
ໃນຕອນເຊົ້າຂອງວັນທີ 29 ເດືອນກໍລະກົດ ປີ2019 ທີ່ຜ່ານມາ ຢູ່ສະໂມສອນຫ້ອງການບ້ານໂຄກ ເມືອງອຸທຸມພອນ ໄດ້ຈັດໃຫ້ມີພິທີເປີດນຳໃຊ້ໂຮງໝໍນ້ອຍ ບ້ານໂຄກ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ຮອງເຈົ້າເມືອງໆອຸທຸມພອນ, ທ່ານ ດຣ ນາງຈັນດອນ ມະນີພູໃສ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ບຸນ ໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ຈາກນີ້ກໍ່ມີບັນດາທ່ານ ຫົວໜ້າຫ້ອງການ, ຄະນະຫ້ອງການ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍບ້ານ, ແຂກຖືກເຊີນຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ແລະພະນັກງານແພດ-ໝໍ ຈຳນວນໜຶ່ງເຂົ້າຮ່ວມ.

ທ່ານ ຄຳປ້ານ ຮອງນາຍບ້ານໆໂຄກ ໄດ້ລາຍງານໃຫ້ຮູ້ວ່າ:

ບ້ານໂຄກ ມີທີ່ຕັ້ງຫ່າງຈາກເທດສະບານເມືອງອຸທຸມພອນ ໄປທາງທິດໃຕ້ປະມານ 10 ກິໂລແມັດ, ມີເຂດແດນຕິດຈອດກັບບ້ານໃກ້ຄຽງຄື: ທິດເໜືອຕິດກັບບ້ານຈອມເພັດ, ທິດໃຕ້ຕິດກັບບ້ານໂຄກປ່າຫວາຍ, ທິດຕາເວັນອອກຕິດກັບ ບ້ານພີນໃຕ້ ແລະທິດຕາເວັນຕົກຕິດກັບບ້ານສົ້ງ. ບ້ານໂຄກ ມີເນື້ອທີ່ທັງໝົດ 1.660 ເຮັກຕາແມັດ, ມີ 785 ຫຼັງຄາເຮືອນ, ມີ 1.208 ຄອບຄົວ, ມີພົນລະເມືອງທັງໝົດ 5.094 ຄົນ, ຍິງ 2.553 ຄົນ, ໄດ້ແບ່ງເປັນ 35 ໜ່ວຍ, ມີ 3 ໜ່ວຍພັກ, ມີສະມາຊິກພັກທັງໝົດ 38 ສະຫາຍ, ຍິງ 12 ສະຫາຍ, ປະຊາຊົນພາຍໃນບ້ານສ່ວນຫຼາຍຢຶດຖືອາຊີບເຮັດນາເປັນຕົ້ນຕໍ, ປູກຝັງ-ລ້ຽງສັດເປັນສຳຮອງ.

ຍ້ອນເຫັນໄດ້ຄວາມຈຳເປັນໃນເວລາເຈັບເປັນ ຍາມຝົນການໄປ-ການມາລຳບາກ ແລະຫ່າງໄກຈາກຕົວເມືອງ ສະນັ້ນທາງອຳນາດການປົກຄອງບ້ານ ພ້ອມເຖົ້າແກ່ແນວໂຮມ ແລະພໍ່ແມ່ປະຊາຊົນພາຍໃນບ້ານຈິ່ງໄດ້ຕົກລົງເຫັນດີພ້ອມພາກັນສ້າງສຸກສາລາປະຈຳບ້ານຂຶ້ນໃນປີ 2016 ໂດຍໄດ້ລະດົມທຶນຮອນນຳພໍ່ແມ່ປະຊາຊົນເພື່ອສ້າງສຸກສາລາໃນມູນຄ່າ 100 ລ້ານກວ່າກີບ ແລະສ້າງເຮືອນພັກແພດ ໃນມູນຄ່າ 18 ລ້ານກວ່າກີບ, ລວມມູນຄ່າໃນການກໍ່ສ້າງທັງໝົດ 118 ລ້ານກວ່າກີບ.

ຈາກນັ້ນ ທ່ານ ດຣ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວ ໜ້າພະແນກສາທາລະນະສຸກແຂວງ ວ່າດ້ວຍການອະນຸມັດການເປີດນຳໃຊ້ສຸກສາລາໂຄກໃຫຍ່ ເມືອງອຸທຸມພອນ ແລະຜ່ານຂໍ້ຕົກລົງຂອງຫ້ອງການສາທາລະນະສຸກເມືອງ ວ່າດ້ວຍການແຕ່ງຕັ້ງພະນັກງານໄປປະຈຳການຢູ່ໂຮງໝໍນ້ອຍບ້ານໂຄກໃຫຍ່ ເມືອງອຸທຸມພອນ.

ໃນຕອນທ້າຍຂອງພິທີ ທ່ານ ໂພໄຊ ອິນທະວົງສາ ຮອງເຈົ້າເມືອງໆອຸທຸມພອນ ແລະທ່ານ ດຣ ນາງຈັນດອນ ມະນີພູໃສ ຮອງຫົວໜ້າພະ ແນກສາທາລະນະສຸກແຂວງ ກໍ່ໄດ້ຮ່ວມກັນລັ່ນຄ້ອງ ແລະເປີດປ້າຍໂຮງໝໍນ້ອຍ ບ້ານໂຄກ ເພື່ອເປັນ ສີລິມຸງຄຸນໃຫ້ແກ່ການເປີດນຳໃຊ້ໂຮງໝໍນ້ອຍ ບ້ານໂຄກ ເມືອງອຸທຸມພອນ.
