ເຈົ້າແຂວງອຸດົມໄຊ ພົບປະໂອ້ລົມປະຊາຊົນ ຊຸກຍູ້ວຽກງານສາທາລະນະສຸກ ບ້ານ ອາໂນ ແລະ ບ້ານແສນຫຼວງ

ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກ ແຂວງເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍການນຳແຂວງ ແລະ ເມືອງຫຼາໄດ້ລົງພົບປະພໍ່ແມ່ປະຊາຊົນຢູ່ ບ້ານອາໂນ ແລະ ບ້ານ ແສນຫຼວງ ເມືອງຫຼາ ແຂວງອຸດົມໄຊ.

ໃນການພົບປະໂອ້ລົມຄັ້ງນີ້, ທ່ານເຈົ້າແຂວງ ໄດ້ຮັບຟັງການລາຍງານສະພາບການພັດທະນາຂອງບ້ານ ຈາກອົງການປົກຄອງບ້ານ ຈາກນັ້ນ, ກໍໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໃຫ້ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນສອງບ້ານ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອດ້ານຕ່າງໆ

ໂດຍສະເພາະແມ່ນຄວາມສາມັກຄີ, ການພັດທະນາ, ຮີດຄອງປະເພນີອັນດີງາມຂອງເຜົ່າ, ພ້ອມກັນຮັກສາສຸຂະ ພາບໃຫ້ແຂງແຮງຢູ່ສະເໝີ, ຊຸກຍູ້ລູກຫຼານໃຫ້ໄດ້ຮັບການສັກຢາ, ຢອດຢາເພື່ອປ້ອງກັນພະຍາດ ຕ່າງໆໃຫ້ຄົບ ຖ້ວນ ແລະ ໄດ້ຮັບການສຶກສາຕາມເກນອາຍຸຢ່າງທົ່ວເຖິງ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ພ້ອມດ້ວຍການນຳຂອງແຂວງ ແລະ ເມືອງຫຼາ ກໍໄດ້ຮ່ວມກັນຢອດຢາໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 1 ຫາ 5 ປີ.

ພ້ອມທັງໄດ້ນຳເອົາເຄື່ອງນຸ່ງຫົ່ມ ຈຳນວນໜຶ່ງມອບໃຫ້ແກ່ຊາວບ້ານ.

ພ້ອມດຽວກັນ, ທ່ານ ອາ ຈູງ ເຊັງເຊີນ ປະທານບໍລິສັດລືໄຊການຄ້າຈຳກັດ ກໍໄດ້ມອບເງິນສົດຈຳນວນ 5 ລ້ານກີບ ເພື່ອຊຸກຍູ້ວຽກງານສາທາລະນະສຸກຕື່ມອີກ.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...