Friday, July 18, 2025
Kbank Laos โอน รับ จ่าย

6 ເດືອນຕົ້ນປີ ມີນັກທ່ອງທ່ຽວມາທ່ຽວຊົມ ນວ 784.443 ຄົນ

ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ (ຖວ​ທ ນວ) ຈັດ​ກອງ​ປະ­ຊຸມ​ສະ­ຫຼຸບ​ວຽກ​ງານ​ຮອບ­ດ້ານ​ໃນ​ຂົງ­ເຂດ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ຂຶ້ນ​ຢູ່​ພະ​ແນກ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ຫົວ­ໜ້າ​ພະ​ແນກ ຖວ​ທ ນວ ມີ​ຮອງ​ຫົວ­ໜ້າ​ພະ​ແນກ ຫ້ອງ­ການ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ສີ​ພາ​ພອນ ລັດ­ສະ­ໝີ ຫົວ­ໜ້າ​ຫ້ອງ­ການ​ພະ​ແນກ ຖວ​ທ ນວ ກ່າວ​ວ່າ: 6 ເດືອນ​ຜ່ານ​ມາ ພະ​ແນກ ຖວ​ທ ນວ ໄດ້​ສຸມ​ໃສ່​ປະ­ຕິ­ບັດ​ໜ້າ​ວຽກ​ຕ່າງໆ​ຢ່າງ​ຕັ້ງ­ໜ້າ ເປັນ­ຕົ້ນ ການ​ກະ­ກຽມ​ດຳ­ເນີນ​ການ​ອອກ​ອາ­ກາດ​ຂອງ​ສະ ຖາ​ນີ​ໂທລະ­ພາບ ນວ ປັບ­ປຸງ ຄຸ້ມ​ຄອງ​ສະ­ຖາ­ນີ​ວິ­ທະ­ຍຸ ແລະ ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ແລະ ວຽງ​ຈັນ​ທຸ­ລະ​ກິດ-ສັງ­ຄົມ ອະ­ນຸ​ຮັກປະ­ຕິ­ສັງ­ຂອນ​ບູ­ຮານ​ສະ­ຖານ ຄຸ້ມ​ຄອງ​ການ­ເຄື່ອນ­ໄຫວ​ທຸ­ລະ​ກິດ​ບໍ­ລິ­ການ​ດ້ານ​ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ປັບ­ປຸງ​ກົງ­ຈັກ ແລະ ກົນ​ໄກ​ການ­ເຄື່ອນ­ໄຫວ​ບໍ­ລິ­ການ​ທ່ອງ​ທຽວ​ພາກ​ລັດ ແລະ ພາກ​ທຸ­ລະ​ກິດ ຈັດ​ກິດ­ຈະ­ກຳ​ເປີດ​ແຫຼ່ງ​ທ່ອງ​ທ່ຽວ ຂະ­ຫຍາຍ​ຕາ​ໜ່າງ​ໂທລະ​ໂຄ່ງ ຍົກ​ສູງ​ລະ­ດັບ​ວຽກ​ງານ​ສື່​ໃຫ້​ມີ​ຄວາມ​ວ່ອງ­ໄວ.

ນອກ​ນີ້ ຍັງ​ໄດ້​ເອົາ­ໃຈ­ໃສ່​ສ້າງ​ຄອບ­ຄົວ​ວັດ­ທະ­ນະ­ທຳ​ໄດ້ 33% ປະ­ກາດ​ບ້ານ​ວັດ­ທະ­ນະ­ທຳ 58,33% ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ ນວ 784.443 ເທື່ອ​ຄົນ ທຽບ­ໃສ່​ແຜນ­ການ​ທີ່​ວາງ​ໄວ້ (2 ລ້ານ​ຄົນ) ປະ­ຕິ­ບັດ​ໄດ້ 39,22% ນອກ​ນີ້ ຂະ­ແໜງ­ການ​ອື່ນໆ​ກໍ​ສາ­ມາດ​ປະ­ຕິ­ບັດ​ວຽກ​ງານ​ສຳ­ເລັດ​ຕາມ​ແຜນ­ການ​ທີ່​ວາງ​ໄວ້.

ສຳ­ລັບ​ແຜນ­ການ 6 ເດືອນ​ທ້າຍ​ປີ ຈະ​ສຸມ​ໃສ່​ສ້າງ​ບ້ານ ແລະ ຄອບ­ຄົວ​ວັດ­ທະ­ນະ­ທຳ​ໃຫ້​ບັນ­ລຸ​ຕາມ​ແຜນ ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຂອງ​ອົງ­ຄະ​ນະ​ພັກ ນວ ແລະ ກະ­ຊວງ ຖວ​ທ ເພີ່ມ​ທະ­ວີ​ການ​ນຳ­ພາ​ທຸກ​ຂະ­ແໜງ­ການ ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ ແລະ ປະ­ສານ​ສົມ­ທົບ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ມີ​ປະ​ສິດ­ທິ​ຜົນ ເອົາ­ໃຈ­ໃສ່​ກວດ­ກາ​ສະ­ຖານ­ທີ່​ບັນ­ເທີງ​ຢ່າງ​ເປັນ​ປົກ­ກະ­ຕິ ສືບ­ຕໍ່​ປະ­ຕິ­ບັດ​ໂຄງ­ການ ບໍ­ລິ­ການ​ແຫຼ່ງ​ທ່ອງ​ທ່ຽວ 15 ໂຄງ­ການ ທີ່​ຮຽກ​ການ​ລົງ­ທຶນ ຕິດ­ຕາມ​ກວດ­ກາ​ນຳ​ເຂົ້າ​ສິ­ລະ​ປິນ​ຈາກ​ຕ່າງ­ປະ­ເທດ ທີ່​ມາ​ເຄື່ອນ​ໄຫວ​ຕາມ​ຮ້ານ​ບັນ­ເທີງ​ໃຫ້​ເຂົ້າ​ສູ່​ລະ­ບຽບ ແລະ ຂະ­ແໜງ­ການ​ອື່ນໆ ໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.