ລະບາດໜັກ! ພົບໝູຕາຍແລ້ວ 578 ໂຕ ຢູ່ເມືອງຊ່ອນ ແຂວງຫົວພັນ

ການລະບາດພະຍາດໝູໃນປະຈຸບັນນັບມື້ໄດ້ແຜ່ຂະຫຍາຍເປັນບໍລິເວນກວ້າງ ແລະ ຕິດຕໍ່ກັນຢ່າງໄວວາ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນຜູ້ລ້ຽງໝູ, ຫຼ້າສຸດຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີໝູຂອງປະຊາຊົນຕາຍແລ້ວ 578 ໂຕ ໃນ 17 ບ້ານ. 

ທ່ານ ໂສພາພອນ ແສງອິນທະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນສຳພາດຜ່ານໂທລະສັບ ວັນທີ 17 ກໍລະກົດ ນີ້ວ່າ ຕາມການລົງກວດກາຂອງວິຊາການລ້ຽງສັດ ຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ຫ້ອງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ໄດ້ລົງກວດ ກາຫມູເຈັບ ແລະ ຕາຍ ຢູ່ພາຍໃນເມືອງຊ່ອນໃນລະຫວ່າງວັນທີ 6-15 ກໍລະກົດ 2019 ພົບຫມູເຈັບ ແລະ ຕາຍຍ້ອນພະຍາດອະຫິວາທັງໝົດ 621 ກໍລະນີ ໃນນີ້ໝູຕາຍແລ້ວ 578 ໂຕ ໃນ 17 ບ້ານຄື:

ບ້ານແລ້ງ, ບ້ານວັດ, ບ້ານນາຈັກ, ບ້ານທາດ, ບ້ານນາໜົມ, ບ້ານນາໝໍ້, ບ້ານໜອງໃສ, ບ້ານມັ້ນ, ບ້ານບວກ, ບ້ານຫ້ວຍຕຶນ, ບ້ານຊ່ອນໃຕ້, ບ້ານຊ່ອນເໜືອ, ບ້ານໂງ່ນ, ບ້ານຫ້ວຍສະຫງອນ, ບ້ານເມືອງເປີ້, ບ້ານນໍ້າເນີນ ແລະ ບ້ານຊາຍ.

ຕໍ່ກັບສະພາບດັ່ງກ່າວ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ ໄດ້ແນະນຳໃຫ້ ປະຊາຊົນທີ່ລ້ຽງໝູ ທີ່ມີໝູເຈັບ ແລະ ຕາຍດັ່ງນີ້:

1. ຖ້າມີສັດເຈັບໃຫ້ແຍກອອກຈາກຝູງສັດທີ່ບໍ່ທັນເຈັບ 
2. ຖ້າສັດໂຕໃດຕາຍໃຫ້ຝັງຖີ້ມ ( ໂຮຍດ້ວຍປູນຂາວ ) 
3. ຫ້າມນໍາເອົາສັດຕາຍຖີ້ມລົງຫ້ວຍນ້ໍາລໍາເຊ ແລະ ສະຖານທີ່ຕ່າງໆ. 
4. ຫ້າມເຄື່ອນຍ້າຍສັດເຈັບອອກໄປຕ່າງເມືອງ,ຕ່າງແຂວງ. 
5. ຫ້າມນໍາເອົາສັດທີ່ຕາຍມາບໍລິໂພກ ຫຼື ຂາຍ ຖ້າກວດພົບເຫັນຈະຖືກຍຶດຂອງກາງພ້ອມທັງປັບໃຫມຕາມລະບຽບກົດຫມາຍ.

ແຫຼ່ງຂໍ້ມູນ:

ຂ່າວ: ອາລຸນໄຊ
ພາບ: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ
Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...