Sunday, January 19, 2025

ພາກລັດ ວາງສີລາລືກໂຄງການກໍ່ສ້າງພັດທະນາ ເຂດເສດຖະກິດ ວັງເຕົ່າ-ໂພນທອງ

ທ່ານ ຄຳພົນ ນວນແສງສີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ ໄດ້ກ່າວວ່າ: ເຂດເສດ ຖະກິດວັງເຕົ່າ-ໂພນທອງ ແມ່ນເຂດເສດຖະກິດເຂດໜຶ່ງໃນ 5 ເຂດ ຢູ່ແຂວງຈຳປາສັກສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງຮອງປະທານຜູ້ປະຈຳການຄະນະເຂດເສດຖະກິດພິເສດ ໃນປີ 2016 ຊຶ່ງ ມີເນື້ອທີ່ 253 ເຮັກຕາມູນຄ່າການລົງທຶນ 250.000.000 ໂດລາ ຫຼື ປະມານ 2.000 ກວ່າ ຕື້ກີບ ໂດຍການຮ່ວມທຶນພັດທະນາຈາກລັດ 30% ແລະ ບໍລິສັດ 70% ມີອາຍຸສຳປະທານ 99 ປີ ຢູ່ໃນເຂດດັ່ງກ່າວຈະພັດທະນາຫຼາຍຂະແໜງການປະກອບມີຮ້ານຄ້າປອດພາສີ, ສູນການຄ້າ ແລະ ຕະຫຼາດຊາຍແດນ, ອະສັງຫາລິມະຊັບ (ບ້ານຈັດສັນ, ຕຶກອາຄານ ແລະ ທີ່ພັກອາໄສ), ທະນາຄານ-ສະຖາບັນການເງິນ, ລະບົບການທ່ອງທ່ຽວ ແລະ ໂຮງແຮມ, ສູນບໍລິການສາງພັກສິນຄ້າ (ໂລເຈດສະຕິກ), ລະບົບພື້ນຖານໂຄງລ່າງຕ່າງໆ (ບຳບັດນໍ້າເປື້ອນ, ກຳຈັດສິ່ງເສດເຫຼືອ, ໄຟຟ້າ, ນໍ້າປະປາ ແລະ ອື່ນໆ).

ໂຄງການນີ້ແມ່ນໃຊ້ເວລາ ກໍ່ສ້າງ 15 ປີ ແບ່ງອອກເປັນ 3 ໄລຍະ ນັບແຕ່ປີ 2016-2030 ຄື: ໄລຍະທີ 1 ແມ່ນໃຊ້ເວລາ 5 ປີ ເລີ່ມແຕ່ມື້ເຊັນສັນຍາເປັນຕົ້ນໄປ (2016-2020), ປະກອບມີຫຼາຍກິດຈະກຳ ຄື:

ຮົ້ວອ້ອມ ເຂດແດນຂອງເຂດ, ປະຕູໂຂງ ແລະ ທາງເຂົ້າ-ອອກ ຂອງເຂດ ທີ່ໄດ້ມາດຕະຖານດີ, ສຳຫຼວດ ອອກແບບວາງແຜນຜັງກໍ່ສ້າງ ພື້ນຖານໂຄງລ່າງ, ກໍ່ສ້າງລະບົບພື້ນຖານໂຄງລ່າງ ແລະ ສາທາລະນຸປະໂພກ (ບຳບັດນຳ້ເປື້ອນ, ກຳຈັດສິ່ງເສດເຫຼືອ, ໄຟຟ້າໍ້າລປະປາ ແລະ ອື່ນໆ) ຂອງເຂດ, ກໍ່ສ້າງສູນບໍລິການລະບົບສາງພັກສິນຄ້າ ກໍ່ສ້າງສະຖານີຂົນສົ່ງໂດຍສານ ແລະ ສະຖານທີ່ບ່ອນຈອດລົດ ກໍ່ສ້າງອາຄານການຄ້າ ແລະ ຕະຫຼາດຊຸມຊົນ ກໍ່ສ້າງຮ້ານຄ້າຍົກເວັນພາສີ ກໍ່ສ້າງສຳນັກງານຫ້ອງການຂອງໂຄງການໄລຍະທີ 2:

ໄລຍະນີ້ໃຊ້ເວລາ 5 ປີ (2021-2025) ປະກອບດ້ວຍກິດຈະກຳດັ່ງນີ້: ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງ ແລະ ສາທາລະນຸປະໂພກຂອງເຂດກໍ່ສ້າງ ແລະ ນຳ້ໃຊ້ສູນອາຫານ, ສູນການຄ້າ ອະສັງຫາລິມະຊັບ (ບ້ານຈັດສັນ, ຕຶກອາຄານການຄ້າ ແລະ ທີ່ພັກອາໄສ) ສູນບໍລິການນຳ້ມັນເຊື້ອໄຟທະນາຄານ-ສະຖາບັນການເງິນ ຊຶ່ງຕ້ອງຂໍອະນຸຍາດຈາກ ທະນາຄານ ແຫ່ງ ສປປ ລາວ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງກິດຈະການປະຊຸມ ແລະ ວາງສະແດງ ໄລຍະທີ 3:

ໄລຍະນີ້ໃຊ້ເວລາ 5 ປີ (2026-2030) ປະກອບດ້ວຍກິດຈະການຄື: ເຂດອຸດສາຫະກຳເບົາ ເພື່ອສົ່ງ ອອກ (ອຸດສາຫະກຳປຸງແຕ່ງ, ໂຮງງານປະກອບເຄື່ອງເອເລັກໂຕຣນິກ ແລະ ເຕັກໂນໂລຊີ.

ໂຄງການກໍ່ສ້າງພັດທະນາເຂດເສດຖະກິດວັງເຕົ່າ- ໂພນທອງ ໄດ້ມີຂຶ້ນໃນບໍ່ດົນຜ່ານມານີ້ ທີ່ເມືອງ ໂພນທອງ ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ທ່ານ ອຸດອນ ແກ້ວດວງດີ ປະທານບໍລິສັດດວງດີ ກໍ່ສ້າງຂົວ-ທາງຈຳກັດ ແລະ ເປັນປະທານຮ່ວມທຶນພັດທະນາເຂດເສດຖະກິດວັງເຕົ່າ-ໂພນທອງ ຈຳກັດ.

ຂ່າວ+ພາບ: ສົມຈັນ, ໜັງສືພິມປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: