ແມ່ຍິງ ນວ-ແມ່ຍິງອາຊຽນ ເທສະບານນະຄອນຂອນແກ່ນ ເສີມຂະຫຍາຍການຮ່ວມມື

ພິ­ທີ​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ​ກ່ຽວ​ກັບ​ວຽກ​ງານ​ແມ່­ຍິງ ລະ­ຫວ່າງ​ສະ­ຫະ­ພັນ​ແມ່­ຍິງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ສະ­ມາ­ຄົມ​ແມ່­ຍິງ​ອາ​ຊຽນ​ເທ­ສະ​ບານ​ນະ­ຄອນ​ຂອນ​ແກ່ນ ແຂວງ​ຂອນ​ແກ່ນ ລາ­ຊະ​ອາ­ນາ­ຈັກ​ໄທ ຈັດ​ຂຶ້ນຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ​ທ່ານ​ນາງ ຄຳ​ໄພ ລັດ­ສະ­ໝີ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ ນວ ແລະ ຝ່າຍ​ໄທ​ນຳ​ໂດຍ​ທ່ານ​ນາງ ອໍ­ລະ​ນຸດ ສິ​ຣິ​ສະ​ຫວັດ ປະ­ທານ​ສະ­ມາ­ຄົມ​ແມ່­ຍິງ​ອາ​ຊຽນ​ເທ­ສະ​ບານ​ຂອນ​ແກ່ນ ມີ​ທ່ານ ບຸນ​ທ່ຽງ ຂຸນ​ສີ ປະ ທານ​ແນວ​ລາວ​ສ້າງ​ຊາດ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ​ນາງ ຄຳ​ໄພ ລັດ­ສະ­ໝີ ກ່າ​ວວ່:

ສະ­ຫະ­ພັນ​ແມ່­ຍິງ ນວ ເປັນ​ເສ­ນາ​ທິ​ການ​ໃຫ້​ຄະ­ນະ​ພັກ-ອົງ ການ​ປົກ­ຄອງ ນວ ແລະ ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ໃນ​ການ​ຄົ້ນ­ຄວ້າ ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ ຊຸມ​ໃຫຍ່​ອົງ­ຄະ​ນະ​ພັກ ນວ ແລະ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ແມ່­ຍິງ​ທົ່ວ​ປະ­ເທດ ເຂົ້າ​ໃນ​ແຜນ​ພັດ ທະ​ນາ​ແມ່­ຍິງ​ໃນ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ເພື່ອ​ສົ່ງ­ເສີມ​ຄວາມ​ກ້າວ­ໜ້າ​ຂອງ​ແມ່­ຍິງ ປະ­ຕິ­ບັດ​ສິດ​ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ-ຊາຍ ໃນ​ຄອບ­ຄົວ ແລະ ສັງ­ຄົມ ສຶກ​ສາ​ອົບ­ຮົມ ປຸກ­ລະ­ດົມ​ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ ແລະ ແມ່­ຍິງ​ບັນ­ດາ­ເຜົ່າ​ໃນ ນວ ເຊື່ອມ​ຊຶມ ແລະ ປະ­ຕິ­ບັດ​ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ລັດ​ຖະ​ທຳ​ມະ­ນູນ ກົດ­ໝາຍ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ ນວ ກົດ​ລະ­ບຽບ​ຂອງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ແຜນ​ພັດ­ທະ­ນາ​ແມ່­ຍິງ ສົນ­ທິ­ສັນ­ຍາ​ສາ­ກົນ ແລະ ເອ­ກະ­ສານ​ອື່ນໆ​ທີ່​ພົວ­ພັນ​ເຖິງ​ແມ່­ຍິງ ແລະ ເດັກ­ນ້ອຍ.

ທ່ານ​ນາງ ອໍ­ລະ​ນຸດ ສິ​ຣິ​ສະ​ຫວັດ ກ່າວ​ວ່າ:

ສະ­ມາ­ຄົມ​ແມ່­ຍິງ​ອາ​ຊຽນ​ເທ­ສະ​ບານ​ຂອນ​ແກ່ນ ເປັນ​ອົງ​ກອນ​ພາກ​ເອ­ກະ​ຊົນ ເຮັດ​ວຽກ​ບໍ່​ຫວັງ​ຜົນ​ກຳ­ໄລ ເນັ້ນ​ເຮັດ​ວຽກ​ເພື່ອ​ຄວາມ​ເທົ່າ​ທຽມ ສ້າງ​ຄວາມ​ຮັກ​ຄວາມ​ສາ­ມັກ­ຄີ ແລກ­ປ່ຽນ​ວັດ­ທະ­ນະ­ທຳ​ຮ່ວມ​ກັບ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ເອົາ­ໃຈ­ໃສ່​ຊ່ວຍ­ເຫຼືອ​ຜູ້​ດ້ອຍ​ໂອ­ກາດ ຕໍ່­ຕ້ານ​ຄວາມ​ຮຸນ​ແຮງ​ຕໍ່​ແມ່­ຍິງ ແລະ ເດັກ­ນ້ອຍ ຕ້ານ​ປາ­ກົດ­ການ​ຫຍໍ້­ທໍ້ ເຊັ່ນ: ບັນ­ຫາ​ຢາ​ເສບ​ຕິດ ນອກ​ນີ້ ຍັງ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ບັນ­ເທົາ​ທຸກ​ແກ່​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ຕ່າງໆ ລວມ​ທັງ​ຊ່ວຍ­ເຫຼືອ​ຜູ້​ອາ­ຍຸ​ສູງ ທີ່​ບໍ່​ມີ​ຜູ້​ເບິ່ງ­ແຍງ.

ການ​ພົບ​ປະ​ຄັ້ງ​ນີ້ ເປັນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ຄວາມ​ສາ­ມັກ­ຄີ ແລະ ການ​ຮ່ວມ​ມື ລາວ-ໄທ ເວົ້າ​ສະ­ເພາະ​ສະ­ຫະ­ພັນ​ແມ່­ຍິງ ນວ ແລະ ສະ­ມາ­ຄົມ​ແມ່­ຍິງ​ອາ​ຊຽນ​ເທ­ສະ​ບານ​ຂອນ​ແກ່ນ ໃຫ້​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ເສີມ​ຂະ­ຫຍາຍ​ທັງ​ລວງ​ກວ້າງ ແລະ ລວງ​ເລິກ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: