Friday, March 21, 2025

ສະເຫຼີມສະຫຼອງ 52 ປີ ການສ້າງຕັ້ງອາຊຽນ ແລະ 22 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ

ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ເປັນ​ປະ­ທານ​ພິ­ທີ​ເອົາ​ທຸງ­ຊາດ​ລາວ ແລະ ທຸງ​ອາ​ຊຽນ​ຂຶ້ນ​ສູ່​ຍອດ​ເສົາ ວັນ​ທີ 6 ສິງ­ຫາ 2019 ຢູ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ ຄົບ­ຮອບ 52 ປີ ແຫ່ງ​ການ​ສ້າງ­ຕັ້ງ​ອາ​ຊຽນ (8 ສິງ­ຫາ 1967-8 ສິງ­ຫາ 2019) ແລະ ຄົບ­ຮອບ 22 ປີ ທີ່ ສປປ ລາວ ເຂົ້າ​ເປັນ​ສະ­ມາ­ຊິກ​ອາ​ຊຽນ (23 ກໍ­ລະ­ກົດ 1997-23 ກໍ­ລະ­ກົດ 2019) ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ​ທັງ 3 ເສົາ­ຄ້ຳ​ປະ­ຊາ​ຄົມ​ອາ​ຊຽນ ຮອງ​ລັດ­ຖະ­ມົນ­ຕີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ປະ­ເທດ​ຄູ່​ເຈລະ­ຈາ​ອາ​ຊຽນ ປະ­ຈຳ ສປປ ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ຍົກ​ໃຫ້​ເຫັນ​ຜົນ­ສຳ­ເລັດ​ຂອງ​ອາ​ຊຽນ ໄລ­ຍະ 52 ປີ­ຜ່ານ­ມາ ໂດຍ​ສະ­ເພາະ ປີ 2015 ໄດ້​ປະ­ກາດ​ສ້າງ­ຕັ້ງ​ປະ­ຊາ​ຄົມ​ອາ​ຊຽນ ເຊິ່ງ​ປະ­ກອບ​ດ້ວຍ​ສາມ​ເສົາ­ຄ້ຳ ການ­ເມືອງ-ຄວາມ​ໝັ້ນ­ຄົງ ເສດ­ຖະ­ກິດ ແລະ ສັງ­ຄົມ-ວັດ­ທະ­ນະ­ທຳ ເຊິ່ງ​ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການ​ສ້າງ​ສັນ­ຕິ­ພາບ ສະ­ຖຽນ​ລະ​ພາບ ແລະ ຄວາມ​ວັດ­ທະ­ນາ​ຖາ­ວອນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ໃນ​ນາມ​ເປັນ​ອົງ​ການ­ຈັດ­ຕັ້ງ​ພາກ​ພື້ນ ລະ­ຫວ່າງ​ລັດ­ຖະ­ບານ​ໄດ້​ສືບ­ຕໍ່​ຮັດ​ແໜ້ນ​ການ​ພົວ­ພັນ​ຮ່ວມ​ມື ລະ­ຫວ່າງ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ​ດ້ວຍ​ກັນ ກໍ​ຄື ການ​ຮ່ວມ​ມື​ກັບ​ພາຍ​ນອກ ບົນ​ພື້ນ­ຖານ​ຫຼັກ­ການ​ທີ່​ກຳ­ນົດ​ໄວ້​ໃນ​ກົດ​ບັດ​ອາ​ຊຽນ ສົນ­ທິ­ສັນ­ຍາ​ໄມ­ຕີ​ຈິດ ແລະ ການ​ຮ່ວມ​ມື ບັນ­ດາ​ກົນ​ໄກ​ທີ່​ອາ​ຊຽນ​ເປັນ​ຜູ້​ສ້າງ​ຂຶ້ນ ເຊັ່ນ:

ຫຼັກ­ການ​ແຫ່ງ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ­ຕິ ເຄົາ­ລົບ​ເອ­ກະ­ລາດ ອະ­ທິ­ປະ​ໄຕ ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ ການ​ບໍ່​ແຊກ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ແລະ ກັນ ແກ້​ໄຂ​ບັນ­ຫາ​ໂດຍ​ສັນ­ຕິ​ວິ­ທີ ຫຼັກ­ການ​ຄວາມ​ເປັນ​ເອ­ກະ­ສັນ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ­ໂຫຍດ ແລະ ອີງ­ໃສ່​ຄວາມ​ຫຼວງ­ຫຼາຍ​ຂອງ​ປະ­ເທດ​ສະ­ມາ­ຊິກ​ທີ່​ເອີ້ນ​ວ່າ ວິ­ຖີ​ທາງ​ຂອງ​ອາ​ຊຽນ.

ພ້ອມ​ນີ້ ທ່ານ​ຍັງ​ໄດ້​ແຈ້ງ​ຜົນ­ສຳ­ເລັດ​ຂອງ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາ​ຊຽນ ຄັ້ງ​ທີ 52 ຢູ່​ບາງ­ກອກ​ປະ­ເທດ​ໄທ ພາຍ​ໃຕ້​ຄຳ​ຂວັນ “ຮ່ວມ​ແຮງ​ຮ່ວມ​ໃຈ ກ້າວ​ໄກ​ຍືນ​ຍົງ” ເຊິ່ງ 1 ປີ­ຜ່ານ­ມາ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂໍ້​ລິ​ເລີ່ມ ມາດ​ຕະ­ການ ແລະ ກິດ­ຈະ­ກຳ​ຮ່ວມ​ມື​ໃນ​ຂະ­ແໜງ​ຕ່າງໆ​ທັງ 3 ເສົາ­ຄ້ຳ ໄດ້​ຮັບ​ຜົນ­ສຳ­ເລັດ​ຫຼາຍ​ປະ­ການ ຕະ­ຫຼອດ​ໄລ­ຍະ 22 ປີ ທີ່​ລາວ​ເຂົ້າ​ເປັນ​ສະ­ມາ­ຊິກ​ອາ​ຊຽນ ໄດ້​ເຂົ້າ​ຮ່ວມ​ໃນ​ຂະ​ບວນ​ການ​ລວມ​ຂອງ​ອາ​ຊຽນ ເຮັດ​ໃຫ້​ບົດ­ບາດ​ຂອງ ສປປ ລາວ ໃນ​ພາກ​ພື້ນ ແລະ ສາ­ກົນ ນັບ​ມື້​ພົ້ນ​ເດັ່ນ​ຂຶ້ນ ເຂດ​ການ​ຄ້າ​ເສລີ ການ​ລົງ­ທຶນ​ອາ​ຊຽນ ແລະ ອາ​ຊຽນ​ກັບ​ບັນ­ດາ​ປະ­ເທດ​ຄູ່​ເຈລະ­ຈາ ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການ​ເຮັດ​ການ​ຄ້າ ແລະ ການ​ລົງ­ທຶນ ຂະ­ຫຍາຍ­ຕົວ​ໃນ​ຈັງ­ຫວະ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.     

ປັດ­ຈຸ­ບັນ ອາ​ຊຽນ​ເປັນ​ໜຶ່ງ​ໃນ​ອົງ​ການ­ຈັດ­ຕັ້ງ​ພາກ​ພື້ນ ທີ່​ປະ­ສົບ​ຜົນ­ສຳ­ເລັດ​ທີ່​ສຸດ​ໃນ​ໂລກ ທີ່​ມີ​ການ​ເປີດ​ກວ້າງ​ສູ່​ພາຍ​ນອກ ແລະ ມີ​ບົດ­ບາດ​ສຳ­ຄັນ​ໃນ​ໂຄງ​ສ້າງ​ພາກ​ພື້ນ​ທີ່​ເປີດ​ກວ້າງ ແລະ ກວມ​ລວມ ໂດຍ​ມີ​ອາ​ຊຽນ​ເປັນ­ໃຈ​ກາງ ເຊິ່ງ​ລາວ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບ­ຄົວ​ອາ​ຊຽນ ແລະ ສະ­ແດງ​ຂອບ­ໃຈ​ຕໍ່​ການ​ຊ່ວຍ­ເຫຼືອ ສະ­ໜັບ­ສະ­ໜູນ ແລະ ຮ່ວມ​ມື​ຂອງ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ປະ­ເທດ​ຄູ່​ເຈລະ­ຈາ ກໍ​ຄື ຄູ່​ຮ່ວມ​ມື​ພາຍ​ນອກ​ອາ​ຊຽນ ທີ່​ໄດ້​ເຮັດ​ໃຫ້​ລາວ​ສາ­ມາດ​ປະ­ຕິ­ບັດ​ຄວາມ​ໝາຍ​ໝັ້ນ​ຂອງ​ຕົນ​ໃນ​ຖາ­ນະ​ປະ­ເທດ​ສະ­ມາ­ຊິກ ໃນ 2 ທົດ​ສະ​ວັດ​ຜ່ານ​ມາ​ໄດ້​ຢ່າງ​ເຕັມ​ສ່ວນ ມີ​ປະ​ສິດ­ທິ​ຜົນ​ສູງ ແລະ ນຳ​ເອົາ​ຜົນ​ປະ­ໂຫຍດ​ສູງ​ສຸດ​ມາ­ສູ່​ປະ­ເທດ​ລາວ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່