ລັດ­ຖະ­ບານ ແຊກ​ແຊງເຂົ້າສານ 2.000 ໂຕນປ້ອງ​ກັນ​ການ​ຂາດ­ແຄນ​ ແລະ ​ເກງ​ກຳ­ໄລ ຈາກໄພ­ພິ­ບັດ​ນ້ຳ​ຖ້ວມ

ລັດ­ຖະ­ບານ ກໍ​ຄື ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ນຳ​ເອົາ​ເຂົ້າ​ຄັງ​ແຮ​ລັດ­ຖະ­ບານ 2.000 ໂຕນ ອອກ​ມາ​ແຊກ​ແຊງ ແລະ ດັດ­ສົມ​ຕະ­ຫຼາດ​ເພື່ອ​ແນ­ໃສ່​ໃຫ້​ຜູ້​ມີ​ລາຍ​ໄດ້​ຕ່ຳ​ສາ­ມາດ​ຊື້​ເຂົ້າ​ກິນ​ປ້ອງ​ກັນ​ການ​ຂາດ­ແຄນ​ເຂົ້າ ແລະ ການ​ເກງ​ກຳ­ໄລ ເຊິ່ງ​ໃນ​ໄລ­ຍະ​ຜ່ານ​ມາ​ໄດ້​ມີ​ຜູ້​ສວຍ­ໂອ­ກາດ​ປັບ​ຂຶ້ນ​ລາ­ຄາ​ເຂົ້າ​ອັນ​ເນື່ອງ​ຈາກ​ຫຼາຍ​ແຂວງ​ໄດ້​ປະ­ສົບ​ໄພ­ພິ­ບັດ​ນ້ຳ​ຖ້ວມ.

ທີ່​ຕະ­ຫຼາດ​ສະ­ອາດ ບ້ານ​ດົງ​ຄຳ​ຊ້າງ ເມືອງ​ຫາດ​ຊາຍ​ຟອງ ນວ ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ຮ່ວມ​ກັບ ບໍ­ລິ­ສັດ ຄຳ​ແພງ​ເພັດ​ແຈ້ງ​ສະ­ຫວ່າງ​ສົ່ງ­ເສີມ​ການ​ກະ­ເສດ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ​ຜູ້​ດຽວ ໄດ້​ຈັດ​ພິ­ທີ​ເປີດ​ຈຸດ​ຈຳ­ໜ່າຍ​ເຂົ້າ­ສານ​ເພື່ອ​ແຊກ​ແຊງ​ລາ­ຄາ ແລະ ດັດ­ສົມ​ຕະ­ຫຼາດ​ເຂົ້າ­ໜຽວ​ປະ­ເພດ 2 ໃນ​ລາ­ຄາ 6.500 ກີບ​ຕໍ່​ກິ​ໂລ ມີ​ທ່ານ ເບີ​ລິນ ເພັດ​ຈັນ­ທະ​ຣາດ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ທ່ານ ນາງ ຈັນ​ເພັງ ແສງ​ທະ­ວີ ອຳ­ນວຍ​ການ​ບໍ­ລິ­ສັດ ຄຳ​ແພງ​ເພັດ ແຈ້ງ​ສະ­ຫວ່າງ​ສົ່ງ­ເສີມ​ການ​ກະ­ເສດ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ​ຜູ້​ດຽວ ພ້ອມ​ດ້ວຍ​ຕາງ­ໜ້າ​ເມືອງ ແລະ ພະ­ແນກ­ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ປັດ­ຈຸ­ບັນ ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ໄດ້​ມອບ​ໝາຍ​ໃຫ້​ບໍ­ລິ­ສັດ ຄຳ​ແພງ​ເພັດ ແຈ້ງ​ສະ­ຫວ່າງ​ສົ່ງ­ເສີມ​ການ​ກະ­ເສດ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ​ຜູ້​ດຽວ ທີ່​ມີ​ສັນ­ຍາ​ກັບ​ລັດ­ຖະ­ບານ​ເຮັດ​ຄັງ​ແຮ​ເຂົ້າ​ແຊກ​ແຊງ​ລາ­ຄາ ແລະ ດັດ­ສົມ​ຕະ ຫຼາດ​ໄດ້​ພ້ອມ​ຮັບ​ມື​ກັບ​ບັນ­ຫາ​ເຂົ້າ​ກິນ​ເໜັງ​ຕີງ​ຂຶ້ນ​ລາ­ຄາ​ເກີນ 20% ຂອງ​ລາ­ຄາ​ຕະ­ຫຼາດ​ໃນ ນວ  ແລະ ບໍ­ລິ­ສັດ​ໄດ້​ມີ​ຄວາມ​ພ້ອມ ແລະ ມີ​ຄວາມ​ຮັບ­ປະ­ກັນ​ເຂົ້າ​ແຮ​ໄວ້​ຢູ່​ໃນ​ສາງ​ຂອງ​ຕົນ 40% ຕາມ​ວົງ​ເງິນ​ທີ່​ຍັງ​ເຫຼືອ ນຳ​ເອົາ​ເຂົ້າ​ຄັງ​ແຮ​ມາ​ຈຳ­ໜ່າຍ​ໂດຍ​ສະ­ເພາະ ເຂົ້າ­ສານ​ໜຽວ​ປະ­ເພດ 2 ຈຳ­ນວນ 2.000 ໂຕນ ໃນ​ລາ­ຄາ 6.500 ກີບ​ຕໍ່​ກິ​ໂລ ຖ້າ​ສົມ​ທຽບ­ໃສ່​ລາ­ຄາ​ຕາມ​ຕະ­ຫຼາດ​ໃນ ນວ ປັດ­ຈຸ­ບັນ 8.500 ກີບ​ຕໍ່​ກິ​ໂລ ເຫັນ​ວ່າ​ຫຼຸດ​ລົງ​ກວ່າ 2.000 ກີບ ຫຼື ເທົ່າ​ກັບ 23,53% ນອກ​ນີ້ ບໍ­ລິ­ສັດ​ຍັງ​ມີ​ຜະ­ລິດ​ຕະ​ພັນ​ເຂົ້າ­ສານ​ຈ້າວ​ມາ​ວາງ​ຈຳ­ໜ່າຍ ຄື: ເຂົ້າ­ຈ້າວ​ຫອມ​ມະ​ລິ​ປະ­ເພດ 1 ລາ­ຄາ 8.000 ກີບ ປະ­ເພດ 2 ແລະ ເຂົ້າ­ຈ້າວ​ຂາວ ລາ­ຄາ 7.000 ກີບ​ຕໍ່​ກິ​ໂລ.

