ນັກຮຽນ ນະຄອນຫຼວງ ໄດ້ຮັບໃບປະກາສະນິຍະບັດແດງ 31 ຄົນ

ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ພິ­ທີ​ສະ­ຫຼຸບ​ການ​ສອບ­ເສັງ​ຈົບ​ຊັ້ນ ມ4 ແລະ ມ7 ສົກ­ຮຽນ 2018-2019 ຂຶ້ນ ໃນ​ວັນ​ທີ 2 ສິງ­ຫາ 2019 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນວ ໂດຍ​ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ ພຸດ ສິມ​ມາ­ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທ່ານ ຊົມ​ພູ ແກ້ວ​ປັນ­ຍາ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຊົມ​ພູ ແກ້ວ​ປັນ­ຍາ ກ່າວ​ວ່າ :

ນວ ມີ​ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ຕົ້ນ ຕອນ​ປາຍ ພາກ​ລັດ ແລະ ເອ­ກະ​ຊົນ  177 ແຫ່ງ  ໃນ​ນັ້ນ ໃນ​ນີ້ ໂຮງ­ຮຽນ​ເອ­ກະ​ຊົນ​ມີ 73 ແຫ່ງ ສຳ­ລັບ​ການ​ສອບ­ເສັງ ຊັ້ນ ມ4 ຈັດ​ຂຶ້ນ​ວັນ​ທີ 18-20 ມິ­ຖຸ­ນາ 2019 ສອບ­ເສັງ 6 ວິ­ຊາ ຄື: ພາ­ສາ​ລາວ-ວັນ­ນະ­ຄະ­ດີ ຄະ­ນິດ­ສາດ ວິ­ທະ­ຍາ­ສາດ​ທຳ​ມະ​ຊາດ ວິ­ທະ­ຍາ­ສາດ​ສັງ­ຄົມ ສຶກ​ສາ​ພົນ­ລະ­ເມືອງ ແລະ ພາ­ສາ​ອັງ­ກິດ ນັກ­ຮຽນ​ມີ­ໜ້າ​ສອບ­ເສັງ 11.051 ຄົນ ຍິງ 5.524 ຄົນ ເສັງ​ໄດ້​ທັງ​ໝົດ 10.929 ຄົນ ຍິງ 5.487 ຄົນ ເທົ່າ​ກັບ 89,9% ໃນ​ນີ້ ເສັງ​ໄດ້​ຮອບ­ດ້ານ 625 ຄົນ ຍິງ 434 ຄົນ ເທົ່າ​ກັບ 5,66% ພິ­ເສດ​ມີ​ນັກ­ຮຽນ​ເສັງ​ໄດ້​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ແດງ ເຊິ່ງ​ມີ​ຄະ­ແນນ​ສອບ­ເສັງ​ທຸກ​ວິ­ຊາ​ໄດ້ 9 ຄະ­ແນນ​ຂຶ້ນ​ໄປ 20 ຄົນ ຍິງ 14 ຄົນ.

ສະ­ເພາະ​ຊັ້ນ ມ7 ຈັດ​ສອບ­ເສັງ​ວັນ​ທີ 25-26 ມິ­ຖຸ­ນາ 2019 ສອບ­ເສັງ 4 ວິ­ຊາ ຄື: ພາ­ສາ​ລາວ-ວັນ­ນະ­ຄະ­ດີ ຄະ­ນິດ­ສາດ ເຄ​ມີ​ສາດ ແລະ ປະ­ຫວັດ­ສາດ ນັກ­ຮຽນ​ມີ­ໜ້າ​ສອບ­ເສັງ 10.353 ຄົນ ຍິງ 5.292 ເສັງ​ໄດ້ 10.293 ຄົນ ຍິງ 5.269 ຄົນ ເທົ່າ​ກັບ 99,42% ໃນ​ນັ້ນ ເສັງ​ໄດ້​ຮອບ­ດ້ານ 1.552 ຄົນ ຍິງ 959 ຄົນ ເທົ່າ​ກັບ 14,99%

