Wednesday, July 9, 2025
Kbank Laos โอน รับ จ่าย

ປະກາດສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ

❖ ກະຊວງປ້ອງກັນປະເທດໄດ້ ຈັດຕັ້ງພິທີປະກາດສ້າງຕັ້ງ ແລະການແຕ່ງຕັ້ງຄະນະກອງບັນຊາການທະຫານອາ ກາດກອງທັບປະຊາຊົນລາວຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019 ນີ້, ຢູ່ທີ່ກະຊວງ ປ້ອງກັນປະເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາ ມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍ ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກຄະນະ ບັນຊາກົມກອງອ້ອມຂ້າງກະຊວງ, ເຂົ້າຮ່ວມ.

ໃນພິທີ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບໄດ້ຂຶ້ນຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 19/ນຍ ລົງວັນທີ 30 ມັງກອນ 2019 ວ່າດ້ວຍການອະນຸຍາດໃຫ້ສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວອັກ ສອນຫຍໍ້ ກບອ ຢູ່ພາຍໃຕ້ການ ຊີ້ນໍາ-ນໍາພາໂດຍກົງຮອບດ້ານ ຂອງກະຊວງປ້ອງກັນປະເທດ.

ຈາກນັ້ນ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະ ນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານລັດຖະດໍາລັດຂອງນາຍົກ ລັດຖະມົນຕີ ສະບັບເລກທີ 183/ນຍ ນະຄອນຫຼວງວຽງຈັນ ວັນທີ 25/06/2019 ວ່າດ້ວຍການ ແຕ່ງຕັ້ງຜູ້ບັນຊາການທະຫານອາກາດກອງທັບປະຊາຊົນລາວ ໂດຍໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ຄໍາເຫຼັກ ແສງພະຈັນ ເປັນຜູ້ບັນຊາການທະຫານອາກາດກອງທັບປະຊາຊົນລາວ.

ໄດ້ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນ ຕີສະບັບເລກທີ 182/ນຍ ນະຄອນ ຫຼວງວຽງຈັນ ລົງວັນທີ 25/06/ 2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ໂດຍໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ເປັນຫົວໜ້າການເມືອງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 1690/ກປທ ນະຄອນຫຼວງວຽງຈັນ, ວັນທີ 07/05/2019 ວ່າ ດ້ວຍການແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ໂດຍໄດ້ ແຕ່ງຕັ້ງ ສະ ຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ເປັນຮອງຮັບຜິດຊອບວຽກງານການເມືອງ ທັງເປັນຫົວໜ້າຫ້ອງການເມືອງ, ສະຫາຍ ພັນເອກ ພັນທະມິດ ວໍລະບຸດ ເປັນຮອງຮັບຜິດຊອບວຽກງານອົບຮົມການບິນ ທັງເປັນຫົວໜ້າຫ້ອງອົບຮົມການບິນ, ສະຫາຍ ພັນໂທ ບຸນດອມ ບຸບຜາລິວັນ ເປັນຮອງຮັບຜິດຊອບວຽກງານເສນາທິການ ທັງເປັນ ຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ທອງພັນ ບຸນສະຫວັດ ເປັນຮອງຮັບຜິດຊອບ ວຽກງານພະລາທິ ການ ທັງເປັນຫົວໜ້າຫ້ອງພະລາທິການ ແລະສະຫາຍ ພັນໂທ ສອນທອງ ແກ້ວຈັນດາ ເປັນຮອງຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວຫນ້າຫ້ອງເຕັກນິກກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ.

ໃນພິທີອັນມີຄວາມຫມາຍສໍາຄັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມໂດຍຍົກໃຫ້ເຫັນຄວາມສໍາຄັນຂອງການປະກາດສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວແມ່ນເປັນຂີດຫມາຍອັນດີແຫ່ງການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນເຫຼົ່າຮົບທະຫານອາກາດ ເພື່ອກ້າວສູ່ລະບຽບແບບແຜນທີ່ທັນສະໄໝ ຮັບ ປະກັນເຮັດສໍາເລັດໜ້າທີ່ການເມືອງຂອງເຫລົ່າຮົບໃນສະເພາະໜ້າ ແລະ ຍາວນານ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.