ໄຟຟ້ານໍ້າເທີນ 02 ຢຸດຕິການຜະລິດກະແສໄຟຟ້າ ແລະ ປ່ອຍນໍ້າລົງແມ່ນ້ຳເຊບັ້ງໄຟຊົ່ວຄາວ

ບໍລິສັດໄຟຟ້ານໍ້າເທີນ 02 ໄດ້ຢຸດຕິການຜະລິດກະແສໄຟຟ້າ ແລະ ປ່ອຍນໍ້າລົງຄອງເໝືອງສົ່ງນໍ້າລົງສູ່ແມ່ນ້ຳເຊບັ້ງໄຟຊົ່ວຄາວ (ທາງຂື້ນລົງຂອງປາ).

ໂດຍຕ້ອງໄດ້ປະຕິບັດຕາມສັນຍາສຳປະທານລະຫວ່າງບໍລິສັດໄຟຟ້ານໍ້າເທີນ 02 ແລະ ລັດຖະບານລາວ ທີ່ກໍານົດໄວ້ຄື: ໂຄງການໄຟຟ້ານໍ້າເທີນ 02 ຕ້ອງລຸດອັດຕາການປ່ອຍນໍ້າລົງສູ່ນໍ້າເຊບັ້ງໄຟ ເມື່ອອັດຕາການໄຫລຂອງນໍ້າເຊຢູ່ເມືອງມະຫາໄຊຂຶ້ນຮອດລະດັບ 14,4 ແມັດ.

ວັນທີ 04 ກັນຍາ 2019, ເຮືອນຈັກບໍລິສັດ ໄຟຟ້ານໍ້າເທີນ 02 ບ້ານສ້າງແກ້ວ ເມືອງຍົມມະລາດ ບໍລິສັດໄຟຟ້າເທີນ 02 ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຢຸດການປ່ອຍນໍ້າ ແລະ ຢຸດທຳການຜະລິດກະແສໄຟຟ້າຊົ່ວຄາວ ເນື່ອງຈາກລະດັບນໍ້າເຊບັ້ງໄຟເພີ່ມຂຶ້ນສູງ.

ປະຕິບັດຕາມຂໍ້ຕົກລົງເຫັນພ້ອມຂອງສັນຍາສຳປະທານ, ເພື່ອແນໃສ່ເຮັດໃຫ້ຜູ້ມີສ່ວນຮ່ວມໄດ້ກຳນົດ ແລະ ຢັ້ງຢືນວ່າທາງບໍລິສັດໄຟຟ້ານໍ້າເທີນ 02 ໄດ້ຢຸດຕິການປ່ອຍນໍ້າທັງນໍາໄປເຜີຍແຜ່ໂຄສະນາໃຫ້ປະຊາຊົນບ້ານເປົ້າໝາຍລຽບຕາມແຄມນໍ້າເຊບັ້ງໄຟໄດ້ຮູ້ສະພາບລວມກ່ຽວກັບອຸປະກອນຕ່າງໆ ທີ່ຕິດຕັ້ງໃນແຕ່ລະຈຸດຂອງລະບົບການວັດແທກນໍ້າການບໍລິຫານຈັດເກັບນໍ້າໃນໄລຍະລະດູຝົນ ແລະ ລະດູແລ້ງ.

ເນື່ອງຈາກທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ 2019, ໄດ້ມີພາຍຸເຂົ້າມາເຂດພາກາງເຊິ່ງໄດ້ມີຝົນຕົກໜັກຢູ່ເຂດອ່າງນໍ້າເທີນ 02 ແລະ ອ່າງຕອນເທິງເຊບັ້ງໄຟປະມານ 175 ມິລີແມັດພາຍໃນມື້ດຽວເຮັດໃຫ້ລະດັບນໍ້າເຊບັ້ງໄຟສູງຮອດລະດັບເຕືອນໄພ (ເຂດອັນຕະລາຍ) ດັ່ງນັ້ນທາງບໍລິສັດໄຟຟ້ານໍ້າເທີນ 02 ເພື່ອປະຕິບັດຕາມສັນຍາສຳປະທານແມ່ນໄດ້ມີການປິດປະຕູນໍ້າຈາກເຮືອນຈັກໂດຍເລີ່ມປິດຈັກແຕ່ 01 ໂມງແລງຂອງວັນທີ 03 ກັນຍາ 2019 ແລະ ເລີ້ມປິດສົມບູນ 11 ໂມງທ່ຽງຄືນ ກ່ອນລະດັບນໍ້າເຊບັ້ງໄຟຈະສູງນີ້, ແມ່ນເປັນການປະຕິບັດຕາມສັນຍາສຳປະທານ ແລະ ອີກຢ່າງໜຶ່ງແມ່ນເພື່ອຮັບປະກັນວ່ານໍ້າຢູ່ເຊບັ້ງໄຟຈະບໍ່ມີນໍ້າເທີນ 02 ໄປສົມທົບ, ເພື່ອເຮັດໃຫ້ນໍ້າຢູ່ເຊບັ້ງໄຟງສູງກວ່າລະດັບນໍ້າທຳມະຊາດ ທັງເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ.

ເປັນໂອກາດອັນດີທີ່ທາງຄະນະຂອງເມືອງ ແລະ ໝູ່ບ້ານ ໄດ້ມາຢ້ຽມຊົມເຮືອນຈັກເຮົາ, ເຄື່ອງຈັກທຸກເຄື່ອງເເມ່ນໄດ້ຢຸດທຳການຜະລິດ, ນໍ້າທີ່ສົ່ງໄປຕາມຄ່ອງສົ່ງນໍ້າແມ່ນໄດ້ປິດ, ໃຫ້ໜັ້ນໃຈໄດ້ວ່ານໍ້າເທີນ 02 ແມ່ນໄດ້ຕິດຕາມລະດັບນໍ້າຕະຫລອດເວລາ ແລະ ນໍ້າທີ່ຂຶ້ນແມ່ນນໍ້າມາຈາກທຳມະຊາດ.

ຕາມສະຖານີແທກນໍ້າປະຈຸບັນນໍ້າຢູ່ເຊບັ້ງໄຟແມ່ນຍັງຈະສືບຕໍ່ຂຶ້ນອີກ ປະມານ 02 – 03 ວັນ, ເພາະນໍ້າທາງເໜືອເຂົ້າມາສົມທົບຍັງບໍ່ເມິດ ດັ່ງນັ້ນຢາກໃຫ້ພໍ່ແມ່ປະຊາຊົນຈົ່ງໄດ້ຕິດຕາມຂໍ້ມູນຂ່າວສານ ແລະ ກຽມພ້ອມທີ່ຈະຮັບມືກັບນໍ້າທີ່ຈະເກີດຂຶ້ນໃນຂ້າງໜ້ານີ້.

ຄາດວ່າຈະເລີ່ມແລ່ນເຄື່ອງຈັກຜະລິດໄຟໄຟ້າ ແລະ ປ່ອຍນໍ້າກໍ່ຕໍ່ເມືອແມ່ນໍ້າເຊບັ້ງໄຟໄດ້ລຸດລົງ.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...