Thursday, January 23, 2025

ຈື່ໃຫ້ໄດ້! ຄຳຂວັນ 18 ແຂວງໃນ ສປປ.ລາວ

ແຂວງ ຜົ້ງສາລີ

ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ
ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອ
ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່
ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວເອ່ວສະຖານທີ່
ເບີ່ງຮີດຄອງປະເພນີ ເອກະລັດຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ!

ແຂວງ ອຸດົມໄຊ

ທ່ຽວອຸດົມໄຊ ໄປຊົມທຳມະຊາດ
ນ້ຳຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ
ໄຫ້ວພຼະເຈົ້າສິງຄຳ ດື່ມນ້ຳຊາພັນປີ
ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ

ແຂວງ ຫຼວງນ້ຳທາ

ບັ້ນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ
ຊາບຊື້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ
ລີງລາຍແພໄໝມ້ອນ ເມືອງ ຫຼວງນ້ຳທາ ທ່ຽວປ່າສະຫງວນແຫ່ງຊາກນ້ຳຮ່າ
ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແທ້ລະກ໋າ

ແຂວງ ບໍ່ແກ້ວ

ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງີ້ວບານ
ເທດສະການບັນດາເຜົ່າ ຖິ່ນເມືອງເກົ່າສຸວັນນະໂຄມຄຳ
ຊົມຖ້ຳນ້ຳຍູ້ ອູ້ສາວລາວຢວນ
ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສຸວັນນະຜາຄຳ

ແຂວງ ຫຼວງພະບາງ

ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ ງາມພູຕັ້ງຢູ່ກາງເມືອງ ເລືອງລືວັດທະນະທຳ
ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານຊ່ວງເຮືອເດືອນ 9 ເມືອງກ້ຽວ
ຄຳຫວານ ຕຳນານເມືອງຂຳທຸ່ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ຳຕີ່ງເປັນເມືອງມໍລະດົກໂລກ.

ແຂວງ ຫົວພັນ

ງົດງາມພູຜາ ນ້ຳມ້າສ່ອງໃສ
ວຽງໄຊປະຫວັດສາດ ຜ້າໃໝຊຳໃຕ້
ຫີນຕັ້ງຫົວເມືອງ ຖິ່ນພູສາມເຊົ່າ
ຄົກເຂົ້ານ້ຳລິນ ແຜ່ນດິນວິລະຊົນ

ແຂວງ ຊຽງຂວາງ

ພູກູດມີໄຊ ທົ່ງໄຫຫີນລືນາມ
ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ

ແຂວງ ໄຊຍະບູລີ

ງາມທາດປວກ ເມືອງ ຄອບ ປະນົມນ້ອມພະທາດມັດຄຳ ເມືອງ ເງິນແສນເພີດເພີນພະທາດຊຽງ
ລົມ ເມືອງ ຊຽງຮ່ອນ ອອນຊອນບຸນບັ້ງໄຟ ເມືອງ ປາກລາຍ ງາມເຫຼືອຫຼາຍ
ສາວດອກຝ້າຍຈັນເມືອງ ແກ່ນທ້າວ ຫວານນ້ຳໝາກພ້າວ ເມືອງ ບໍ່ແຕນ
ແດນພູເຂົາຊ້າງ ເມືອງ ຫົງສາ – ເມືອງ ທົ່ງ ຮວງເຂົ້າກົ່ງເມືອງພຽງ
ສຽງຂັບລຳລ່ອງຮຸ່ງ ເມືອງ ໄຊຍະບູລີ

ແຂວງ ວຽງຈັນ 

ເມືອງເກົ່າໄຜ່ໜາມ ລືນນາມອ່າງນ້ຳງື່ມ
ຕຳນານເດີນລາຍງ້າວ ອູ່ເຂົ້າຊາວເມືອງ
ຄົນເຮືອງຂັບງື່ມ ດື່ມດຳທຳມະຊາດ ປະຊາລາດສາມັກຄີ

ນະຄອນຫຼວງວຽງຈັນ

ມາວຽງຈັນຊົມຂົວມິດຕະພາບ ກາບໄຫວ້ຫໍພະແກ້ວຊົມສວນປະຕູໄຊ ໄຫວ້ພະທາດຫຼວງມິ່ງຂວັນຊົມວິວທິວທັດແຄມຂອງ ຫາດຊາຍສີທອງດອນຈັນຊິມລົດອາຫານນາໆຊາດ ເທິງຫໍຜາສາດສີ່ສິບຊັ້ນພັກຜ່ອນເທິງວິມານສະຫວັນ ໂຮງແຮມດອນຈັນພາເລດລືນາມ

ແຂວງ ໄຊສົມບູນ

ຄົ້ນຫາປະຫວັດສາດເມືອງລ້ອງແຈ້ງ ແຍງຊົມທຳມະຊາດສັນພູໝອກ ຊອກຫາວິລະກໍາຖໍ້າເຈົ້າອານຸວົງ ລົງລ່ອງເຮືອຊົມທີວທັດທີ່ທ່າໂທມ ກິນເຂົ້າປ່າສາມັກຄີຕາດຜາແຊບລ້ອງຊານ ຊົມຕໍານານນໍ້າຕົກຕາດຜາແຈແລເມືອງຮົ່ມ

ແຂວງ ບໍລິຄຳໄຊ

ຖິ່ນອາໃສສາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາ
ໄມ້ເກດສະໜາຄ່າແພງ ທົ່ງນາແຊງກ້ວາງໄກ
ພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ

ແຂວງ ຄຳມ່ວນ

ຄຳມ່ວນດິນແດນທຳມະຊາດ ປະຫວັດສາດວິລະຊົນ
ຕົ້ນກຳເນີດລຳພະຫຍາມະຫາໄຊ ກິນຊຸບໜໍ່ໄມ້
ແກງໄກ່ໃສ່ສານ ນະມັດສະການພະທາດສີໂຄດຕະບອງ
ເປັນເຈົ້າຂອງເຂົ້າໜົມປ່ານ ປະສານປວງປະຊາ
ເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ

ແຂວງ ສະຫວັນນະເຂດ

ສະຫວັນນະເຂດຜືນແຜ່ນດິນຄຳ ພະທາດອີງຮັງສະຖານບູຮານງາມສະຫງ່າ
ສັດໂລກໄດໂນເຊົາຮ້ອຍລ້ານປີ ປະເພນີວັດທະນະທຳລ້ຳເລີດ ກຳເນີດຂັບລຳ 4 ຈັງຫວະ

ແຂວງ ສາລະວັນ

ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ
ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ

ແຂວງ ເຊກອງ

ເອກະລັກພູນາງລາວ ແວວວາວຄ່ານ່າຊື່ນໃຈ
ທ່ຽວວັງໄງດື່ມເຫຼ້າໄຫ ເມືອງ ດາກຈຶງ ຄະນຶງຫາ
ສາຍທາລາຕົກຕາດແສກ ແປດພະໄທຢ່າລືມໄປຂໍປັນກອບ
ບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ

ແຂວງ ຈຳປາສັກ

ເອກະລັກວັດພູ ກຸຫລາບປາກເຊ
ກະເຟປາກຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ

ແຂວງ ອັດຕະປື

ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ
ຊົມຜາຮຽງຊານໄຊ ໄຫ້ວພະອົງແສນ ພັກແດນສາມັກຄີ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