Thursday, March 20, 2025

ຮ້ານບັນເທີງ-ກິນດື່ມ-ອາຫານ ຕ້ອງປະຕິບັດລະບຽບຢ່າງເຂັ້ມງວດ

ກອງ​ປະ­ຊຸມ​ສ່ອງ​ແສງ​ໝູ­ນວຽນ​ຂອງ​ຫ້ອງ­ການ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ຢູ່​ເມືອງ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ບຸນ​ປິງ ປັນ­ຍາ​ຈິດ ຮອງ​ເຈົ້າ­ເມືອງ​ໄຊ​ເສດ​ຖາ ທ່ານ​ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ​ພະ​ແນກ ຖວ​ທ ນວ ພ້ອມ​ດ້ວຍ​ຫ້ອງ­ການ ຂະ­ແໜງ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ພຸດ​ທະ​ສອນ ໄຊ​ສົງ­ຄາມ ຫົວ­ໜ້າ​ຫ້ອງ­ການ ຖວ​ທ ເມືອງ​ໄຊ​ເສດ​ຖາ ກ່າວ​ວ່າ:

ໄລ­ຍະ​ຜ່ານ​ມາ​ຫ້ອງ­ການ ຖວ​ທ ເມືອງ​ໄຊ​ເສດ​ຖາ ໄດ້​ເອົາ­ໃຈ­ໃສ່​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ​ການ​ນຳ​ເມືອງ ບັນ­ດາ​ຫ້ອງ­ການ ອຳ ນາດ​ການ​ປົກ­ຄອງ​ບ້ານ​ໃນ​ການ​ລົງ​ຊຸກ­ຍູ້ ແລະ ເຄື່ອນ​ໄຫວ​ວຽກ​ງານ​ຕ່າງໆ​ຢູ່​ໃນ​ເມືອງ ຕິດ​ພັນ​ກັບ​ວຽກ​ງານ​ການ­ເມືອງ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ເສດ­ຖະ­ກິດ ແລະ ວຽກ​ງານ​ວັດ­ທະ­ນະ­ທຳ-ສັງ­ຄົມ ປັດ­ຈຸ­ບັນ ເມືອງ​ໄຊ​ເສດ​ຖາ​ໄດ້​ປະ­ກາດ​ເປັນ​ບ້ານ​ວັດ­ທະ­ນະ­ທຳ​ສຳ­ເລັດ 48 ບ້ານ ເທົ່າ​ກັບ 100% ນັບ​ແຕ່​ປີ 2013 ເປັນ­ຕົ້ນ​ມາ ມອບ​ໃບ­ຢັ້ງ­ຢືນ​ຄອບ­ຄົວ​ວັດ­ທະ­ນະ­ທຳ​ໄດ້ 19.998 ຄອບ­ຄົວ ເທົ່າ​ກັບ 92% ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຕ່າງໆ ເຊັ່ນ:

ສະ­ຖານ­ທີ່​ບໍ­ລິ­ການ​ໂຮງ­ແຮມ ເຮືອນ​ພັກ ຮ້ານ​ອາ­ຫານ ຮ້ານ​ກິນ​ດື່ມ ຮ້ານ​ບັນ­ເທີງ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ ທີ່​ຕິດ​ພັນ​ກັບ​ຂົງ­ເຂດ​ວຽກ​ງານ ຖວ​ທ ພາຍ​ໃນ​ເມືອງ ໃຫ້​ເຄື່ອນ​ໄຫວ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ ໃນ​ນີ້ ເມືອງ​ໄຊ​ເສດ​ຖາ ມີ​ໂຮງ­ແຮມ 25 ແຫ່ງ ເຮືອນ​ພັກ 35 ແຫ່ງ ພັດ​ຕະ​ຄານ 2 ແຫ່ງ ຮ້ານ​ບັນ­ເທີງ 2 ແຫ່ງ ຮ້ານ​ອາ­ຫານ 56 ຮ້ານ ຮ້ານ​ກິນ​ດື່ມ 40 ຮ້ານ.

