ຂໍຂອບໃຈນຳຜູ້ສະໜັບສະໜູນ
ພາບປະກອບ

ບໍ­ລິ­ສັດ Mitsubishi Electric ມອບ​ໃຫ້​ບໍ­ລິ­ສັດ ມິດ​ຊູ​ບິ​ຊິ ເອ​ລ​ເລ​ເວ​ເຕີ ປະ­ເທດ​ໄທ​ຈຳ­ກັດ (MET) ເປັນ​ຕົວ​ແທນ​ສ້າງ­ຕັ້ງ​ບໍ­ລິ­ສັດ ເມ​ລ​ໂກ້​ເອ​ລ​ເລ​ເວ​ເຕີ​ລາວ​ໂຊລ ຈຳ­ກັດ (MLAO) ເພື່ອ​ນຳ​ສະ­ເໜີ​ທຸ­ລະ​ກິດ​ລິບ ແລະ ຂັ້ນ­ໄດ​ເລື່ອນ​ໃນ​ລາວ ໂດຍ​ເນັ້ນ​ເຈາະ​ຕະ­ຫຼາດ​ເຂດ​ລຸ່ມ​ແມ່­ນ້ຳ​ຂອງ.

ກຽມ​ຮອງ​ຮັບ​ການ​ເຕີບ​ໂຕ​ທາງ​ເສດ­ຖະ­ກິດ​ທົ່ວ​ອາ​ຊຽນ ທີ່​ເຊື່ອມ​ຕໍ່​ກັນ​ແບບ​ໄຮ້​ພົມ​ແດນ ໂດຍ​ໄຂ​ໃຫ້​ບໍ­ລິ­ການ​ເຕັມ​ຮູບ​ແບບ ວັນ​ທີ 1 ກໍ­ລະ­ກົດ 2019 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ພອນ​ໄຊ ສຸດ­ທິ​ພົງ ປະ­ທານ​ສະ­ມາ­ຄົມ​ສະ​ຖາ​ປາ​ນິກ ແລະ ວິ­ສະ­ວະ­ກຳ​ກໍ່­ສ້າງ​ລາວ ທ່ານ Yasuyuki Ito ປະ­ທານ​ບໍ­ລິ­ສັດ Mitsubishi Corporation ທ່ານ ມຸ​ເນະ​ຮິ​ສະ ໂອ​ກະ​ໂມະ​ໂຕະ ກຳ­ມະ­ການ​ຜູ້​ຈັດ­ການ MET ທ່ານ ສົນ­ທິ ປ່ຽມ​ສະ​ຫວັດ ຜູ້​ຈັດ­ການ​ທົ່ວ​ໄປ MLAO ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ມຸ​ເນະ​ຮິ​ສະ ໂອ​ກະ​ໂມະ​ໂຕະ ກ່າວ​ວ່າ: MET ເລີ່ມ​ເຮັດ​ທຸ­ລະ​ກິດ​ຈຳ­ໜ່າຍ​ລິບ ແລະ ຂັ້ນ­ໄດ​ເລື່ອນ​ຢູ່​ລາວ​ແຕ່​ປີ 2010 ໂດຍ​ມອບ​ໃຫ້​ບໍ­ລິ­ສັດ ສຸ​ວັນ­ນີ​ໂຮມ​ເຊັນ​ເຕີ ເປັນ​ຕົວ​ແທນ​ຈຳ­ໜ່າຍ ເຊິ່ງ​ໄດ້​ຮັບ​ການ​ຕອບ-ຮັບ​ນັບ​ມື້​ເພີ່ມ​ຂຶ້ນ ບໍ­ລິ­ສັດ Mitsubishi Corporation ເຊິ່ງ​ເປັນ​ບໍ­ລິ­ສັດ​ແມ່​ຢູ່​ປະ­ເທດ​ຍີ່­ປຸ່ນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຈຶ່ງ​ໄດ້​ມອບ​ໃຫ້  MET ດຳ­ເນີນ​ການ​ຈົດ​ທະ­ບຽນ​ສ້າງ­ຕັ້ງ MLAO ເພື່ອ​ດຳ­ເນີນ​ທຸ­ລະ​ກິດ ແລະ ໃຫ້​ບໍ­ລິ­ການ​ລິບ ແລະ ຂັ້ນ­ໄດ​ເລື່ອນ​ໃນ​ປະ­ເທດ​ລາວ ເຊິ່ງ​ຈະ​ເສີມ​ຄວາມ​ແຂງ​ແກ່ນ​ໃຫ້ Mitsubishi Electric ໃຫ້​ຫຼາຍ​ຂຶ້ນ ແລະ ຄາດ​ວ່າ MLAO ຈະ​ສ້າງ​ລາຍ​ໄດ້ ປະ­ມານ 3,82 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ລາຍ​ໄດ້​ໃຫ້​ເຕີບ​ໂຕ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 50% ພາຍ​ໃນ​ໄລ­ຍະ 5 ປີ.

ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ລາວ ມີ​ການ​ເຕີບ​ໂຕ​ປະ­ມານ 7% ຕິດ­ຕໍ່​ກັນ​ຫຼາຍ​ປີ ສະ­ແດງ​ໃຫ້​ເຫັນ​ທ່າ­ແຮງ​ການ​ເຕີບ​ໂຕ​ຂອງ​ເສດ­ຖະ­ກິດ ລວມ​ເຖິງ​ຕະ­ຫຼາດ​ລິບ ແລະ ຂັ້ນ­ໄດ​ເລື່ອນ ທີ່​ມີ​ຄວາມ​ຕ້ອງ­ການ​ເພີ່ມ​ຂຶ້ນ ໂດຍ Mitsubishi Electric ຄາດ​ວ່າ​ສະ­ເພາະ ສປປ ລາວ ມີ​ຄວາມ​ຕ້ອງ­ການ​ໃຊ້​ລິບ ແລະ ຂັ້ນ­ໄດ​ເລື່ອນ​ເຖິງ 290 ເຄື່ອງ ໃນ 5 ປີ​ຕໍ່­ໜ້າ.

ໂດຍ​ກຸ່ມ​ລູກ​ຄ້າ​ສ່ວນ​ໃຫຍ່​ແມ່ນ​ທຸ­ລະ​ກິດ​ໂຮງ­ແຮມ​ລະ­ດັບ​ຊັ້ນ​ນຳ ແລະ ອາ­ຄານ​ສຳ­ນັກ­ງານ​ຕ່າງໆ ເນື່ອງ​ຈາກ​ລິບ ແລະ ຂັ້ນ­ໄດ​ເລື່ອນ ຍີ່­ຫໍ້ Mitsubishi ເປັນ​ທີ່​ຮູ້­ຈັກ ແລະ ໄດ້​ຮັບ​ການ​ຍອມ­ຮັບ​ຢ່າງ​ດີ​ໃນ​ລາວ ເຊິ່ງ​ມີ​ສ່ວນ​ແບ່ງ​ຕະ­ຫຼາດ 30% ໃນ​ນີ້ MLAO ຈະ​ຈຳ­ໜ່າຍ ແລະ ໃຫ້​ບໍ­ລິ­ການ​ລິບ ແລະ ຂັ້ນ­ໄດ​ເລື່ອນ ທີ່​ເນັ້ນ​ຄວາມ​ປອດ​ໄພ ສ່ວນ MET ຈະ​ສະ­ໜັບ­ສະ­ໜູນ​ດ້ານ​ການ​ຕິດ​ຕັ້ງ ແລະ ບໍ­ລິ­ການ​ຫຼັງ​ການ​ຂາຍ ເຊິ່ງ​ປັດ­ຈຸ­ບັນ Mitsubishi Electric ມີ​ຕົວ​ແທນ​ຈຳ­ໜ່າຍ​ລິບ ແລະ ຂັ້ນ­ໄດ​ເລື່ອນ​ຢູ່​ທຸກ​ປະ­ເທດ​ໃນ​ອາ​ຊຽນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້