Monday, March 24, 2025

ປະຫວັດຄວາມເປັນມາ 7 ຕຸລາ ວັນຄູແຫ່ງຊາດລາວ

ວັນທີ່ 7 ຕຸລາ ວັນຄູແຫ່ງຊາດລາວ ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້, ສະນັ້ນ ຈຶ່ງຂໍຍົກບັນຫາມາຕັ້ງຂື້ນວ່າ:

ຄົນແນວໃດຈື່ງເອີ້ນວ່າຄູ? ຄຳວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູໝາຍເຖີງຄົນທີ່ມີຄວາມຮູ້ແລະປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ: ການສອນ ແລະການຮຽນ.

ສຳລັບປະເທດລາວເຮົາ ເມື່ອເວົ້າເຖິງ ການສອນ-ການຮຽນຫຼືເວົ້າລວມແມ່ນການສຶກສາຖ້າຈະປຽບທຽບບາດ ກ້າວເລີ່ມຕົ້ນຂອງພວກເຮົາ ກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ.

ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ: ອັງກິດ ແລະຝຣັ່ງໃນສະຕະວັດທີ່XII (12) ປະຊາຊົນໄດ້ຫັນຈາກການກະສິກຳ ກາຍມາຍຶດຖືອາຊີບການຄ້າ, ເກິດມີຕົວເມືອງການຄ້າ ແລະຕົວເມືອງອຸດສາຫະກຳແລ້ວ.

ກົງກັນຂ້າມຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ່XIV(14) ເຈົ້າຟ້າງຸ່ມກະສັດອົງທຳອິດຂອງລາວພຽງແຕ່ໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດເຮົາມີວັດວາອາຣາມຊື່ງຖືວ່າເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະໜາໄດ້ສົ່ງຜົນສະທ້ອນເຖິງພໍ່ແມ່ ແລະເດັກນ້ອຍລາວສູງທີ່ສຸດແລະແກ່ຍາວມາເປັນເວລາຫຼາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນແມ່ນພໍ່ແມ່ເປັນຄູເພື່ອສິດສອນລູກຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການຂອງຕົນຢູ່ໃນວຽກງານປະຈຳວັນ, ຂະນົບທຳນຽມຮິດຄອງປະເພນີຕາມຄວາມເຊືອຖືມາເປັນການສຶກສາລູກ ເພື່ອໃຫ້ຮູ້ຈັກອອກແຮງງານ, ກາຍເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊືອຖື.

ເປົ້າໝາຍສູງໄປກວ່ານັ້ນແມ່ນສົ່ງລູກເຂົ້າໄປບວດ ຫຼືເປັນສັງກະລີຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ,ຮຽນຮູ້ຫຼັກວິຊາ ແລະລິດເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະສົ່ງຄວາມຮູ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄວັດລະບາຍສີ, ຢາພື້ນເມືອງ, ວິຊາອາຄົມຕະຫຼອດເຖີງລະບຽບວິໄນຕ່າງໆທີ່ພະພຸດທະເຈົ້າທີ່ໄດ້ກ່າວໄວ້ເປັນຄຳສອນ. ຮູບການຮຽນ ການສອນຢູ່ວັດເວລານັ້ນແມ່ນບໍ່ທັນໄດ້ກ່າວເຖີງຊັ້ນ ແລະລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການບວດ ມາເປັນການຕີເປັນລາຄາ ເຖີງລະດັບຄວາມຮູ້.

ພາຍຫຼັງພວກລ່າເມືອງຂື້ນຝຣັ່ງເສດໄດ້ມາຍຶດຄອງລາວໃນປີ ຄ.ສ 1893ເປັນຕົ້ນມາ ພວກເຂົາເຈົ້າບໍ່ໄດ້ເອົາໃຈໃສ່ເຖີງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ. ມາເຖີງປີ ຄ.ສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະວຽງຈັນ.

ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ່. ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ່ I (ປ.6). -ປີ ຄ.ສ 1907 ທ້າວຄຳໄດ້ເຂົ້າຮ່ວມຮັບການອົບຮົມຄູເຊີ່ງຖືວ່າ ເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖີງວັນທີ່ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ.

ຍ້ອນພວກລ່າເມືອງຂື້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈື່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກ້ວາງອອກກ່ວາເກົ່າ ດ້ວຍຮູບການເປິດໃຫ້ມີໂຮງຮຽນສ້າງຄູສົງຂື້ນໃນປີ 1907 ທີ່ວັດຈັນ, ເຊີ່ງປະກອບມີພະສົງ 50 ກ່ວາອົງໄດ້ເຂົ້າຮຽນ.

ທ້າວຄຳກໍ່ເປັນຄູສອນຢູ່ໂຮງຮຽນສ້າງຄູສົງແຫ່ງນັ້ນ. ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເສື່ອມເສຍເປັນຊາດຝຣັ່ງ ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພີ່ນຈົບການອົບຮົມຄູແລ້ວ, ກໍ່ໄດ້ມີພະສົງຫຼາຍອົງບໍ່ຍອມໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂື້ນຝຣັ່ງ.

  • ປີ ຄ.ສ 1913ຄູຄຳ ໄດ້ສອນຢູ່ໂຮງຮຽນ ຕັບໂຟແຣງ(ປີແອ ຕັບໂຟແຣງ)ລວມມີຄູລາວ 3 ຄົນ.
  • ມາເຖີງກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳໄດ້ລະເບິດຂື້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮູນແຮງ ຄູຄຳໄດ້ຖຶກພວກຝຣັ່ງຈັບ ແລະນຳຕົວໄປຂັງຄຸກ.
  • ພາຍຫຼັງຖຶກຄຸມຂັງໄດ້ໄລຍະໜື່ງ ນາຍຄູຄຳໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນຳ້ຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ(ປະເທດໄທ).
  • ປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະໄດ້ເສຍຊີວິດຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີທາຣາມ (ປະເທດໄທ).
  • ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂື້ນຍຶດອຳນາດ ໃນວັນທີ່ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈື່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ.
  • ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃໝ່ຂອງຈັກກະພັດພາຍນອກແລະຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປານາຂື້ນໃນວັນທີ່ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍ່ໄດ້ເປັນເງືອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ,ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ.

ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນຳ້ໃຈຮັກຫອມປະເທດຊາດ, ມີຄວາມຮູ້ ຄວາມສາມາດ ຊື່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກແລະຈາກການຊຸບກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ ເຂົາເຈົ້າເຫຼົ່ານັ້ນໄດ້ນຳເອົາຄວາມຮູ້ ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ,ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ.

ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖີງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈື່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ.

ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ, ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະກຳນົດວັນທີ່ 7 ຕຸລາເພື່ອເປັນວັນຄູແຫ່ງຊາດລາວ.

ວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນເມື່ອຮອດວັນທີ 7 ຕຸລາທຸກປີຈະມີພິທີການເລົ່າປະຫວັດ ແລະອວຍພອນຄູຂຶ້ນໃນທຸກໂຮງຮຽນທົ່ວປະເທດ.

ແຫຼ່ງຂໍ້ມູນ:

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.