Friday, April 18, 2025

ນາຍົກເນັ້ນໃຫ້ປະຊາຊົນ ບ້ານຫາດກັນຊາ ປູກພືດຜັກປອດສານພິດ ເປັນສິນຄ້າ

ໃນ​ໂອກາດ ​ທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ​ລົງ​ໄປ​ຢ້ຽມຢາມກຸ່ມ​ຜູ້​ຜະລິດ​ກະສິກຳ​ສະ​ອາດ ຢູ່ ບ້ານ​ຫາດ​ກັນຊາ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ, ​ໃນ​ວັນ​ທີ 5 ສິງຫາ 2019 ນີ້, ທ່ານນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໃຫ້ກຸ່ມ​ຜູ້​ຜະ​ລິດ ​ເພີ່ມ​ທະວີປູກ​ພືດ​ຜັກ​ປອດ​ສານ​ພິດ, ໂດຍ​ບໍ່​ໃສ່​ສານ​ເຄມີ​ໃດໆ ໃຫ້ກາຍ​ເປັນ​ສິນຄ້າ ​ເນື່ອງ​ຈາກ​ວ່າ​ຕະຫລາດ ກໍ​ຄື ຜູ້​ບໍລິ​ໂພ​ກ ຍັງມີ​ຄວາມ​ຕ້ອງການ ບໍລິ​ໂພ​ກພື​ດຜັກ​ປອດ​ສານ​ພິດ ​ຫລາຍ​ໃນ​ປັດຈຸບັນ.

ໂອກາດ​ດັ່ງກ່າວ, ທ່ານ ສີ​ສຸພັນ ທອງ​ທຸມມາ ຮອງ​ນາຍ​ບ້ານ​ຫາດ​ກັນຊາ, ທັງ​ເປັນ​ຫົວໜ້າ​ກຸ່ມຜູ້​ຜະລິດ​ກະສິກຳ​ສະອາດ ​ໄດ້​ລາຍງານ​ໂດຍຫຍໍ້ ​ໃຫ້​ຮູ້ກ່ຽວ​ກັບປະຫວັດຄວາມເປັນມາ ຂອງກຸ່ມປູກຜັກສະອາດ, ​ເຊິ່ງ​ໃນ​ລະຫວ່າງ​ ປີ 2013-2015 ພັກ-ລັດຖະບານ ​ເຫັນ​ໄດ້​ຄວາມ​ສຳຄັນ ​ແລະ ​ໄດ້​ມີ​ໂຄງການ​ເຂົ້າ​ມາ​ຊ່ວຍ ​ໃນ​ການຈັດຕັ້ງກຸ່ມຜະລິດທີ່ດີ, ໂດຍໄດ້ຮັບການຊ່ວຍເຫລືອ ຈາກອົງການ​ໄຈກາ ຜ່ານກະຊວງກະສິກຳ ແລະ ປ່າໄມ້.

ເຊິ່ງທາງໂຄງການ ໄດ້ຊ່ວຍເຫລືອຊຸກຍູ້ສົ່ງເສີມ ທາງດ້ານເຕັກນິກວິຊາການ, ຈັດຝຶກອົບຮົມໃຫ້ສະມາຊິກກຸ່ມ, ໄປທັດສະນະສຶກສາ, ແລກປ່ຽນບົດຮຽນ, ຊ່ວຍໃນການຈັດຕັ້ງກຸ່ມ ໂດຍມີສະມາຊິກທັງໝົດ 22 ຄອບຄົວ, ມີເນື້ອທີ 5,2 ເຮັກຕາ. ພ້ອມດຽວ​ກັນ​ນັ້ນ, ປະ ຊາຊົນ​ພາຍ​​ໃນ​ບ້ານ ຍັງ​ໄດ້ສະ​ເໜີ ໃຫ້ລັດຖະບານຊ່ວຍເຫລືອ ຊອກຫາຕະຫລາດ, ສ້ອມແປງທາງ​ເຂົ້າ​ຫາ​ບ້ານ, ປັບປຸງຕາຂ່າຍໄຟຟ້າ, ພ້ອມ​ທັງສະ​ເໜີ ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ເພີ່ມ​ທະວີລົງ​ມາ​ຈັດ​ຝຶກ​ອົບ​ອົບ ​ເຕັກນິກການ​ປູກ​ຜັກ ​ຕາມ​ມາດຖານ​ກະສິກຳ​ທີ່​ດີ ໃຫ້ປະຊາຊົນ​ ​ເປັນ​ປະຈຳ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ມອບເງິນ ຈຳນວນ 50 ລ້ານກີບ ເພື່ອສົມທົບທຶນໃຫ້ ກຸ່ມປະຊາຊົນປູກຜັກສະອາດ ​ເພື່ອເປັນທືນຮອນ ​ໃນ​ການຈັດ​ຕັ້ງ​ປະຕິບັດ ປູກພືດຜັກປອດ​ສານ​ພິດ ໃຫ້ຫລາຍຂຶ້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.