ: – ຜູ້ຮີບໂຮມ “ຊີວິດໃໝ່“

ປະຫວັດສາດແຂວງຄຳມ່ວນ ຄ.ສ 2015

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...