Saturday, November 15, 2025
Kbank Laos โอน รับ จ่าย

ກະຊວງ ຖວທ ກຳນົດສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະຈັດຕັ້ງສູນກາງພັກ ຮ່ວມກັບກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດກອງປະຊຸມການສ້າງແຜນ ກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງ ເພື່ອບຳລຸງ-ສ້າງ, ກຳນົດ ແລະ ສັບຊ້ອນບັນຈຸເຂົ້າໃນຕຳແໜ່ງຕ່າງໆ ຂອງກະຊວງ ແນໃສ່ຮັບປະກັນລັກສະນະ ສືບທອດຕໍ່ເນື່ອງໄລຍະຍາວ ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄຸນນະພາບດີຂື້ນ.

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະທານກອງປະຊຸມກ່າວວ່າ: ຍ້ອນເຫັນໄດ້ຄວາມສຳຄັນ ຂອງວຽກງານພັກ-ພະນັກງານ ເຊິ່ງຍາມໃດກໍເປັນຜູ້ຕິດພັນກັບ ຂະບວນການ ວຽກງານຕົວຈິງ.

ສະນັ້ນ ການທາບທາມສ້າງແຜນ ກຳນົດພະນັກງານ ແມ່ນການຊອກຫາ ເປົ້າໝາຍພະນັກງານ ທີ່ມີມາດຕະຖານຄົບຖ້ວນ, ມີເງື່ອນໄຂດີກວ່າໝູ່ ເພື່ອເປັນພື້ນຖານ ໃຫ້ແກ່ການບຳລຸງສ້າງ ແລະ ຊັບຊ້ອນຈັດວາງບັນຈຸ ເຂົ້າໃນຕຳແໜ່ງ ນຳພາ-ຄຸ້ມຄອງ ຂອງກະຊວງ ຖວທ ໃນຊຸມປີຕໍ່ໜ້າ. ໃນກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຈະໄດ້ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນຈິດໃຈທີ່ສຳຄັນ ມະຕິຂອງກົມການເມືອງສູນກາງພັກ, ຄຳແນະນຳຂອງຄະນະ ຈັດຕັ້ງສູນກາງພັກ ກ່ຽວກັບການສ້າງແຜນ ກຳນົດພະ ນັກງານນຳພາ-ຄຸ້ມຄອງ ແລະ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ພ້ອມດຽວກັນນັ້ນ ກໍຈະໄດ້ໃຊ້ສິດລົງຄະແນນສຽງໃສ່ບັດທາບທາມ.

ທ່່ານ ລັດຖະມົນຕີ ຖວທ ຍັງໄດ້ຮຽກຮ້ອງມາຍັງ ບັນດາສະຫາຍສະມາຊິກພັກ ແລະ ພະນັກງານພາຍໃນກະຊວງ ຈົ່ງສຸມໃສ່ຄົ້ນຄວ້າ, ໄຕ່ຕອງຄວາມໝາຍສໍາຄັນ ແລະ ເນື້ອໃນມາດຕະຖານ ພະນັກງານ , ສະມາຊິກພັກ, ຊອກໃຫ້ເຫັນຜູ້ທີ່ດີ, ທີຄຸນສົມບັດສິນທຳປະຕິວັດ, ຮູ້ນຳພາ ແລະ ຮູ້ຜັນຂະຫຍາຍ ມະຕິຂອງຂັ້ນເທິງ ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີ ນຳພາພະນັກງານພາຍໃນກະຊວງ ຖວທ ໃຫ້ນັບມື້ໄດ້ຮັບການພັດທະນາ,ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ດີ ໃຫ້ຂະຫຍາຍຕົວກ້າວ ຂຶ້ນສູ່ຄຸນນະພາບອັນໃໝ່.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.