ວິທີເຮັດເຂົ້າໜົມແນບ ແບບແຊບໆ! ຕາມວິຖີລາວ

ເຂົ້າໜົມແນບ ໜຶ່ງໃນເມນູອາຫານດັ່ງເດີມຂອງຊາວລາວ ເຊິ່ງຕິດພັນກັບປະເພນີ ແລະ ງານບຸນຕ່າງໆໃນລາວ, ນອກນັ້ນ ຍັງເຕັມໄປດ້ວຍຄຸນຄ່າທາງໂພຊະນາການຕ່າງໆເຊັນໂປຼຕີນ ແລະ ວິຕາມິນ.

ຂໍ້ມູນດ້ານໂພຊະນາການ
  •  ໂປຼຕີນ 32.7
  •  ໄຂມັນ 35.7
  •  ແຄວຊຽມ 283
  •  ທາດເຫຼັກ 11.3
  •  ວິຕາມິນ 904
  •  ວິຕາມິນຊີ 7

ສ່ວນປະກອບ
  •  ໝາກຖົ່ວຂຽວ 300 g
  •  ໝາກພ້າວຂູດມຸ່ນ 500 g
  •  ໃບຕອງ 20 ໃບ
  •  ນ້ຳມັນ 50 g
  •  ນ້ຳຕານ 125 g
  •  ນ້ຳ 2.5 L
  •  ແປ້ງເຂົ້າໜຽວ 500 g
  •  ຫົວກະທິ 0.5 L

ວິທີປຸງແຕ່ງ
  1.  ນຳຖົ່ວໄປໜຶ້ງ ໃຊ້ເວລາໃນການໜຶ້ງປະມານ 15 ນາທີ
  2.  ຄ້າງໝໍ້ ເພື່ອຂົ້ວໝາກພ້າວ, ໃສ່ນຳຕານ
  3.  ປະສົມແປ້ງກັບນ້ຳ ຄັ້ນໃຫ້ເຂົ້າກັນ, ແລ້ວປັ້ນເປັນກ້ອນ ຂະໜາດຕາມຕ້ອງການ
  4.  ນຳໝາກຖົ່ວໜຶ້ງ ແລະ ໝາກພ້າວຂົ້ວຍັດໃສ່ໃນກ້ອນແປ້ງ, ແລ້ວນຳມາຫໍ່ດ້ວຍໃບຕອງ
  5.  ນຳໄປໜຶ້ງ 20 ນາທີ 
ຂໍ້ມູນເພີ່ມເຕີມຈາກ CRS & WFP

ວີດີໂອແນະນຳຈາກ May Laos.kitchen

ແຫຼ່ງຂໍ້ມູນ: ພາເຂົ້າລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...