ນະຄອນຫຼວງ ກຽມອອກບັດພະນັກງານລັດຖະກອນ ເພື່ອ​ໃຫ້ສອດຄ່ອງຕາມກົດ­ໝາຍ ແລະ ທັນ​ສະ­ໄໝ

ພາບປະກອບ

ພະ​ແນກ​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ບັນ­ດາ​ນິ­ຕິ​ກຳ ກ່ຽວ​ກັບ​ການ​ກະ­ກຽມ​ອອກ​ບັດ​ພະ­ນັກ­ງານ-ລັດ­ຖະ­ກອນ ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ຫົວ­ໜ້າ​ພະ​ແນກ​ພາຍ​ໃນ​ນະ­ຄອນ­ຫຼວງ ມີ​ທ່ານ ສຸ​ວັນ­ນີ ລັດ­ຕະ­ນະ​ວົງ ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ລັດ­ຖະ­ກອນ ກະ­ຊວງ​ພາຍ​ໃນ ພ້ອມ​ດ້ວຍ​ຫົວ­ໜ້າ ຮອງ​ຫົວ­ໜ້າ​ພະ­ແນກ­ການ ຮອງ​ເຈົ້າ­ເມືອງ ແລະ ຜູ້​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ພະ­ນັກ­ງານ-ລັດ­ຖະ­ກອນ​ຂອງ​ບັນ­ດາ​ຂະ­ແໜງ­ການ ແລະ 9 ຕົວ​ເມືອງ​ອ້ອມ​ຂ້າງ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ການ​ຈັດ­ການ​ເຜີຍ­ແຜ່​ຄັ້ງ​ນີ້ ເປັນ​ການ​ກະ­ກຽມ​ໃຫ້​ແກ່​ການ​ອອກ​ບັດ​ພະ­ນັກ­ງານ-ລັດ­ຖະ­ກອນ ໃນ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ການ​ອອກ​ບັດ​ພະ­ນັກ­ງານ-ລັດ­ຖະ­ກອນ​ເປັນ​ບັນ­ຫາ​ທີ່​ສຳ­ຄັນ ແລະ ມີ​ຜົນ​ປະ­ໂຫຍດ​ຫຼາຍ ເພາະ​ເປັນ​ການ​ຢັ້ງ­ຢືນ ແລະ ກວດ­ກາ​ບັນ­ຊີ​ຈຳ­ນວນ​ພະ­ນັກ­ງານ-ລັດ­ຖະ­ກອນ​ຜູ້​ມີ­ໜ້າ ຫຼື ບໍ່​ມີ­ໜ້າ​ຕົວ​ຈິງ.

ພາບປະກອບ

ພ້ອມ​ນັ້ນ ຍັງ​ເປັນ​ການ​ປັບ­ປຸງ​ຂໍ້​ມູນ​ປະ­ຫວັດ​ລັດ​ຖະກອນ​ໃຫ້​ຖືກ­ຕ້ອງ ສອດ­ຄ່ອງ​ກັບ​ລະ­ບຽບ​ການ ຫັນ​ການ​ຄຸ້ມ​ຄອງ​ພະ­ນັກ­ງານ-ລັດ­ຖະ­ກອນ​ຕາມ​ກົດ­ໝາຍ ລະ­ບຽບ​ການ ແລະ ທັນ​ສະ­ໄໝ ເຮັດ​ໃຫ້­ການ​ເບີກ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ແລະ ເງິນ​ນະ­ໂຍ­ບາຍ​ຕ່າງໆ​ຖືກ­ຕ້ອງ​ຕາມ​ຕົວ​ຈິງ ສຳ­ລັບ​ນິ­ຕິ​ກຳ​ນຳ​ມາ​ເຜີຍ­ແຜ່​ປະ­ກອບ​ມີ ຂໍ້​ຕົກ­ລົງ​ການ​ອອກ​ບັດ​ພະ­ນັກ­ງານ-ລັດ­ຖະ­ກອນ ນະ­ຄອນ­ຫຼວງ​ວຽງ​ຈັນ ເລກ​ທີ 315/ພນ ຄູ່​ມື​ກ່ຽວ​ກັບ​ການ​ປັບ­ປຸງ​ຂໍ້​ມູນ​ຂອງ​ພະ­ນັກ­ງານ-ລັດ­ຖະ­ກອນ​ໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ການ ຄຳ​ແນະ­ນຳ​ເລກ​ທີ 06/ພນ ແລະ ຂໍ້​ຕົກ­ລົງ​ກ່ຽວ ຂ້ອງ​ຈຳ­ນວນ​ໜຶ່ງ.