ພິ­ເສດ ມີ​ນັກ­ຮຽນ​ເສັງ​ໄດ້​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ແດງ 11 ຄົນ ຍິງ 5 ຄົນ ລວມ​ນັກ­ຮຽນ ມ4 ແລະ ມ7 ໃນ​ສົກ­ຮຽນ​ນີ້ ໄດ້​ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ແດງ 31 ຄົນ ຍິງ 19 ຄົນ ພິ­ເສດ​ໃນ​ສົກ­ຮຽນ​ນີ້ ໂຮງ­ຮຽນ​ທີ່​ມີ​ນັກ­ຮຽນ​ເກ່ງ ໄດ້​ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ແດງ​ຫຼາຍ​ກວ່າ​ໝູ່ ແມ່ນ​ໂຮງ­ຮຽນ ມສ ວຽງ​ຈັນ ມສ ວຽງ​ສະ­ຫວັນ 20 ຄົນ ຍິງ 13 ຄົນ ໃນ​ນັ້ນ ມີ​ຊັ້ນ ມ7 ຈຳ­ນວນ 4 ຄົນ ຍິງ 2 ຄົນ ແລະ ມີ​ໜຶ່ງ​ຄົນ​ໄດ້​ຄະ­ແນນ​ສອບ­ເສັງ​ສູງ​ສຸດ ເປັນ​ອັນ​ດັບ​ທີ​ໜຶ່ງ​ຂອງ ນວ ມີ​ຄະ­ແນນ​ສອບ­ເສັງ​ສະ­ເລ່ຍ 39,01 ຄະ­ແນນ ຄື: ທ້າວ ສອນ​ນູ​ວົງ ຈະ­ເລີນ​ສຸກ.

ໃນ​ພິ­ທີ​ຄັ້ງ​ນີ້ ນອກ­ຈາກ​ມອບ​ໃບ​ຍ້ອງ­ຍໍ​ໃຫ້​ກັບ​ນັກ­ຮຽນ​ທີ່​ມີ​ຜົນ​ການ​ຮຽນ​ດີ ຮຽນ​ເກ່ງ ແລ້ວ ຍັງ​ໄດ້​ມອບ​ໃບ​ຍ້ອງ­ຍໍ​ໃຫ້​ໂຮງ­ຮຽນ​ທີ່​ມີ​ນັກ­ຮຽນ​ໄດ້​ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ແດງ 7 ໂຮງ­ຮຽນ ຄື:

ໂຮງ­ຮຽນ ມສ ວຽງ​ຈັນ ມສ ມິດ­ຕະ­ພາບ ລາວ-ຫວຽດ­ນາມ ມສ ຊົນ­ເຜົ່າ ກຽມ​ມະ­ຫາ­ວິ­ທະ­ຍາ­ໄລ ມສ ຈັນ​ສະ­ຫວ່າງ ມສ ນີ​ຣະ​ດາ ມັດ­ທະ­ຍົມ​ຕົ້ນ​ສິນ​ໄຊ ແລະ ໂຮງ­ຮຽນ ມສ ວຽງ​ສະ­ຫວັນ ແລະ ມອບ​ໃບ​ຍ້ອງ­ຍໍ​ໃຫ້​ຄູ-ອາ­ຈານ ສອນ​ບຳ­ລຸງ​ນັກ­ຮຽນ​ສອບ­ເສັງ​ລະ­ດັບ​ຊາດ ແລະ ໂຮງ­ຮຽນ​ທີ່​ມີ​ນັກ​ສອບ­ເສັງ​ໄດ້​ຄະ­ແນນ​ເກ່ງ​ຮອບ­ດ້ານ 7 ຄະ­ແນນ​ຂຶ້ນ​ໄປ​ທຸກ​ວິ­ຊາ​ກວມ 15% ແລະ ລວມ​ທັງ​ຍ້ອງ­ຍໍ​ສະ­ມາ­ຄົມ​ການ​ສຶກ​ສາ​ເອ­ກະ​ຊົນ ເມືອງ​ສີ​ສັດ­ຕະ​ນາກ ທີ່​ມອບ​ຄອມ​ພີວ​ເຕີ ເພື່ອ​ຮັບ​ໃຊ້​ການ​ສອບ­ເສັງ​ສົກ­ຮຽນ 2018-2019 ນຳ​ອີກ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...