ສຳ­ລັບ​ຈຸດ​ຈຳ­ໜ່າຍ​ເຂົ້າ​ດັ່ງ­ກ່າວ​ໄດ້​ແບ່ງ​ອອກ​ເປັນ 5 ຈຸດ ຄື:

ຈຸດ​ຕະ­ຫຼາດ​ສະ­ອາດ​ບ້ານ​ດົງ​ຄຳ​ຊ້າງ ເມືອງ​ຫາດ​ຊາຍ​ຟອງ ຈຸດ​ບໍ­ລິ­ສັດ ລັດ​ວິ​ສາ​ຫະ​ກິດ​ສະ­ບຽງ​ອາ­ຫານ​ນະ­ຄອນ­ຫຼວງ ຈຸດ​ສູນ​ການ​ຄ້າ ລາວ-ໄອ​ເຕັກ ຈຸດ​ຕະ­ຫຼາດ​ອົດ​ຊີ ເມືອງ​ສີ​ໂຄດ​ຕະ­ບອງ ຈຸດ​ໂຮງ­ສີ​ເຂົ້າ­ຂອງ​ບໍ­ລິ­ສັດ ຄຳ​ແພງ​ເພັດ​ແຈ້ງ​ສະ­ຫວ່າງ​ສົ່ງ­ເສີມ​ການ​ກະ­ເສດ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ​ຜູ້​ດຽວ  ບ້ານ​ນາ​ສ້ຽວ ເມືອງ​ນາ​ຊາຍ​ທອງ ໄລ­ຍະ​ເວ­ລາ​ຈຳ­ໜ່າຍ​ຈະ​ເລີ່ມ​ແຕ່​ວັນ​ທີ 23-30 ກັນ­ຍາ 2019 ຍົກ­ເວັ້ນ​ແຕ່​ຈຸດ​ສູນ​ການ​ຄ້າ ລາວ-ໄອ​ເຕັກ ທີ່​ຈຳ­ໜ່າຍ​ວັນ​ທີ 21 25 ແລະ 28 ກັນ­ຍາ​ນີ້ ເຊິ່ງ​ໃນ​ການ­ຈຳ­ໜ່າຍ​ຜູ້​ໜຶ່ງ​ຈະ​ຊື້​ໄດ້​ບໍ່​ເກີນ 36 ກິ​ໂລ.

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ແຊກ​ແຊງ​ເຂົ້າ​ຄັ້ງ​ນີ້ ເປັນ​ການ​ສະ­ໜອງ​ເຂົ້າ​ກິນ​ໃຫ້​ປະ­ຊາ­ຊົນ ນວ ຢ່າງ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ ທັງ​ຈະ​ສົ່ງ​ຜົນ​ດີ​ໃຫ້​ລາ­ຄາ​ເຂົ້າ​ມີ​ສະ­ຖຽນ​ລະ​ພາບ​ໃນ​ລາ­ຄາ​ປົກ­ກະ­ຕິ​ເພື່ອ​ສ້າງ​ຄວາມ​ສະ­ຫງົບ​ຮຽບ​ຮ້ອຍ​ໃຫ້​ແກ່​ສັງ­ຄົມ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...