ຂໍຂອບໃຈນຳຜູ້ສະໜັບສະໜູນ
ພາບປະກອບ ທ່ານ​ນາງ ວາ­ລີ ເວດ​ສະ​ພົງ

ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ຮ່ວມ​ກັບ​ສະ­ພາ​ອຸດ​ສະ­ຫະ​ກຳ ແລະ ການ​ຄ້າ​ແຫ່ງ​ຊາດ​ລາວ ໄດ້​ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ລະ­ຫວ່າງ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຂອງ​ພາກ​ລັດ ແລະ ພາກ​ທຸ­ລະ​ກິດ ບັນ­ຫາ​ທີ່​ຕິດ​ພັນ​ກັບ​ການ​ກໍ່​ຕັ້ງ ແລະ ດຳ­ເນີນ​ທຸ­ລະ​ກິດ​ຢູ່​ລາວ ຂຶ້ນທີ່​ໂຮງ­ແຮມ​ແລນ​ມາກ​ລີ​ເວີ​ໄຊ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ແລະ ທ່ານ​ນາງ ວາ­ລີ ເວດ​ສະ​ພົງ ຮອງ​ປະ­ທານ​ສະ­ພາ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ແຫ່ງ​ຊາດ​ລາວ ມີ​ຕາງ­ໜ້າ​ພາກ​ລັດ ແລະ ພາກ​ທຸ­ລະ​ກິດ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ໄດ້​ຈັດ​ເປີດ​ໂອ­ກາດ​ໃຫ້​ພາກ​ລັດ ແລະ ພາກ​ທຸ­ລະ​ກິດ ໄດ້​ປຶກ­ສາ​ຫາ­ລື​ສຳ­ລັບ​ບັນ­ຫາ​ທີ່​ຍັງ​ຄົງ​ຄ້າງ ຄົ້ນຄວ້າ ແລະ ແກ້​ໄຂ​ບັນ­ຫາ​ຂໍ້​ຂ້ອງ​ໃຈ ຕິດ​ພັນ​ກັບ​ບັນ­ຫາ​ການ​ສ້າງ­ຕັ້ງ​ທຸ­ລະ​ກິດ​ໃນ​ລາວ ທີ່​ພາກ​ທຸ­ລະ​ກິດ​ໄດ້​ຍົກ​ຂຶ້ນ​ຜ່ານ​ກົນ​ໄກ​ກອງ​ປະ­ຊຸມ​ພາກ​ທຸ­ລະ​ກິດ ຄັ້ງ​ທີ 11 ຜ່ານ​ມາ ແລະ ກອງ​ປະ­ຊຸມ​ຄັ້ງ​ນີ້ ຍັງ​ໄດ້​ສະ­ຫຼຸບ​ສັງ​ລວມ ແລະ ກຽມ​ຂໍ້​ມູນ​ເພື່ອ​ລາຍ​ງານ​ໃນ​ກອງ​ປະ­ຊຸມ​ພາກ​ທຸ­ລະ​ກິດ ຄັ້ງ​ທີ 12 ທີ່​ຈະ​ຈັດ​ຂຶ້ນ​ໃນ­ຕໍ່­ໜ້າ.

ພາບປະກອບ

ສຳ­ລັບ​ກອງ​ປະ­ຊຸມ​ຄັ້ງ​ນີ້ ພາກ​ທຸ­ລະ​ກິດ​ໄດ້​ສະ­ເໜີ 3 ບັນ­ຫາ​ຫຼັກ ຄື:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ບັນ­ຫາ​ການ​ສ້າງ­ຕັ້ງ​ທຸ­ລະ​ກິດ​ມີ​ຂັ້ນ​ຕອນ​ຫຍຸ້ງ­ຍາກ ບັນ­ຫາ​ການ​ດຳ­ເນີນ​ທຸ­ລະ​ກິດ​ຄ້າ­ຂາຍ ແລະ ບໍ­ລິ­ການ​ທີ່​ບໍ່​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ຫຼື ບໍ່​ມີ​ໃບ​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ ແລະ ບັນ­ຫາ​ການ​ບໍ­ລິ­ການ​ຂໍ້​ມູນ​ວິ​ສາ​ຫະ​ກິດ​ໂດຍ​ໄດ້​ສະ­ເໜີ​ໃນ​ພາກ​ລັດ​ແກ້​ໄຂ.

ທ່ານ​ນາງ ວາ­ລີ ເວດ​ສະ​ພົງ ໄດ້​ກ່າວ​ວ່າ:

ໃນ​ໄລ­ຍະ​ຜ່ານ​ມາ​ລັດ­ຖະ­ບານ​ໄດ້​ເພີ່ມ​ທະ­ວີ​ການ​ປັບ­ປຸງ​ການ​ດຳ­ເນີນ​ທຸ­ລະ​ກິດ​ໃນ​ລາວ ແຕ່​ກໍ​ຍັງ​ພົບ​ຂອດ​ຂັ້ນ​ທີ່​ອຸດ​ຕັນ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ຄື ການ​ເຜີຍ­ແຜ່​ລະ­ບຽບ​ການ​ຕ່າງໆ​ຍັງ​ບໍ່​ທົ່ວ​ເຖິງ ສະ­ແດງ​ອອກ​ໃຫ້​ເຫັນ​ບາງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຍັງ​ບໍ່​ຮັບ​ຮູ້​ລະ­ບຽບ​ການ.

ພາບປະກອບ

ດັ່ງ­ນັ້ນ ຈຶ່ງ​ຕາງ­ໜ້າ​ພາກ​ທຸ­ລະ​ກິດ​ສະ ເໜີ​ໃຫ້​ລັດ­ຖະ­ບານ​ເອົາ­ໃຈ­ໃສ່​ກົນ​ໄກ​ປະ­ສານ​ງານ ລະ­ຫວ່າງ ພາກ​ລັດ ແລະ ພາກ​ທຸ­ລະ​ກິດ​ໃຫ້​ສອດ­ຄ່ອງ​ເຊື່ອມ​ຈອດ​ກັນ ແລະ ເອົາ­ໃຈ­ໃສ່​ເຜີຍ­ແຜ່​ລະ­ບຽບ​ການ​ໃຫ້​ທົ່ວ​ເຖິງ ພ້ອມ​ທັງ​ສະ­ເໜີ​ໃຫ້​ພາກ​ລັດ​ຕັ້ງ​ຄະ­ນະ​ກຳ­ມະ­ການ​ໜຶ່ງ​ຂຶ້ນ ໂດຍ​ໃຫ້​ພາກ​ທຸ­ລະ​ກິດ ແລະ ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ​ມີ​ສ່ວນ​ຮ່ວມ ຄົ້ນ­ຄວ້າ​ສ້າງ​ຂໍ້​ກຳ­ນົດ​ຕ່າງໆ​ເພື່ອ​ໃຫ້​ສອດ­ຄ່ອງ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ໂດຍ​ສະ­ເພາະ ການ​ຜັນ​ຂະ­ຫຍາຍ​ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ​ຂອງ​ການ​ສົ່ງ­ເສີມ​ການ​ລົງ­ທຶນ ຕ້ອງ​ແຍກ​ອອກ​ຢ່າງ​ຊັດ​ເຈນ​ແຕ່​ລະ​ຂະ­ແໜງ­ການ​ລົງ­ທຶນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້