ໄດ້​ເຮັດ​ບົດ​ບັນ­ທຶກ​ສຶກ​ສາ​ອົບ­ຮົມ​ຮ້ານ​ອາ­ຫານ ຮ້ານ​ກິນ​ດື່ມ​ທີ່​ເປີດ​ເພງ​ເນືອງ​ນັນ ປິດ​ກາຍ​ເວ­ລາ ແລະ ໄດ້​ຮັບ​ການ​ຮ້ອງ​ຟ້ອງ​ຈາກ​ປະ­ຊາ­ຊົນ ປິດ​ບໍ­ລິ­ການ​ໃຫ້​ຖືກ­ຕ້ອງ 5 ຄັ້ງ ລວມ 25 ຮ້ານ ເຮັດ​ບົດ​ບັນ­ທຶກ​ສຶກ​ສາ​ອົບ­ຮົມ​ຮ້ານ​ອາ­ຫານ​ທີ່​ບໍ່​ມີ​ເອ­ກະ­ສານ​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ 10 ຄັ້ງ ລວມ 10 ຮ້ານ ເຮັດ​ບົດ​ບັນ­ທຶກ​ສຶກ​ສາ​ອົບ­ຮົມ​ຮ້ານ​ອາ­ຫານ-ຮ້ານ​ກິນ​ດື່ມ​ທີ່​ມີ​ສາວ​ບໍ­ລິ­ການ 6 ຄັ້ງ ລວມ 40 ຮ້ານ ນອກ​ນີ້ ຍັງ​ໄດ້​ສົມ­ທົບ​ກັບ​ຄະ­ນະ​ສະ­ເພາະ​ກິດ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ເມືອງ​ໄຊ​ເສດ​ຖາ ກວດ­ກາ​ແກ້​ໄຂ​ເລີກ​ຮື້​ປ້າຍ​ໂຄ­ສະ­ນາ​ທີ່​ບໍ່​ມີ​ໃບ​ອະ­ນຸ ຍາດ ແລະ ເນື້ອ​ໃນ​ທີ່​ບໍ່​ຖືກ­ຕ້ອງ 45 ປ້າຍ ພ້ອມ​ເຮັດ​ບົດ​ບັນ­ທຶກ​ສຶກ​ສາ​ອົບ­ຮົມ ແກ້​ໄຂ​ສິ່ງ​ກີດ­ຂວາງ​ໃນ​ວຽກ​ງານ 3 ຫຼຸດ 3 ເພີ່ມ ຕາມ​ເສັ້ນ­ທາງ​ຫຼັກ 5 ເສັ້ນ ສົມ­ທົບ​ກັບ​ຄະ­ນະ​ກຳ­ມະ­ການ​ຂອງ​ເມືອງ ເຮັດ​ບົດ​ບັນ­ທຶກ​ສຶກ​ສາ​ອົບ­ຮົມ​ຮ້ານ​ອິນ​ເຕີ​ເນັດ​ຄາ​ເຟ ທີ່​ມີ​ການ​ບໍ­ລິ­ການ​ຫຼິ້ນ​ເກມ ການ​ພະ­ນັນ 7 ຄັ້ງ ລວມ 40 ຫົວ­ໜ່ວຍ ເຮັດ​ບົດ​ບັນ­ທຶກ​ໃຫ້​ຢຸດ​ເຊົາ ແລະ ຢຶດ​ເຄື່ອງ​ອຸ­ປະ­ກອນ 31 ເຄື່ອງ.

ສຳ­ລັບ​ທິດ​ທາງ​ຕໍ່­ໜ້າ ຈະ​ສຸມ​ໃສ່​ສັງ​ລວມ​ສະ­ຖິ­ຕິ​ຫົວ­ໜ່ວຍ​ທຸ­ລະ​ກິດ​ບໍ­ລິ­ການ​ດ້ານ​ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ທົ່ວ​ເມືອງ​ໃຫ້​ຊັດ​ເຈນ ຕິດ­ຕາມ​ກວດ­ກາ​ການ​ດຳ­ເນີນ​ທຸ­ລະ​ກິດ​ຮ້ານ​ບັນ­ເທີງ ຮ້ານ​ກິນ​ດື່ມ ແລະ ຮ້ານ​ອາ­ຫານ ໃຫ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ ໂດຍ​ສະ­ເພາະ ການ­ເຄື່ອນ­ໄຫວ​ທຸ­ລະ​ກິດ​ຕ້ອງ​ມີ​ໃບ​ອະ­ນຸ­ຍາດ​ທີ່​ຖືກ­ຕ້ອງ ແລະ​ອື່ນໆ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່