ທ່ານ ກາບ​ແກ້ວ ນາມ​ມະ​ຈັກ ຮອງ​ຫົວ­ໜ້າ​ພະ​ແນກ​ພາຍ​ໃນ​ນະ­ຄອນ­ຫຼວງ ໄດ້​ຜ່ານ​ບົດ​ລາຍ​ງານ​ການ­ເຄື່ອນ­ໄຫວ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຄຸ້ມ​ຄອງ​ລັດ­ຖະ­ກອນ 6 ເດືອນ​ຕົ້ນ​ປີ 2019 ວ່າ:

ນັບ​ແຕ່​ເດືອນ​ມັງ­ກອນ​ເປັນ­ຕົ້ນ​ມາ ພະ­ນັກ­ງານ ລັດ­ຖະ­ກອນ​ສອງ​ພາກ­ສ່ວນ​ແມ່ນ​ໄດ້​ໂອນ​ໄປ​ຂຶ້ນ​ກັບ​ສູນ​ກາງ​ຄຸ້ມ​ຄອງ​ໂດຍ​ກົງ ຄື:

ພາບປະກອບ

ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ ແລະ ສານ​ປະ­ຊາ­ຊົນ​ສູງ​ສຸດ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ພະ­ນັກ­ງານ-ລັດ­ຖະ­ກອນ ທັງ​ໝົດ 483 ຄົນ ຍິງ 179 ຄົນ ແລະ ດ້ານ​ວຽກ​ງານ​ສະ­ຖິ­ຕິ​ລັດ­ຖະ­ກອນ ທຸກ​ພາກ­ສ່ວນ​ແມ່ນ​ໄດ້​ເອົາ­ໃຈ­ໃສ່​ເກັບ​ກຳ​ສະ­ຖິ­ຕິ​ພະ­ນັກ­ງານ-ລັດ­ຖະ­ກອນ​ເປັນ​ປົກ­ກະ­ຕິ.

ໂດຍ​ສະ­ເພາະ ແມ່ນ​ຊີ­ວະ​ປະ­ຫວັດ​ລັດ­ຖະ­ກອນ ລະ­ດັບ​ວິ­ຊາ​ສະ­ເພາະ ລະ­ດັບ​ທິດ​ສະ​ດີ ຊັ້ນ-ຂັ້ນ​ເງິນ­ເດືອນ​ການ​ສັບ​ຊ້ອນ ການ​ຍົກ­ຍ້າຍ​ມາ​ຈາກ​ຂະ­ແໜງ​ອື່ນ ເພື່ອ​ຮັບ­ປະ­ກັນ​ໄດ້​ເຖິງ​ຄວາມ​ຊັດ​ເຈນ ແລະ ເປັນ​ຂໍ້​ມູນ​ອ້າງ​ອີງ​ໃຫ້​ແກ່​ຄະ­ນະ​ນຳ​ແຕ່​ລະ​ຂັ້ນ ຜ່ານ​ການ​ເກັບ​ກຳ​ສະ­ຖິ­ຕິ​ລັດ­ຖະ­ກອນ ໄລ­ຍະ 6 ເດືອນ​ຕົ້ນ​ປີ 2019 ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ພະ­ນັກ­ງານ-ລັດ­ຖະ­ກອນ ທັງ​ໝົດ 10.004 ຄົນ ຍິງ 5.411 ຄົນ ແລະ ລັດ­ຖະ­ກອນ​ຄູ 5.093 ຄົນ ຍິງ 3.254 ຄົນ ສົມ​ທຽບ­ໃສ່​ປີ 2018 ຫຼຸດ​ລົງ 705 ຄົນ ຍິງ 326 ຄົນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: