Wednesday, October 29, 2025
Kbank Laos โอน รับ จ่าย

ຢາກເປັນຜູ້ນຳຕ້ອງຮູ້! ຄຸນສົມບັດຂອງຜູ້ນໍາທີ່ດີ ທີ່ສາມາດຄອງໃຈລູກນ້ອງໄດ້!

ຖ້າຢາກເປັນຜູ້ນໍາທີ່ເກັ່ງຕ້ອງມີຄຸນສົມບັດ ຫຼືທັກສະຢ່າງໜ້ອຍສິບຂໍ້ດັ່ງຕໍ່ໄປນີ້:

1.  ການສື່ສານ, ຜູ້ນໍາຕ້ອງສາມາດສື່ສານກັບລູກນ້ອງໄດ້ງ່າຍ ບໍ່ວ່າຈະເປັນການສື່ສານໃນກໍລະນີໃດໆ. ການຍອມຮັບຟັງບັນຫາແລະ ການອະທິບາຍບັນຫາໃຫ້ໄດ້ໃນທຸກເລຶ່ອງ. 

2.  ສິ່ງບັນດານໃຈ, ຜູ້ນໍາຈໍາເປັນຕ້ອງມີທັກສະໃນການ ຈູງແຮງບັນດານໃຈລູກນ້ອງໃຫ້ກະຕືລືລົ້ນ, ໃຫ້ມີຄວາມຮັກໃນໜ້າທີ່, ມີຄວາມຮັບຜິດຊອບຕໍ່ໜ້າທີ່ ແລະສ້າງສິ່ງດົນບັນດານໃຈໃຫ້ກັບລູກນ້ອງ ເພື່ອພັດທະນາກ້າວໜ້າໄປເລື່ອຍໆ. 

3. ການກະຈາຍພາລະ, ຜູ້ນໍາຕ້ອງຮູ້ຈັກໃຊ້ລູກນ້ອງໃຫ້ເປັນປະໂຫຍດ. ຝຶກຝົນລູກນ້ອງໃຫ້ມີທັກສະ ແລະມອບໝາຍວຽກໃຫ້ເຂົາເຮັດຕາມທັກສະທີ່ເຂົາມີ. ການກະຈາຍວຽກງານ ແລະໜ້າທີ່ໃຫ້ກັບທຸກຂະແໜງການໃຫ້ປະຕິບັດຕາມໜ້າທີຕົນເອງຢ່າງເຕັມເໝັດເຕັມໜ່ວຍຖືວ່າ ເປັນວິທີບໍລິຫານທີ່ເປັນເລີດ. ຜູ້ນໍາທີ່ສະຫຼາດຕ້ອງຮູ້ຈັກໃຊ້ຄົນທີ່ເກັ່ງກວ່າ. ດັ່ງສຸພາສິດກ່າວໄວ້ວ່າໄມ້ລໍາດຽວລ້ອມຮົ້ວບໍ່ຄ່ອຍໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ. ຖ້າເຮົາບໍ່ກ້າໃຊ້ຄົນອື່ນເພາະຢ້ານເຂົາໄດ້ໜ້າໄດ້ຕາ ຫຼືເຮັດໄດ້ດີກວ່າເຮົາ. ອັນໃດກໍເກັບໄວ້ເຮັດຄົນດຽວ ຈະປະສົບຜົນສໍາເລັດໄດ້ຍາກ. 

4.  ຄວາມຄິດບວກ, ຜູ້ນໍາຕ້ອງເປັນຄົນມີແນວຄິດບວກສະເໝີ ບໍ່ວ່າໃນກໍລະນີໃດໆ. ຕ້ອງຮູ້ຈັກຜັນປ່ຽນບັນຫາລົບໃຫ້ເປັນບວກ. ບໍ່ໂຈມຕີແຕ່ຕໍານິເພື່ອກໍ່ໃຫ້ເປັນປະໂຫຍດ. ຕ້ອງເບິ່ງທຸກບັນຫາຄືການທ້າທາຍ. ສ້າງສະຖານະການທຸກສະຖານະການໃຫ້ເປັນສີສັນເພື່ອ ດຶງດູດເອົາແນວຄິດຂອງແຕ່ລະຝ່າຍ ມານໍາໃຊ້ໃຫ້ເປັນປະໂຫຍດ.  

