Monday, May 19, 2025
Kbank Laos โอน รับ จ่าย

ນະຄອນຫຼວງ ມີຄົນໄຂ້ຍຸງ ເຖິງ 4.253 ເສຍຊີວິດແລ້ວ 10 ຄົນ

ນະ­ຄອນ­ຫຼວງ​ວຽງ​ຈັນ ຖື​ເປັນ​ແຂວງ​ອັນ​ດັບ​ຕົ້ນໆ ທີ່​ມີ​ຄົນ​ເຈັບ​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ ນັບ​ມື້​ນັບ​ສູງ​ຂຶ້ນ ອີງ​ຕາມ​ການ​ລາຍ​ງານ​ຂອງ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ວັນ​ທີ 30 ກໍ­ລະ­ກົດ 2019 ໃຫ້​ຮູ້​ວ່າ: ມາ​ເຖິງ​ປັດ­ຈຸ­ບັນ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ກໍ­ລະ­ນີ​ຄົນ​ເຈັບ​ສະ​ສົມ ທັງ​ໝົດ 4.253 ກໍ­ລະ­ນີ ຍິງ 2.268 ກໍ­ລະ­ນີ ເສຍ​ຊີ­ວິດ 10 ຄົນ ໃນ​ນັ້ນ ໄຊ​ທາ­ນີ ມີ 1.325 ກໍ­ລະ­ນີ ເສຍ​ຊີ­ວິດ 3 ຄົນ ໄຊ​ເສດ​ຖາ 866 ກໍ­ລະ­ນີ ເສຍ​ຊີ­ວິດ 2 ຄົນ ສີ​ໂຄດ​ຕະ­ບອງ 421 ກໍ­ລະ­ນີ ສີ​ສັດ­ຕະ​ນາກ 384 ກໍ­ລະ­ນີ ເສຍ​ຊີ­ວິດ 2 ຄົນ ຈັນ­ທະ​ບູ​ລີ 360 ກໍ­ລະ­ນີ ຫາດ​ຊາຍ​ຟອງ 356 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ສັງ​ທອງ 194 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ປາກ​ງື່ມ 184 ກໍ­ລະ­ນີ ແລະ ເມືອງ​ນາ​ຊາຍ​ທອງ ຈຳ­ນວນ 163 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ແລະ ສຳ­ລັບ​ວັນ​ທີ 30 ກໍ­ລະ­ກົດ 2019 ມີ​ກໍ­ລະ­ນີ​ຄົນ​ເຈັບ​ພະ­ຍາດ​ດັ່ງ­ກ່າວ​ເກີດ​ຂຶ້ນ​ໃໝ່ 82 ກໍ­ລະ­ນີ ຍິງ 43 ກໍ­ລະ­ນີ.

ຕໍ່​ບັນ­ຫາ​ດັ່ງ­ກ່າວ ທາງ​ອຳ­ນາດ​ການ​ປົກ­ຄອງ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື ພະ​ແນກ​ສາ­ທາ­ລະ­ນະ​ສຸກ ໄດ້​ຊີ້​ນຳ​ໃຫ້​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ ສ້າງ​ຂະ​ບວນ​ການ​ປຸກ­ລະ­ດົມ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ປະ­ຊາ­ຊົນ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ນ້ຳ​ຍຸງ​ລາຍ​ຕາມ​ຫຼັກ­ການ 5ປ ຢ່າງ​ເປັນ​ປົກ­ກະ­ຕິ ເຊິ່ງ​ການ​ສ້າງ​ຂະ​ບວນ​ດັ່ງ­ກ່າວ​ນັ້ນ ລ້ວນ​ແລ້ວ­ແຕ່​ເປັນ​ໜ້າ­ທີ່​ຂອງ​ໝົດ​ທຸກ​ຄົນ ທີ່​ຕ້ອງ​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ ເມື່ອ​ທຸກ​ຄົນ​ຮ່ວມ​ໃຈ​ກັນ​ກໍ​ຈະ​ເຮັດ​ໃຫ້­ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ​ຫຼຸດ​ລົງ ແລະ ເມື່ອ​ມີ​ອາ­ການ​ໄຂ້​ກໍ​ຕ້ອງ​ໄດ້​ໄປ​ພົບ​ແພດ​ໝໍ​ທີ່​ໂຮງ­ໝໍ ຫຼື ສຸກ­ສາ­ລາ​ໃກ້​ບ້ານ​ທ່ານ​ໂດຍ​ບໍ່​ຄວນ​ຊື້​ຢາ​ມາ​ກິນ​ເອງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້