ເລີ່ມແລ້ວ! ແຂວງບໍ່ແກ້ວລົງມືກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າງາວ

ທ່ານ ວັນນະສອນ ຮອງອໍານວຍການ ບໍລິສັດ ເຮືອງປະເສີດ ໄຮກຣພາເວີ ຈຳກັດ ໃຫ້ຮູ້ວ່າ: ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຂະໜາດນ້ອຍທີ່ຕັ້ງຢູ່ບ້ານບ້ານນໍ້າແສນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃນ ມິຖຸນາ ຂອງວັນທີ 28 ມິຖຸນາ 2019 ເຊິ່ງມີກຳລັງການຕິດ ຕັ້ງ 15 MW (ເມກາວັດ), ມີກຳລັງຜະລິດກະແສໄຟຟ້າສູງສຸດ81 ຈິກກະວັດໂມງ/ຕໍ່ປີ ( GWh/year ) ,ເປັນເງືອນເທເບຕົງ, ມີລະດັບສູງ 47 ແມັດ, ມີຄວາມຍາວ 211.6 ແມັດ ,ມີເຍື້ອງທີອ້າງໂຕ່ງ 1,428 km2 , ອ່າງເກັບນໍ້າຢູ່ໃນລະດັບ 397m.aslo.

ມູນຄ່າການທັງໝົດ ປະມານ 35 ລ້ານກວ່າໂດລາສະຫະລັດ ແລະ ຄາດວ່າ ແລະ ຈະສຳເລັດພາຍໃນ ເດືອນທັນ ວາ 2.022. ໂດຍມີ 03 ບ້ານທີໄດ້ຮັບຜົນກະທົບ ຄື:

ບ້ານໍ້າແສນ, ບ້ານນໍ້າແລ ແລະ ບ້ານນໍ້າແພດ ມາປປະຈຸບັນໂຄງການໄດ້ຈ່າຍເງີນຊົດເຊີຍ 15,123,261,000 ກີບ ພິທີວາງສີລະລຶກໃນບົດບັນທຶກ ກ່ຽວກັບການລົງມືກໍ່ສ້າງ ແລະ ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກດັ່ງກ່າວ.

ພິທີວາງສີລະລຶກໄດ້ຈັດຂຶ້ນໂດຍການເຂົ້າຮ່ວມ ຂອງ ທ່ານ ກິ່ງ ເອືອຍມະນີຮັກ ຮອງເຈົ້າແຂວງບໍ່ແກ້ວ, ມີ ທ່ານຄຳແຍງ ຄອນໄຊຍະກິດ ຫົວໜ້າພະແນກ ພະລັງລງານ – ບໍ່ແຮ່ແຂວງບໍ່ແກ້ວ, ມີທ່ານ ຫຼ້າຄຳດີ ເຮືອງປະເສີດ ອຳນວຍການບໍລິສັດ ໄຮກຣພາເວີ ຈຳກັດ, ທ່ານ ຖົງມິງຊຸຍ ປະທ່ານ ບໍລິສັດ ຊີສວນຊຽງຮຸຍ ກໍ່ສ້າງ ແລະ ຕິດຕັ້ງໄຟ້າ ຈຳກັດ.

ມີການນຳຂັ້ນແຂວງ, ເມືອງ, ອຳນາກການປົນຄອງບ້າງ, ພະແນກຂະການທີກ່ຽວຂ້ອງ ແລະ ພໍ່ – ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. 

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...