5.  ຄວາມໄວ້ເນືອເຊື່ອໃຈ, ທຸກຄົນຕ້ອງການຄວາມໄວ້ເນື້ອເຊື່ອໃຈ ຈາກຜູ້ນໍາທັງນັ້ນ. ຖ້າເຮົາມີຄວາມເຊື່ອຖືໄດ້ ລູກນ້ອງເຮົາກໍຈະນັບຖືເຮົາ. ເຮົາຕ້ອງເປັນຄົນເປີດກວ້າງ, ແລະຊື່ສັດ. ໃຫ້ກຽດແລະນັບຖືລູກນ້ອງທຸກຄົນ ເພາະເຂົາຈະໃຫ້ກຽດແລະນັບຖືເຮົາເຊັນກັນ. 

6.  ຄວາມສ້າງສັນ, ຜູ້ນໍາຄືຜູ້ຮັບຜິດຊອບການຢູ່ລອດ ແລະການພັດທະນາທຸກສິ່ງ. ສະນັ້ນເຮົາຕ້ອງມີແນວຄິດສ້າງສັນຕະຫຼອດ. ຕ້ອງມີແນວຄິດພັດທະນາທຸກບາດກ້າວ ໃຫ້ທັນໂລກາວິວັດ. ສໍາຄັນຕ້ອງສາມາດຄິດນອກກອບ ຫຼືພາສາອັງກິດເຂົາເອີ້ນວ່າ Be able to think outside of the box.  ຖ້າເຮົາສາມາດຄິດແບບນັ້ນໄດ້ ເຮົາກໍຈະຮູ້ວ່າວິທີແກ້ບັນຫາບໍ່ມີແຕ່ວິທີດຽວ.

7.  ການຮັບຂໍ້ສະເໜີ, ຜູ້ນໍາຕ້ອງສາມາດຮັບເອົາຄໍາຕິຊົມ ແລະຂໍ້ສະເໜີທຸກຂໍ້ເພື່ອພິຈາລະນາ. ເພາະທຸຸກຄໍາຕິຊົມບໍ່ວ່າຮ້າຍຫຼືດີຄືການປະເມີນຜົນການນໍາຂອງເຮົາ. ຖ້າເຮົາບໍ່ຮັບເອົາຄໍາຕໍານິ ຕິຊົມຈາກຄົນອື່ນແລ້ວເຮົາຈະຮູ້ໄດ້ແນວໃດວ່າການນໍາຂອງເຮົາມີ ຜົນເສຍໃນດ້ານໃດແດ່? ນະໂຍບາຍທຸກນະໂຍບາຍທີ່ເຮົາວາງອອກໄປ ແມ່ນເພື່ອຄົນອື່ນນໍາໃຊ້. ຖ້າເຮົາບໍ່ຟັງຄໍາເຫັນຂອງ ຄົນທີ່ໃຊ້ັມັນແລ້ວເຮົາຈະໄປຮູ້ໄດ້ແນວໃດວ່າມັນໄດ້ຜົນຫຼືບໍ່? 

8.  ຄວາມຮັບຜິດຊອບ, ຜູ້ນໍາຄືຜູ້ັຮັບຜິດຊອບຄວາມສໍາເລັດ ແລະລົ້ມເຫຼວຂອງອົງກອນ. ສະນັ້ນເຮົາຕ້ອງມີຄວາມຮັບຜິດຊອບສູງ, ສາມາດ ແລະເຕັມໃຈຍອມຮັບເອົາທຸກຢ່າງ ບໍ່ວ່າຈະເປັນການລົ້ມເຫຼວຫຼືສໍາເລັດ. ການລົ້ມເຫຼວຫຼືສໍາເລັດແມ່ນຂຶ້ນຢູ່ກັບຍຸທິວິທີບໍລິຫານຂອງເຮົາ, ຂຶ້ນກັບນະໂຍບາຍຂອງເຮົາສະນັ້ນ ເມື່ອສິ່ງໃດລົ້ມເຫຼວຫຼືຜິດພາດກໍຢ່າໄປໂທດ ຫຼືໂຍນຄວາມຜິດໃຫ້ຜູ້ນັ້ນຜູ້ນີ້, ຖ້າລູກນ້ອງເຮັດຜິດ ເຮົາກໍຕ້ອງຮັບຜິດຊອບແທນເພາະ ເຮົາເປັນນາຍເຂົາ. ເຂົາທໍາຜິດກໍຍ້ອນເຮົາສອນວຽກເຂົາບໍ່ດີເອງຫຼືປົກຄອງລູກນ້ອງບໍ່ດີ.  ຫຼືເຮົາສ້າງລະບົບບໍລິຫານບໍ່ໄດ້ມາດຕະຖານຈຶ່ງເກີດການຜິດພາດ. 

9. ຄວາມເອົາໃຈໃສ່, ຜູ້ນໍາຕ້ອງເອົາໃຈໃສ່ແລະຕິດຕາມ ທຸກນະໂຍບາຍທີ່ວາງອອກ. ແຕ່ລະປີຕ້ອງມີການປະເມີນຜົນເສຍຜົນໄດ້ ແລ້ວນໍາມາປັບປຸງແກ້ໄຂ. ຕ້ອງເປັນແບບຢ່າງໃນການເຮັດວຽກ. ຕົວຢາງ ເຂົ້າມາເຮັດວຽກກ່ອນເວລາ, ພັກຕາມເວລາພັກ ປະຕິບັດຕາມກົດລະບຽບຂອງອົງກອນທຸກກົດ.  ຖ້າຢາກໃຫ້ລູກນ້ອງປະຕິບັດແບບນັ້ນ, ເຮົາຕ້ອງເປັນຜູ້ພາເຂົາປະຕິບັດ. ເປັນແບບຢ່າງ. 

10.  ຊີ້ນມາປາໄປ, ຜູ້ນໍາຕ້ອງຮູ້ຈັກຮັກສາມິດຕະພາບອັນດີງາມ. ຮູ້ຈັກແຍກແຍະເຫດຜົນ. ບໍ່ວ່າກໍລະນີໃດໆ ຖ້າເຂົາເອົາຊີ້ນມາໃຫ້, ເຮົາກໍຢ່າລືມເອົາປາໃຫ້ເຂົາເຊັ່ນກັນ.

ນີ້ຖືວ່າເປັນວັດທະນະທໍາມາລະຍາດອັນດີງາມ ສາມາດສ້າງຄວາມສໍາພັນໄວ້ໄດ້ດີ ບໍ່ວ່າຈະເປັນສັດຕູຫຼືເພື່ອນ.  ເພາະເຮົາບໍ່ສາມາດຮູ້ໄດ້ວ່າເພື່ອນມື້ນີ້ອາດເປັນສັດຕູເຮົາໃນມື້ໜ້າ, ສັດຕູໃນມື້ນີ້ອາດເປັນເພື່ອນໃນມື້ໜ້າກໍເປັນໄດ້. ບໍ່ມີສິ່ງໃດຈີລັງແນ່ນອນ.  

ສະນັ້ນຢ່າໄດ້ຟ້າວຕັດຄວາມສໍາພັນຫຼືມອງຂ້າມສິ່ງທີ່ເປັນຖັງຂີ້ເຫຍືອໃນມື້ນີ້ ເຮົາບໍ່ຮູ້ດອກວ່າອະນາຄົດມັນອາດ ຈະເປັນທະນາຄານໃຫ້ເຮົາກໍເປັນໄດ້.  

ບູຮານເພິ່ນວ່າ ສ້າງມິດດີກວ່າສັດຕູ, ແມ່ນແຕ່ສັດຕູກໍເປັນມິດໄດ້.  ຮູ້ເຂົາຮູ້ເຮົາ ເປັນມິດທັງສອງດີກວ່າໜຶ່ງ. ເພາະຖ້າເຮົາລົ້ມຈາກໜຶ່ງເຮົາຍັງມີສອງທີ່ຈະປະຄອງເຮົາຂຶ້ນໄດ້.  

ປະການສໍາຄັນ, ຜູ້ນໍາຕ້ອງຮູ້ຈັກບຸນຄຸນຄົນ. ຮູ້ຈັກຮັບ, ຮູ້ຈັກໃຫ້, ຮູ້ຈັກຕອບແທນ, ຄົນໃດເຄີຍເຮັດດີກັບເຮົາ, ເຮົາຕ້ອງຫາໂອກາດເຮັດດີຕອບແທນ.  

ຕ້ອງເບິ່ງທຸກຄົນທຸກກໍລະນີ ທຸກສະຖານະການຄືຜົນປະໂຫຍດຂອງເຮົາທັງນັ້ນຈຶ່ງຈະເປັນຜູ້ນໍາທີ່ດີເລີດ.  

ແຫຼ່ງຂໍ້ມູນ:

ປສ.

https://pranejonshortstory.blogspot.com/p/1.html?m=0

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.